ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ກ່າວໃນວັນພະຫັດວານນີ້ ໃນລະຫວ່າງການຢ້ຽມຢາມຮັງກາຣີ ວ່າ ຈີນກຳລັງຍົກລະດັບຄວາມສໍາພັນທາງການທູດກັບບັນດາປະເທດຢູໂຣບ ເພື່ອເປັນຄູ່ຮ່ວມມືໃນ “ທຸກສະພາບອາກາດ.”
ທ່ານ ສີ ກ່າວວ່າ “ພວກເຮົາຍິນດີຖືເອົາໂອກາດນີ້ ເປັນຈຸດເລີ້ມຕົ້ນໃໝ່ ເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ ແລະການຮ່ວມມືຢ່າງຈິງຈັງ ໄປສູ່ຊ່ອງທາງທີ່ມີລາຄາແພງ ແລະກ້າວໄປສູ່ລະດັບທີ່ສູງຂຶ້ນກວ່າເກົ່າ.”
ຮັງກາຣີ ເປັນບ່ອນຢຸດແວ່ທີ່ສາມ ແລະເປັນບ່ອນສຸດທ້າຍໃນການຢ້ຽມຢາມຢູໂຣບຄັ້ງທຳອິດຂອງ ທ່ານ ສີ ໃນຮອບ 5 ປີ. ທ່ານ ສີ ເດີນທາງໄປຮອດນະຄອນຫຼວງບູດາແປັສທ໌ ຂອງຮັງກາຣີ ໃນຕອນແລງວັນພຸດແລ້ວນີ້ ຫຼັງຈາກທີ່ທ່ານໄດ້ໄປຢ້ຽມຢາມ ຝຣັ່ງ ແລະ ເຊີເບຍ.
ໃນລະຫວ່າງຢູ່ນະຄອນຫຼວງບູດາແປັສທ໌, ຜູ້ນຳຂອງຈີນ ໄດ້ພົບປະກັບນາຍົກລັດຖະມົນຕີຮັງກາຣີ ທ່ານວິກເຕີ ອໍບານ, ຜູ້ທີ່ໄດ້ຂະຫຍາຍການພົວພັນລະຫວ່າງປະເທດກັບ ຈີນ ນັບຕັ້ງແຕ່ທ່ານຂຶ້ນກຳອຳນາດໃນປີ 2010. ທ່ານ ສີ ໄດ້ຜັກດັນໃຫ້ບັນດາປະເທດສະມາຊິກສະຫະພາບຢູໂຣບທີ່ໃກ້ຊິດທີ່ສຸດຂອງຈີນ “ມີບົດບາດໃຫຍ່ກວ່າເກົ່າຢູ່ໃນ EU ແລະຊຸກຍູ້ ການພົວພັນລະຫວ່າງ ຈີນ ກັບ EU ໃຫ້ໄດ້ຮັບການພັດທະນາໃໝ່ ແລະຍິ່ງໃຫຍ່ຂຶ້ນກວ່າເກົ່າ.”
ຮັງກາຣີ ມີກຳນົດຈະຮັບຕຳແໜ່ງເປັນປະທານໝູນວຽນຂອງ EU ໃນເດືອນກໍລະກົດທີ່ຈະມາເຖິງນີ້.
ຮັງກາຣີ ແລະ ຈີນ ປະກາດວ່າ ພວກເຂົາເຈົ້າໄດ້ເຊັນລົງນາມໃນສັນຍາຮ່ວມມື 18 ສະບັບ ເພື່ອເພີ້ມທະວີການພົວພັນທາງດ້ານເສດຖະກິດ ແລະວັດທະນະທຳຂອງພວກເຂົາ. ທ່ານ ສີ ກ່າວວ່າ ການພົວພັນສອງປະເທດລະຫວ່າງ ປັກກິ່ງ ແລະ ບູດາແປັສທ໌ “ໃນປັດຈຸບັນນີ້ ແມ່ນຢູ່ໃນຂັ້ນທີ່ດີທີ່ສຸດໃນປະຫວັດສາດຂອງພວກເຂົາ,” ອີງຕາມຖະແຫຼງການທີ່ເປີດເຜີຍອອກມາຫຼັງຈາກກອງປະຊຸມ.
ໂຄງການໃໝ່ໆທີ່ໄດ້ປະກາດໃນວັນພະຫັດວານນີ້ລວມມີ ທໍ່ສົ່ງນ້ຳມັນລະຫວ່າງຮັງກາຣີ ແລະ ເຊີເບຍ ພ້ອມທັງການປະສານງານລະຫວ່າງ ປັກກິ່ງ ແລະ ບູດາແປັສທ໌ ໃນຂະແໜງການນິວເຄລຍ ອີກດ້ວຍ.
ຟໍຣັມສະແດງຄວາມຄິດເຫັນ