ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ສີ ຈິ່ນ​ຜິງ ຮຽກ​ຮ້ອງ​ໃຫ້​ຢຸດ​ຄວາມ​ຂັດ​ແຍ້ງ ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ຜ່ານ​ການ​ແກ້​ໄຂ​ບັນ​ຫາ​ສອງ​ລັດ


ນັກ​ທ່ອງ​ທ່ຽວ​ຍ່າງ​ກາຍ​ໜ້າ​ຈໍ​ທີ່​ສະ​ແດງ​ໃຫ້​ເຫັນ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ​ ຈິ່ນ​ຜິງ ຢູ່​ຫໍ​ພິ​ພິ​ຕະ​ພັນ ພັກ​ຄອມ​ມູ​ນິ​ສ ຈີນ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 19 ຕຸ​ລາ 2023.
ນັກ​ທ່ອງ​ທ່ຽວ​ຍ່າງ​ກາຍ​ໜ້າ​ຈໍ​ທີ່​ສະ​ແດງ​ໃຫ້​ເຫັນ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ​ ຈິ່ນ​ຜິງ ຢູ່​ຫໍ​ພິ​ພິ​ຕະ​ພັນ ພັກ​ຄອມ​ມູ​ນິ​ສ ຈີນ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 19 ຕຸ​ລາ 2023.

ຜູ້​ນຳ ຈີນ ທ່ານ ສີ ຈິ່ນ​ຜິງ ໄດ້​ໃຫ້​ຄຳ​ເຫັນ​ຕໍ່​ສາ​ທາ​ລະ​ນະ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ກ່ຽວ​ກັບ ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ໃນ​ວັນ​ພະ​ຫັດ​ວານນີ້, ໂດຍ​ຮຽກ​ຮ້ອງ​ໃຫ້ຢຸດ​ຍິງ ແລະ ໄດ້​ກ່າວ​ຢ້ຳ​ເຖິງ​ການ​ສ້າງ​ຕັ້ງ “ລັດ​ເອ​ກະ​ລາດ​ແຫ່ງ ປາ​ສ​ແລັ​ສ​ໄຕ​ນ໌” ຜ່ານ​ການ​ແກ້​ໄຂ​ບັນ​ຫາ​ສອງ​ລັດ​ແມ່ນ “ວິ​ທີ​ພື້ນ​ຖານ​ເພື່ອ​ອອກ​ຈາກ” ຄວາມ​ຂັດ​ແຍ້ງ.

ທ່ານ ສີ ໄດ້​ກ່າວ​ໃນ​ລະ​ຫວ່າ​ງການ​ພົບ​ປະ​ຂອງ​ທ່ານ ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຈິບ ທ່ານ ມອ​ສ​ຕາ​ຟາ ມາດ​ບູ​ລີ ໃນ​ນະ​ຄອນຫຼວງ ປັກ​ກິ່ງ ວ່າ “ບູ​ລິ​ມະ​ສິດ​ສູງ​ສຸດ​ແມ່ນ​ເພື່ອ​ຢຸດ​ການ​ຕໍ່​ສູ້​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ປ້ອງ​ກັນ​ຄວາມ​ຂັດ​ແຍ້ງ​ຈາກ​ການ​ແຜ່​ລາມ​ ຫຼື ແມ່ນ​ກະ​ທັ້ງ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້ ແລະ ກໍ່​ໃຫ້​ເກີດ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຮຸນ​ແຮງ.”

ນັກ​ວິ​ເຄາະ​ບາງ​ຄົນ​ກ່າວ​ວ່າ ຄຳ​ເວົ້າ​ຂອງ​ທ່ານ ສີ ແມ່ນ​ສອດ​ຄ່ອງ​ກັບ​ມຸມ​ມອງ​ທີ່​ມີ​ມາ​ດົນ​ນານ​ຂອງ ປັກ​ກິ່ງ ກ່ຽວ​ກັບ​ ບັນ​ຫາ​ດັ່ງ​ກ່າວ ​ທີ່​ກ່ຽວ​ຂ້ອງ​ກັບ ປາ​ແລັ​ສ​ໄຕ​ນ໌. ທ່ານ ດອນ ເມີ​ເຟີ, ຮອງ​ສາ​ສະ​ດາ​ຈານ​ຂອງ​ຄະ​ນະ​ແຜນ​ຍຸດ​ທະ​ສາດ​ດ້ານ​ຄວາມ​ປ​ອດ​ໄພ​ແຫ່ງ​ຊາດ ​ຢູ່​ວິ​ທະ​ຍາ​ໄລ​ສົງ​ຄາມ​ແຫ່ງ​ຊາດ​ຂອງ ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ ທາງ​ໂທ​ລະ​ສັບ​ວ່າ “ຄຳ​ຖະ​ແຫຼງ​ທີ່​ອອກ​ມາ​ຈາກ​ ປັກ​ກິ່ງ ນັບ​ຕັ້ງ​ແຕ່​ວັນ​ທີ 8 ຕຸ​ລາ ແມ່ນ​ສອດ​ຄ່ອງ​ກັບ​ທັດ​ສະ​ນະ​ຄະ​ຕິ​ທີ່ ຈີນ ໄດ້​ສະ​ແດງ​ອອກ​ມາ​ຕະຫຼອດ​ເວ​ລາ​ຢ້ອນ​ກັບ​ຄືນ​ໄປ​ໃນ​ຢ່າງ​ໜ້ອຍ​ປີ 1997.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG