ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ເວົ້າວ່າ ເຂົາເຈົ້າໄດ້ເຕືອນ ໃຫ້ເຮືອລົບ ສະຫະລັດ ໜີອອກໄປ ໃນທະເລຈີນໃຕ້


ແຜນທີ່ທະເລຈີນໃຕ້
ແຜນທີ່ທະເລຈີນໃຕ້

ກອງກຳລັງ ຈີນ ໄດ້ຕິດຕາມ ແລະ ໄດ້ເຕືອນເຮືອລົບ ສະຫະລັດ ໃຫ້ໜີອອກໄປ ເຊິ່ງໄດ້ເຂົ້າໄປໃນເຂດນໍ້າໃກ້ກັບໝູ່ເກາະ ພາຣາແຊລ ໃນທະເລຈີນໃຕ້, ນັ້ນ​ຄື​ຄຳ​ເວົ້າຂອງກອງທັບຈີນ ໃນວັນພະຫັດມື້ນີ້, ໃນການເພີ່ມຂຶ້ນຄັ້ງຫຼ້າສຸດຂອງຄວາມເຄັ່ງຕຶງ ໃນເຂດນ່ານນໍ້າທີ່ມີການຂັດແຍ້ງກັນ ອີງ​ຕາມ​ລາຍ​ງານຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ກອງບັນຊາການພາກໃຕ້ຂອງກອງທັບປົດປ່ອຍປະຊາຊົນ ຈີນ ໄດ້ກ່າວວ່າກຳປັ່ນ​ລົບ USS Benfold ໄດ້​ແລ່ນເຂົ້າ​ໄປໃນເຂດ​ນ່ານນໍ້າຂອງ ຈີນ “ຢ່າງຜິດກົດໝາຍ” ໂດຍບໍ່ໄດ້ຮັບອະນຸຍາດ, ລ່ວງລະເມີດອຳນາດອະທິປະໄຕຂອງປະເທດ, ແລະ ວ່າກອງ​ທັບ​ເຮືອ ແລະ ອາກາດ ຈີນ ໄດ້ຕິດ ຕາມກຳປັ່ນດັ່ງກ່າວ.

ເຂົາເຈົ້າໄດ້ກ່າວຕື່ມວ່າ “ພວກເຮົາຮຽກຮ້ອງຢ່າງເອົາຈິງເອົາຈັງໃຫ້ຝ່າຍ ສະຫະລັດ ຢຸດການກະ ທຳຍຸແຍ່ດັ່ງກ່າວໃນທັນທີ, ບໍ່ດັ່ງນັ້ນເຂົາເຈົ້າຈະໄດ້ຮັບຜົນຕາມມາທີ່ຮ້າຍແຮງ ກ່ຽວກັບ ເຫດການທີ່ຄາດຄິດບໍ່ເຖິງ.”

ກອງທັບເຮືອ ສະຫະລັດ ໄດ້ກ່າວວ່າ ກຳປັ່ນ Benfold “ໄດ້ອ້າງສິດ ແລະ ເສລີພາບໃນການເດີນເຮືອໃນບໍລິເວນທີ່ຢູ່ໃກ້ຄຽງໝູ່ເກາະ ພາຣາແຊລ ນັ້ນ, ເຊິ່ງສອດຄ່ອງກັບກົດໝາຍສາກົນ.”

ໂຄສົກຂອງທັບເຮືອທີ 7 ທ່ານ ມາກ ແລງຝອດ ໄດ້ກ່າວວ່າ “ໃນຕອນສະຫຼຸບຂອງການປະຕິບັດການ, ກຳປັ່ນ USS Benfold ໄດ້ແລ່ນ​ອອກຈາກການກ່າວອ້າງກຳ​ມະ​ສິດອ້າງເກີນຂອບເຂດນັ້ນ ແລະ ໄດ້ສືບຕໍ່ການປະຕິບັດການໃນທະເລຈີນໃຕ້.”

ສະຫະລັດ ດຳເນີນສິ່ງທີ່ເຂົາເຈົ້າເອີ້ນວ່າພາລະກິດໃນການເດີນເຮືອທີ່ອິດສະຫຼະຢ່າງເປັນປະຈຳໃນທະເລຈີນໃຕ້ ເພື່ອຄັດຄ້ານການກ່າວອ້າງເອົາເຂດແດນຂອງ ຈີນ.

ຈີນ ໄດ້ສ້າງຕັ້ງຄ້າຍທະຫານ ໃສ່ເທິງເກາະທຽມໃນເຂດນ່ານນໍ້າດັ່ງກ່າວ, ເຊິ່ງ​ມີເສັ້ນທາງການເດີນເຮືອທີ່ສຳຄັນ​ແລ່ນ​ຜ່ານ ແລະ ຍັງ​ມີບໍ່ແກັສ ແລະ ເປັນພື້ນທີ່ໆມີການຫາປາທີ່ອຸດົມສົມບູນ​ນຳ​ດ້ວຍ.

ທະເລຈີນໃຕ້ໄດ້ກາຍເປັນນຶ່ງໃນເຂດທີ່ມີບັນຫາຫຼາຍແຫ່ງໃນສາຍພົວພັນທີ່ໂມໂຫໄດ້ງ່າຍລະ ຫວ່າງ ຈີນ ແລະ ສະຫະລັດ, ດ້ວຍ ວໍຊິງຕັນ ປະຕິເສດສິ່ງທີ່ເຂົາເຈົ້າເອີ້ນວ່າການອ້າງເອົາເຂດ ແດນທີ່ຜິດກົດໝາຍໂດຍ ປັກກິ່ງ.

ຈີນ ໄດ້ອ້າງເອົາເຂດນໍ້າທີ່ກວ້າງຂວາງຂອງທະເລຈີນໃຕ້, ເຊິ່ງ ໄຕ້ຫວັນ, ຫວຽດນາມ, ມາເລເຊຍ, ບຣູໄນ ແລະ ຟີລິບປິນ ຕ່າງ​ກໍໄດ້ອ້າງເອົາ​ກຳ​ມະສິດ​ທີ່ກວມ​ກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG