ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ລົງໂທດບໍລິສັດ ຂອງສະຫະລັດ ທີ່ຂາຍອາວຸດໃຫ້ແກ່ໄຕ້ຫວັນ


ແຟ້ມຮູບ-ເຄື່ອງໝາຍ ປາກົດໃຫ້ເຫັນໃນລະຫວ່າງການປະຊຸມໃຫຍ່ປະຈໍາປີທົ່ວປະເທດ ກ່ຽວກັບນັກບິນອະວະກາດນານາຊາດ ຢູ່ທີ່ຫໍປະຊຸມໃຫຍ່ Walter E. Washington ໃນລັດວໍຊິງຕັນ, ວັນທີ 22 ຕຸລາ 2019.
ແຟ້ມຮູບ-ເຄື່ອງໝາຍ ປາກົດໃຫ້ເຫັນໃນລະຫວ່າງການປະຊຸມໃຫຍ່ປະຈໍາປີທົ່ວປະເທດ ກ່ຽວກັບນັກບິນອະວະກາດນານາຊາດ ຢູ່ທີ່ຫໍປະຊຸມໃຫຍ່ Walter E. Washington ໃນລັດວໍຊິງຕັນ, ວັນທີ 22 ຕຸລາ 2019.

ກະຊວງການຄ້າຂອງຈີນປະກາດໃນວັນພະຫັດວານນີ້ວ່າ ພວກເຂົາກໍາລັງວາງ​ມາດ​ຕະການລົງໂທດຕໍ່ສອງບໍລິສັດທາງດ້ານຄວາມໝັ້ນຄົງຂອງສະຫະລັດ ທີ່ຂາຍອາວຸດໃຫ້ແກ່ໄຕ້ຫວັນ, ໂດຍຫ້າມບໍ່ໃຫ້ມີການນໍາສິນຄ້າເຂົ້າປະເທດຈີນຫຼື ດໍາເນີນການລົງທຶນໃໝ່ ຢູ່ໃນປະເທດ.

ການດໍາເນີນງານດັ່ງກ່າວ ເກີດຂຶ້ນໃນໄລຍະພຽງອາທິດປາຍ ລຸນຫຼັງ ຈີນ ໄດ້ໃຫ້ສັນຍາໃນ “ມາດຕະການຕໍ່ຕ້ານ” ສໍາລັບຕອບໂຕ້ຕໍ່ກອງທັບສະຫະລັດທີ່ຍິງໃນສິ່ງທີ່ເຊື່ອວ່າ ເປັນບາລລູນສອດແນມທີ່ລອຍຢູ່ເໜືອນ່ານຟ້າຂອງສະຫະລັດ.

ຢູ່ໃນຖະແຫລງການດັ່ງກ່າວ, ກະຊວງການຄ້າຂອງຈີນກ່າວວ່າ ລູກສອນໄຟ ເຣຕຽນ (Raytheon) ແລະອຸປະກອນປ້ອງກັນຂອງບໍລິສັດເຣຕຽນ ແລະບໍລິ ສັດລັອກຮີດ ມາຕິນ ໄດ້ຖືກຫ້າມຈາກ “ການດໍາເນີນການຕ່າງໆທີ່ພົວພັນກັບການນໍາເຂົ້າ ແລະສົ່ງອອກຂອງຈີນ” ຫຼືການລົງທຶນໃໝ່ຢູ່ໃນທີ່ນັ້ນ.

ທັງສອງບໍລິສັດ ແມ່ນໄດ້ຖືກສັ່ງຫ້າມໂດຍກົດໝາຍສະຫະລັດ ຈາກການຂາຍອາວຸດ ທີ່ພົວພັນກັບເທັກໂນໂລຈີຂອງຈີນ, ແຕ່ບາງບໍລິສັດຜູ້ຮັບເໝົາທາງກອງ ທັບສະຫະລັດ ດໍາເນີນການຜະລິດອຸປະກອນອື່ນໆທີ່ບໍ່ແມ່ນອາວຸດ ເຊິ່ງພົວພັນກັບທຸລະກິດພາຍໃນປະເທດ.

ຢູ່ໃນຖະແຫລງການ ຍັງໄດ້ກ່າວອີກວ່າ ຈີນໄດ້ປັບ​ໃໝສອງບໍລິສັດ​ດັ່ງ​ກ່າວເປັນ ຈໍານວນເງິນສອງເທົ່າຂອງມູນຄ່າສັນຍາຂອງພວກເຂົາເຈົ້າຢູ່ໃນໄຕ້ຫວັນ ແລະ ຜູ້ບໍລິຫານງານຂອງພວກເຂົາເຈົ້າ ກໍຖືກຫ້າມບໍ່ໃຫ້ເຮັດວຽກຢູ່ໃນປະເທດຈີນອີກດ້ວຍ. ຍັງບໍ່ແຈ່ມແຈ້ງວ່າ ພວກເຂົາຈະບັງຄັບໃຊ້ຄ່າປັບໃໝນັ້ນແນວໃດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG