ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກ່າວວ່າ ຄວາມພະຍາຍາມທັງໝົດ ຄວນໄດ້ຮັບການຮັບຮູ້ ຢູ່ໃນມາດຕະການສັນຕິພາບ ຣັດເຊຍ-ຢູເຄຣນ


ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ, ທ່ານ ໝາວ ນິງ.
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ, ທ່ານ ໝາວ ນິງ.

ຈີນ ​ເຊື່ອ​ວ່າ​ຄວາມ​ພະຍາຍາມ​ທັງ​ໝົດ​ຄວນ​ໄດ້​ຮັບ​ການ​ຮັບ​ຮູ້​ ໃນ​ການ​ສະໜັບ ສະໜູນ​ມາດ​ຕະການ​ສັນຕິພາບ ກ່ຽວກັບ​ ສົງຄາມຣັດ​ເຊຍ-ຢູ​ເຄຣນ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້. ຈີນ​ບໍ່​ເຄີຍ​ໄດ້ “ເພີ້ມທະວີ ຫຼືຕື່ມເຊື້ອໄຟ”, ທ່ານ ນາງ ໝາວ ໜິງ (Mao Ning) ກ່າວ ໃນການຕອບຄຳ ຖາມ​ຕໍ່​ກອງ​ປະຊຸມສຸດຍອດ​ສັນຕິພາບ.

ອີງຕາມການລາຍງານສະບັບນຶ່ງ, ປະທານາທິບໍດີ​ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ​ໄດ້​ກ່າວ​ຫາຣັດ​ເຊຍ ​ແລະ​ຈີນ​ ວ່າ​ພະຍາຍາມ​ທຳລາຍ​ກອງ​ປະຊຸມ ສຸດຍອດ​ສັນຕິພາບ​ສາກົນຂອງທ່ານ ​ທີ່​ໄດ້​ວາງແຜນໄວ້​ຢູ່​ປະເທດ ສະວິດເຊີແລນ ​ໃນ​ກາງ​ເດືອນ​ມິຖຸນາ​ນີ້.


ທ່ານ ນາງ ໝາວ ກ່າວ​ວ່າ ຈີນ​ໃຫ້ຄວາມ​ສຳຄັນ​ຢ່າງຍິ່ງ ຕໍ່​ການ​ພົວພັນ​ກັບ​ຢູເຄຣນ ​ແລະ​ຍັງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຕົນ, ​ໂດຍ​ກ່າວ​ຕື່ມວ່າ ຈຸດຢືນ​ຂອງ​ຈີນ​ໃນ​ກອງ​ປະຊຸມ​ສັນຕິພາບ​ແມ່ນ "​ເປີດ​ກວ້າງ ​ແລະ ​ໂປ່​ງ​ໃສ" ຫຼາຍ.

"ພວກເຮົາເຊື່ອວ່າພວກເຮົາຈະໄດ້ຮັບຄວາມເຂົ້າໃຈ ແລະການສະຫນັບສະຫນູນ ຈາກທຸກຝ່າຍ." ສະ​ວິດ​ເຊີ​ແລນ ກຳ​ລັງ​ຊອກ​ຫາ​ບັນ​ດາ​ຜູ້ເຂົ້າຮ່ວມກອງປະຊຸມ ສຸດຍອດຈາກພາກສ່ວນຕ່າງໆຂອງ​ໂລກ​, ເຊິ່ງລັດ​ຖະ​ບານ ເບີນ ຫວັງ​ວ່າ​ຈະ​ວາງ​ພື້ນ​ຖານ​ສຳ​ລັບ​ຂະ​ບວນ​ການ​ສັນ​ຕິ​ພາບ​ຢູ່ໃນຢູເຄຣນ. ຣັດເຊຍ ແລະ ຈີນ ປະກາດການພົວພັນແບບ “ບໍ່ຈຳກັດ” ພຽງບໍ່ເທົ່າໃດມື້ກ່ອນທີ່ ມົສກູ ຈະເປີດ ການບຸກໂຈມຕີ ຢູເຄຣນ ໃນເດືອນກຸມພາ ປີ 2022 ແຕ່ມາຮອດປະຈຸບັນນີ້ ປັກກິ່ງ ໄດ້ຫຼີກລ້ຽງການສະໜອງອາວຸດ ແລະລູກປືນແທ້ ສຳລັບຄວາມພະຍາ ຍາມໃນການເຮັດສົງຄາມຂອງຣັດເຊຍ.

ອ່ານຂ່່າວນີ້ເປັນພາສາອັງກິດຂ້າງລຸ່ມນີ້:

China believes all efforts should be recognised in supporting peace measures around the Russia-Ukraine war, a spokesperson for the Chinese foreign ministry said on Monday.

China has never "fanned fire or fuelled the flames", said Mao Ning, addressing a question on a peace summit.

According to a report, Ukrainian President Volodymyr Zelenskiy has accused Russia and China of attempting to undermine his planned global peace summit in Switzerland in mid-June.

China attaches great importance to its relations with Ukraine and remains its largest trading partner, Mao said, adding that China's position on the peace conference is very "open and transparent".

"We believe that we can get the understanding and support of all parties." Switzerland is seeking a broad-based turnout from different parts of the world for the summit, which Bern hopes will lay the groundwork for a peace process in Ukraine. Russia and China proclaimed a "no limits" relationship just days before Moscow launched its invasion of Ukraine in February 2022 but Beijing has so far avoided providing actual weapons and ammunition for Russia's war effort.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG