ຫົວໜ້າເຈົ້າໜ້າທີ່ທະຫານສູງສຸດຂອງສະຫະລັດກ່າວວ່າ ວໍຊິງຕັນເອົາໃຈໃສ່ຕິດຕາມຢ່າງໃກ້ຊິດຕໍ່ຄວາມພະຍາຍາມຂອງຈີນໃນການສ້າງຄັງອາວຸດທະຫານຂອງຕົນ, ເຖິງແມ່ນວ່າທ່ານປະຕິເສດ ທີ່ຈະໃຫ້ຄຳເຫັນຕໍ່ລາຍງານທີ່ວ່າ ປັກກິ່ງໄດ້ ເອົາບາດກ້າວໄປຂ້າງໜ້າອັນສຳຄັນ ເມື່ອສອງເດືອນກ່ອນ ໂດຍການທົດລອງ ລູກສອນໄຟທີ່ມີຄວາມໄວສູງກວ່າສຽງ.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານລອຍ ອອສຕິນ ກ່າວ ຕໍ່ບັນດານັກຂ່າວໃນລະຫວ່າງການຢ້ຽມຢາມນະຄອນຫລວງຕະບີລີຊີ (Tblisi), ຂອງປະເທດຈໍເຈຍ ໃນວັນຈັນວານນີ້ວ່າ ຈີນຍັງເປັນ “ສິ່ງທ້າທາຍທີ່ກ້າວຂຶ້ນເລື້ອຍໆ” ສຳລັບທ່ານ ແລະເວົ້າວ່າຄວາມກ້າວໜ້າທາງດ້ານທະຫານຂອງຈີນ ແມ່ນເປັນເລື້ອງທີ່ໜ້າເປັນຫ່ວງ.
"ພວກເຮົາຕິດຕາມການພັດທະນາອາວຸດຍຸດໂທປະກອນ ແລະຂີດຄວາມສາ ມາດ ແລະລະບົບທີ່ກ້າວໜ້າຂອງຈີນ ທີ່ຈະພາໃຫ້ມີຄວາມເຄັ່ງຕຶງຢູ່ໃນພາກ ພື້ນເພີ້ມຂຶ້ນໄປເທົ່ານັ້ນ," ນັ້ນຄືຄຳເວົ້າຂອງທ່ານໂດຍບໍ່ໄດ້ໃຫ້ລາຍລະອຽດ ເພີ່ມເຕີມ.
ໜັງສືພິມ Financial Times ລາຍງານໃນວັນເສົາຜ່ານມານີ້ວ່າ ຈີນໄດ້ທົດ ລອງລູກສອນໄຟຂີປະນາວຸດທີ່ໄວກວ່າສຽງທີ່ມີຄວາມສາມາດດ້ານນິວເຄລຍ ໃນເດືອນສິງຫາຜ່ານມາ ຊຶ່ງເຮັດໃຫ້ເຈົ້າໜ້າທີ່ທະຫານແລະເຈົ້າໜ້າທີ່ຝ່າຍສືບ ລັບຂອງສະຫະລັດປະຫລາດໃຈ.
ແຕ່ວ່າໃນວັນຈັນວານນີ້ ຈີນໄດ້ປະຕິເສດວ່າ ຕົນບໍ່ໄດ້ທົດລອງລູກສອນໄຟທີ່ມີ ຄວາມໄວສູງກວ່າສຽງ ໂດຍກ່າວວ່າຕົນໄດ້ທົດລອງຍານອາວະກາດທີ່ສາມາດ ເອົາກັບມາໃຊ້ໄດ້ຄືນອີກ.
ໂຄສົກກະຊວງການຕ່າງປະເທດ, ທ່ານຊາວ ລີຈຽນ (Zhao Lijian) ກ່າວວ່າ ເທັກໂນໂລຈີຂອງຍານອະວະກາດ ສາມາດຊ່ວຍຫຼຸດຄ່າໃຊ້ຈ່າຍລົງ ແລະສະ ໜອງວິທີການທີ່ປະຢັດ ສຳລັບມະນຸດໃນການໃຊ້ອະວະກາດຢ່າງສັນຕິວິທີ.