ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນກ່າວວ່າ 50 ຄົນ ເສຍຊິວິດ ຍ້ອນ ຄວາມວຸ້ນວາຍ ຢູ່ ແຂວງຊິນຈຽງ


ຕຳຫລວດ ທີ່ຖືເຄື່ອງກຳບັງ ແລະໄມ້ຄ້ອນ ທຳການລາດຕະເວນ
ຢູ່ໃກ້ກັບ ຈະຕຸລັດປະຊາຊົນ ທີ່ເມືອງ Urumqi.
ຕຳຫລວດ ທີ່ຖືເຄື່ອງກຳບັງ ແລະໄມ້ຄ້ອນ ທຳການລາດຕະເວນ ຢູ່ໃກ້ກັບ ຈະຕຸລັດປະຊາຊົນ ທີ່ເມືອງ Urumqi.

ສື່ມວນຊົນຂອງທາງການຈີນ ກ່າ​ວໃນເວລານີ້ວ່າ ມີ 50 ຄົນ​
ໄດ້ເສຍ​ຊີວິດ ​ໃນ​ຄວາມ​ບໍ່​ສະຫງົບຫວ່າງ​ມໍ່ໆ​ມາ​ນີ້ ຢູ່ທີ່ແຂວງ
Xinjiang​ ທີ່ວຸ້ນວາຍ ທາງພາກຕາເວັນຕົກສຸດຂອງປະເທດ.
ກ່ອນ​ໜ້າ​ນັ້ນ ບັນດາເຈົ້າ​ໜ້າ​ທີ່ກ່າວ​ວ່າ ມີ​ແຕ່​ສອງຄົນ​ເທົ່າ​ນັ້ນ
​ໄດ້ເສຍ​ຊີວິດ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ​ຍ້ອນ​ຄວາມ​ຮຸນ​ແຮງ​ໃນ
ເຂດ​ເມືອງ Luntai ທາງພາກຕາ​ເວັນ​ຕົກ​ສຽງ​ໃຕ້​ ຂອງ
Urumqi ຊຶ່ງເປັນເມືອງຫຼວງຂອງ ເຂດດັ່ງກ່າວ.

ອົງການ​ຂ່າວ Tianshan ​ໄດ້​ໃຫ້ລາຍ​ລະ​ອຽດ​ເພີ້​ມ​ເຕີມ​ໃນ​ວັນ
​ສຸກ​ມື້​ນີ້ ໂດຍກ່າວ​ວ່າ ລະ​ເບີດຫຼາຍໆລູກໄດ້​ແຕກຂຶ້ນ​ຢູ່​ປ້ອມ​
ຕຳຫລວດ​ສອງ​ແຫ່ງ ​ແລະ​ຮ້ານ​ຄ້າອີກ ສອງ​ຮ້ານ ​ເຮັດ​ໃຫ້​ຕຳ
ຫລວດ​ສີ່​ຄົນ ​ແລະ​ພົນລະ​ເຮືອນ​ຫົກ​ຄົນ​ເສຍ​ຊີວິດ.

ລາຍ​ງານ​ກ່າວ​ວ່າ ຕຳຫລວດ​ໄດ້​ຕອບ​ໂຕ້ “ຢ່າງເດັດດ່ຽວ” ​ໂດຍເປີດ​ສາກ​ຍິງ​ໃສ່​ຫລາຍ​ຄົນ
​ທີ່​ກ່າວກັນວ່າ​ເປັນ “ພວກ​ກໍ່​ຄວາມ​ວຸ້ນວາຍ.” ຢ່າງ​ໜ້ອຍ 40 ຄົນ​ໄດ້ເສຍ​ຊີວິດ ​ໃນ​ຄວາມ
​ຮຸນ​ແຮງທີ່ຕິດ​ຕາມ​ມາ ​ໃນ​ຂະນະ 54 ຄົນ​ໄດ້ຮັບ​ບາດ​ເຈັບ.

ມີການກ່າວກັນວ່າ ຄວາ​ມບໍ່​ສະຫງົບ​ດັ່ງກ່າວນີ້ ​ເປັນ​ການ​ໂຈມຕີກໍ່ການຮ້າຍທີ່ຈັດຕັ້ງໂດຍ
ທ່ານ Mamat Tursun ​ທີ່ໄດ້ຖືກ​ຍິງ​ຕາຍໄປນັ້ນ. ຕຳຫລວດ​ກ່າວ​ວ່າ ລາວ​ໄດ້​ປະຕິບັດ
​ງານ​ ໃນ​ນາມພວກຫົວ​ຮຸນ​ແຮງ​ຈັດ ມາ​ຕັ້ງ​ແຕ່​ປີ 2003.

ຄວາ​ມຮຸນ​ແຮງ​ໃນທຳນອງນີ້ ​ໄດ້​ເຮັດ​ໃຫ້ຢ່າງໜ້ອຍ 300 ຄົນເສຍ​ຊີວິດ ໃນລະຍະນຶ່ງ​ປີ​ເຄິ່ງຜ່ານມານີ້ ຢູ່ໃນ​ແຂວງ Xinjiang ບ່ອນ​ທີ່​ຄວາມ​ເຄັ່ງ​ຕືງພວມ​ເພີ້​ມ ທະວີຂື້ນ ລະຫວ່າງ
ຊົນ​ເຜົ່າ Uighurs ​ເຜົ່າ Han ຂອງຈີນ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່.

XS
SM
MD
LG