ໜ່ວຍຍາມຝັ່ງຂອງຈີນ ກ່າວວ່າ ກຳປັ່ນຂອງຕົນໄດ້ເຕືອນເຮືອຍີ່ປຸ່ນ ທີ່ໄດ້ “ແລ່ນ ລ່ວງລ້ຳແບບຜິດກົດໝາຍ” ເຂົ້າໄປໃນເຂດນ່ານນ້ຳຂອງຕົນ ຢູ່ອ້ອມແອ້ມບໍລິເວນໝູ່ເກາະໝູ່ດອນນ້ອຍໆ ໃນທະເລຈີນຕາເວັນອອກ ເມື່ອວັນອັງຄານວານນີ້ ອີງຕາມລາຍງານອົງການຂ່າວຣອຍເຕີ້.
ກຳປັ່ນຂອງຈີນ “ໄດ້ເອົາມາດຕະການຄວບຄຸມທີ່ຈຳເປັນ” ໜ່ວຍຍາມຝັ່ງໄດ້ກ່າວ ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆ. ຍັງບໍ່ມີການໃຫ້ຄວາມເຫັນ ໃນທັນທີ ຈາກຝ່າຍຍີ່ປຸ່ນເທື່ອ.
ຈີນຮຽກຮ້ອງໃຫ້ຍີ່ປຸ່ນ ຢຸດເຊົາໃນທັນທີ ທຸກ “ກິດຈະກຳທີ່ຜິດກົດໝາຍ” ຢູ່ໃນບໍລິເວນດັ່ງກ່າວ ແລະໃຫ້ການຄ້ຳປະກັນວ່າ ເຫດຮ້າຍທີ່ຄ້າຍຄືກັນນີ້ ຈະບໍ່ເກີດຂຶ້ນອີກ ໜ່ວຍຍາມຝັ່ງຈີນກ່າວຕື່ມ.
ເຂດນ່ານນ້ຳຢູ່ອ້ອມແອ້ມໝູ່ເກາະດຽວຢູ ຊຶ່ງຍີ່ປຸ່ນເອີ້ນວ່າ ເຊັນກາກຸນັ້ນ ຕ່າງກໍໄດ້ມີການອ້າງເອົາກຳມະສິດ ທັງຈີນ ແລະຍີ່ປຸ່ນ.
ທັງສອງຝ່າຍໄດ້ປະເຊີນໜ້າກັນ ໂດຍມີການສົ່ງກຳປັ່ນລາດຕະເວນ ໄປຍັງເຂດນ່ານນ້ຳທີ່ຢູ່ອ້ອມແອ້ມ ແລະຮຽກຮ້ອງໃຫ້ອີກຝ່າຍນຶ່ງ ຖອນກຳລັງຂອງຕົນອອກໄປ.