ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເວົ້າວ່າ ວິທີການ ດໍາເນີນການຄ້າ ຂອງຕົນ ເຮັດໃຫ້ ໂລກໄດ້ຮັບຜົນປະໂຫຍດ


ທ່ານ ຫວັງ ຊູເວນ (Wang Shouwen) ຮອງລັດຖະມົນຕີກະຊວງການຄ້າຂອງຈີນກ່າວ
ຢູ່ກອງປະຊຸມຖະແຫລງຂ່າວ ໃນນະຄອນປັກກິ່ງໃນວັນທີ 28 ມິຖຸນາ, 2018.
ທ່ານ ຫວັງ ຊູເວນ (Wang Shouwen) ຮອງລັດຖະມົນຕີກະຊວງການຄ້າຂອງຈີນກ່າວ ຢູ່ກອງປະຊຸມຖະແຫລງຂ່າວ ໃນນະຄອນປັກກິ່ງໃນວັນທີ 28 ມິຖຸນາ, 2018.

ຈີນກ່າວປ້ອງກັນວິທີການດໍາເນີນການຄ້າຂອງຕົນໃນວັນພະຫັດວານນີ້ວ່າ ເປັນການ
ເຮັດໃຫ້ໂລກໄດ້ຮັບຜົນປະໂຫຍດໃນຂະນະທີ່ຈີນກໍາລັງພະຍາຍາມທີ່ຈະເຮັດໃຫ້
ຄວາມກົດດັນຈາກສະຫະລັດແລະຢູໂຣບທີ່ຢາກໃຫ້ຕົນປະລະໃນສິ່ງທີ່ພວກປະເທດ
ດັ່ງກ່າວເອີ້ນວ່າ ເປັນນະໂຍບາຍປົກປ້ອງຂອງປັກກິ່ງນັ້ນ ໃຫ້ຜ່ອນເບົາລົງ.

ທ່ານ ຫວັງ ຊູເວນ (Wang Shouwen) ຮອງລັດຖະມົນຕີກະຊວງການຄ້າຂອງຈີນກ່າວ
ຢູ່ກອງປະຊຸມຖະແຫລງຂ່າວໃນນະຄອນປັກກິ່ງວ່າ ການຂະຫຍາຍໂຕຢ່າງວ່ອງໄວຂອງ
ຈີນ "ໄດ້ສ້າງໂອກາດໃນດ້ານການຄ້າແກ່ຄູ່ຄ້າຢູ່ທົ່ວໂລກ.”

ທ່ານຫວັງໄດ້ເປີດເຜີຍບົດລາຍງານສະບັບນຶ່ງ ທີ່ໄດ້ເໜັ້ນໜັກໃຫ້ເຫັນເຖິງການປະຕິຮູບ
ທີ່ຈີນໄດ້ປະຕິບັດມານັບແຕ່ ປະເທດດັ່ງກ່າວໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າ
ໂລກຫລື WTO ໃນປີ 2001 ເປັນຕົ້ນມາ. ທ່ານກ່າວວ່າ ປັກກິ່ງໄດ້ "ປະຕິບັດຕາມທຸກ
ຄໍາໝັ້ນສັນຍາທີ່ໃຫ້ໄວ້" ນັບແຕ່ໄດ້ເຂົ້າຮ່ວມໃນ WTO ເປັນຕົ້ນມາ.

ການປ້ອງກັນຂອງທ່ານຫວັງຕໍ່ວິທີການດໍາເນີນທຸລະກິດຂອງຈີນແມ່ນມີຂຶ້ນທ້າມກາງການ
ນາບຂູ່ວ່າຈະເຮັດສົງຄາມການຄ້າກັບສະຫະລັດ ແລະມີການຖົກຖຽງຈາກຟູໂຣບແລະວໍ
ຊິງຕັນວ່າ ຈີນໄດ້ຈໍາກັດບໍ່ໃຫ້ປະເທດອື່ນເຂົ້າເຖິງອຸດສາຫະກໍາທີ່ກໍາລັງເລີ້ມໂຜ່ຕົວຂຶ້ນ
ແລະລັກລອບ ຫລືບໍ່ກໍບັງຄັບໃຫ້ປະເທດອື່ນ ໂອນເທັກໂນໂລຈີໃຫ້ຕົນ.

ການນາບຂູ່ຂອງທ່ານທຣໍາວ່າ ຈະຂຶ້ນພາສີຂາເຂົ້າ ສໍາລັບສິນຄ້າມາຈາກຈີນທີ່ມີມູນຄ່າ
ຫລາຍເຖິງ 450 ຕື້ໂດລາ ໄດ້ສະທ້ອນໃຫ້ເຫັນວ່າ ການກະທໍາຂອງຈີນ ແມ່ນເປັນການ
ນາບຂູ່ຕໍ່ການນໍາພາໜ້າດ້ານເທັກໂນໂລຈີຂອງອາເມຣິກາ. ເຢຍຣະມັນ ແລະປະເທດອື່ນ
ໄດ້ຕໍາໜິວ່າ ປັກກິ່ງໄດ້ເກືອດຫ້າມບໍ່ໃຫ້ຊື້ຊັບສິນຂອງຈີນ ໃນຂະນະທີ່ບໍລິສັດຂອງຈີນ
ແມ່ນທໍາການຊື້ຂາຍຕາມໃຈຢູ່ໃນທົ່ວໂລກ.

ການຂັດແຍ້ງກັບທ່ານທຣໍາ ໄດ້ເຮັດໃຫ້ຈີນ ທີ່ມີເສດຖະກິດໃຫຍ່ລະດັບສອງຂອງໂລກ,
ສາມາດທໍາຕົວເປັນຄົນປົກປ້ອງການເຮັດການຄ້າແບບເສລີໄວ້. ເມື່ອຖືກຖາມວ່າ ແຜນ
ຂອງສະຫະລັດທີ່ຈະຈໍາກັດການລົງທຶນຂອງຈີນຢູ່ໃນຂະແໜງການເທັກໂນໂລຈີຂອງ
ປະເທດນັ້ນຈະເປັນໄປໄດ້ບໍ່, ທ່ານຫວັງເວົ້າວ່າ “ພວກເຮົາຫວັງວ່າ ປະເທດຕ່າງໆ ທີ່
ກ່ຽວຂ້ອງຈະເຮັດໃນສິ່ງທີ່ຖືກຕ້ອງ ແລະຮັບເອົານະໂຍບາຍທີ່ໃຫ້ການສະໜັບສະໜຸນ
ຕໍ່ການເຮັດການຄ້າ ແລະການລົງທຶນແບບເສລີ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG