ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ທຳ​ການ​ລົງ​ໂທດ ຕໍ່​ບໍ​ລິ​ສັດ​ແຄ​ຣອນ ຂອງ​ສະ​ຫະ​ລັດ ຍ້ອນ​ສະ​ໜອ​ງ​ການ​ຄົ້ນ​ຄວ້າ ກ່ຽວ​ກັບ​ຊິນ​ຈຽງ


ແຟ້ມ - ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ນາງ​ໝາວ ໜິງ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2023.
ແຟ້ມ - ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ນາງ​ໝາວ ໜິງ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2023.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ວ່າ ຕົນ​ໄດ້​ທຳ​ການ​ລົງ​ໂທດ​ ຕໍ່ບໍ​ລິ​ສັດ​ແຄ​ຣອນ ຂອງ​ສະ​ຫະ​ລັດ​ທີ່​ກໍ່​ສ້າງ​ຕັ້ງ​ໂດຍ​ອະ​ດີ​ດ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ ເພື່ອ​ສະ​ໜອງ​ຂໍ້​ມູນ​ ໃຫ້​ແກ່ບໍ​ລິ​ສັດ​ຕ່າງໆ ກ່ຽວ​ກັບ​ການ​ບັງ​ຄັບ​ໃຊ້​ແຮງ​ງານໃນ​ເຂດ​ຊິນ​ຈຽງ ເພື່ອ​ຊ່ວຍ​ໃຫ້​ບໍ​ລິ​ສັດ​ເຫຼົ່າ​ນີ້ ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ​ຈີນ ​ກ່າວ​ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້​ວ່າ ຕົນ​ຈະ​ເອົາ “ມາດ​ຕະ​ການ​ຕອບ​ໂຕ້” ຕໍ່ບໍ​ລິ​ສັດ​ແຄ​ຣອນແລະ​ຜູ້​ອຳ​ນວຍ​ການ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ສືບ​ສວນ ທີ່​ສະ​ໜອງ “ໃນ​ອັນ​ທີ່​ເອີ້ນ​ວ່າ ຫຼັກ​ຖານ​ກ່ຽວ​ກັບ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ຂອງ​ການ​ລົງ​ໂທດ​ອາ​ເມ​ຣິ​ກາ ທີ່​ພົວ​ພັນ​ກັບ​ເຂດ​ຊິນ​ຈ​ຽງ.”

ເພື່ອ​ເປັນ​ກາ​ນ​ຕອບ​ໂຕ້ ບໍ​ລິ​ສັດ​ແຄ​ຣອນ ຊຶ່ງ​ມີ​ສຳ​ນັກ​ງານ ​ຕັ້ງ​ຢູ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ກ່າວ​ວ່າ ຕົນ​ບໍ່​ໄດ້​ມີ​ກິດ​ຈະ​ກຳ​ໃດໆ​ ຢູ່​ໃນ​ປະ​ເທດ​ຈີນ ດັ່ງ​ນັ້ນ​ການ​ລົງ​ໂທດ​ດັ່ງ​ກ່າວ​ “ສ່ວນ​ໃຫຍ່​ແລ້ວ ​ເປັນ​ພຽງ​ສັນ​ຍາ​ລັກ” ແລະ​ຈະ​ບໍ່​ມີ​ຜົນ​ກະ​ທົບ​ໃດໆ​ຕໍ່​ການ​ປະ​ຕິ​ບັດ​ງານ ຫຼື​ຄວາມ​ສາ​ມາດ​ ​ໃນ​ການ​ບໍ​ລິ​ການແກ່​ລູກ​ຄ້າ​ຂອງ​ຕົນ.

“ໃນ​ການ​ໃຫ້​ບໍ​ລິ​ການ​ແກ່​ລູກ​ຄ້າ​ຂອງ​ພວກ​ເຮົາແລະ​ທຸ​ລະ​ກິດ​ຕ່າງໆ​ຢູ່​ໃນ​ທົ່ວ​ໂລກ​ເພື່ອ​ຊອກ​ສະ​ແຫວງ​ຫາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ນຳ​ໜ້າ​ໃນ​ໂຄງ​ການ​ຄຸ້ມ​ຄອງ​ດ້ານ​ຄວາມ​ສ່ຽງນັ້ນ ແຄ​ຣອນ​ຈະ​ສືບ​ຕໍ່​ສະ​ໜອງ​ການ​ຄົ້ນ​ຄວ້າ​ແລະ​ຂໍ້​ມູນ​ວິ​ເຄາະ​ທີ່​ມີ​ວັດ​ຖຸ​ປະ​ສົງ ອິດ​ສະ​ຫຼະ ແລະ​ອີງ​ຕາມ​ແຫຼ່ງ​ຂ່າວ​ທີ່​ໜ້າ​ເຊື່ອ​ຖື” ບໍ​ລິ​ສັດ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

ອະ​ດີດ​ນັກ​ຄົ້ນ​ຄວ້າ​ຄົນ​ນຶ່ງ ​ຂອງ​ສູນ​ກາງ​ການ​ສຶກ​ສາ​ທີ່​ກ້າວ​ໜ້າ​ ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ຍັງ​ຈະ​ຖືກ​ລົງ​ໂທດ​ເຊັ່ນ​ກັນ.

ບັນ​ດາ​ບຸກ​ຄົນ ​ທີ່​ໄດ້​ຮັບ​ຜົນ​ກະ​ທົບຈ​ະ​ຖືກ​ຫ້າມ ​ບໍ່​ໃຫ້​ເດີນ​ທາງ​ເຂົ້າ​ໄປ​ໃນ​ປະ​ເທດ​ຈີນ ຮວມ​ທັງ​ຮົງ​ກົງແລະ​ມາ​ກາວ ແລະ​ຊັບ​ສິນ​ຂອງ​ບໍ​ລິ​ສັດ​ແຄ​ຣອນ ​ຢູ່​ໃນ​ຈີນ​ຈະ​ຖືກກັກ ອີງ​ຕາມ​ຄຳ​ເວົ້າ​ຂອງ​ທາງ​ກະ​ຊວງ​ທີ່​ໄດ້​ກ່າວ​ໄວ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG