ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວວ່າ ເຈົ້າ​ໜ້າ​ທີ່​ຈະນໍາພາຄະນະຜູ້​ແທນ ເຂົ້າຮ່ວມ​ການຫາລື ຈີນ-ສະຫະລັດ ກ່ຽວ​ກັບ​ອ​າ​ວຸດ​ນິວ​ເຄ​ລຍ


ຄົນຂັບລົດຈັກ ກາຍແມ່ຍິງຄົນນຶ່ງທີ່ຢືນຢູ່ໃກ້ກັບປ້າຍໂຄສະນາ ຢູ່ແຄມທາງໃນນະຄອນຫຼວງປັກກິ່ງ, ວັນທີ 1 ພະຈິກ 2023.
ຄົນຂັບລົດຈັກ ກາຍແມ່ຍິງຄົນນຶ່ງທີ່ຢືນຢູ່ໃກ້ກັບປ້າຍໂຄສະນາ ຢູ່ແຄມທາງໃນນະຄອນຫຼວງປັກກິ່ງ, ວັນທີ 1 ພະຈິກ 2023.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວໃນວັນພະຫັດມື້ນີ້​ວ່າ ​ເຈົ້າ​ໜ້າ​ທີ່​ຊັ້ນ​ນຳ​ຈາກ​ພະແນກ​ກິດຈະການ​ຄວບ​ຄຸມ​ອາວຸດ​ຂອງ​ຕົນ ​ຈະ​ນຳພາ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ ການເຈລະຈາຫາລືດ້ານນິວເຄລຍ ລະຫວ່າງ ສະຫະລັດ ແລະ ຈີນ, ອີງຕາມ ລາຍງານຂອງອົງການຂ່າວ Reuters.

ກະ​ຊວງ​ດັ່ງ​ກ່າວ ​ບໍ່​ໄດ້​ເປີດເຜີຍລາຍ​ຊື່ຂອງບັນດາ​ເຈົ້າ​ໜ້າ​ທີ່.

"ອາທິດໜ້າຢູ່ນະຄອນຫຼວງວໍຊິງຕັນ, ຈີນ ແລະ ສະຫະລັດ ຈະຈັດກອງປະຊຸມ​ ປຶກສາຫາລືກ່ຽວກັບການຄວບຄຸມ ແລະບໍ່ແຜ່ຂະຫຍາຍອາວຸດໃນລະດັບຜູ້ບໍລິ ຫານໃຫຍ່," ກ່າວໂດຍໂຄສົກ ທ່ານຫວັງ ເຫວິນບິນ ເມື່ອຖືກຖາມກ່ຽວກັບ ບົດລາຍງານທີ່ ຈີນ ຕົກລົງເຈລະຈາການຄວບຄຸມອາວຸດນິວເຄລຍກັບ ສະຫະລັດ.

ຕາມ​ແຜນການ​ທີ່​ສອງ​ຝ່າຍ​ໄດ້​ຕົກລົງເຫັນ​ດີນໍາກັນ, ທ່ານ​ ຫວັງ ເຫວິນບິນ ກ່າວ​ວ່າ, ຈີນ​ ແລະ​ ສະຫະລັດ ​ຈະ​ດຳ​ເນີນ​ການ​ສົນທະນາ ​ແລະ​ແລກປ່ຽນບົດ ຮຽນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ທີ່ກວ້າງຂວາງເຊັ່ນ: ​ການ​ປະຕິບັດ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ຄວບ​ຄຸມ​ອາວຸດ.

ການ​ເຈ​ລະ​ຈາ ​ມີ​ຂຶ້ນ​ໃນບໍ່ເທົ່າ​ໃດ​ມື້ ລຸນຫຼັງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ຫວັງ ຢີ ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ ສະຫະລັດ, ເຊິ່ງທັງ​ສອງ​ຝ່າຍ​ຕົກລົງເຫັນ​ດີທີ່​ຈະ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ອີກຫຼາຍໆ​ຄັ້ງ​ໃນ​ອະ​ນາ​ຄົດ​ອັນ​ໃກ້ນີ້.

ທ່ານຫວັງ ຍັງ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ສະຫະລັດ ທ່ານ ໄບເດັນ ​ໃນ​ການ​ເຈລະຈາ ​ທີ່ທຳນຽບຂາວ​ໄດ້​ອະທິບາຍ​ວ່າ ​ເປັນ "ໂອກາດ​ທີ່​ດີ" ​ໃນ​ການ​ຮັກສາ ຂອບເຂດ​ສາຍ​ພົວພັນ​ທີ່​ເປີດ​ກວ້າງ​ລະຫວ່າງ​ສອງ​ຄູ່​ແຂ່ງ​ດ້ານ​ພູມ​ສາດ​ການ​ເມືອງທີ່​ມີ​ຄວາມ​ແຕກ​ຕ່າງ​ດ້ານ​ນະ​ໂຍບາຍ​ຢ່າງ​ເລິກ​ເຊິ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG