ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານສີ ຈິ້ນຜິງ ຂອງຈີນ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການຢ້ຽມຢາມຢ່າງເປັນທາງການ ໃນ ອາຟຣິກາໃຕ້


ປະທານປະເທດຈີນ ທ່ານສີຈິ້ນຜິງ, ຊ້າຍ, ຈັບມືກັບປະທານາທິບໍດີຂອງອາຟຣິກາໃຕ້ ທ່ານຊີຣີລ ຣາມາໂຟຊາ ລຸນຫຼັງການຖະແຫຼງຂ່າວຮ່ວມ ຢູ່ທີ່ອາຄານສະຫະພາບ ໃນນະຄອນຫຼວງປຣີໂຕເຣຍ, ອາຟຣິກາໃຕ້, ວັນທີ 22 ສິງຫາ 2023.
ປະທານປະເທດຈີນ ທ່ານສີຈິ້ນຜິງ, ຊ້າຍ, ຈັບມືກັບປະທານາທິບໍດີຂອງອາຟຣິກາໃຕ້ ທ່ານຊີຣີລ ຣາມາໂຟຊາ ລຸນຫຼັງການຖະແຫຼງຂ່າວຮ່ວມ ຢູ່ທີ່ອາຄານສະຫະພາບ ໃນນະຄອນຫຼວງປຣີໂຕເຣຍ, ອາຟຣິກາໃຕ້, ວັນທີ 22 ສິງຫາ 2023.

ປະທານາທິບໍດີອາຟຣິກາໃຕ້ ທ່ານຊີຣີລ ຣາມາໂຟຊາ ເປັນເຈົ້າພາບຕ້ອນຮັບຄູ່ຕໍາແໜ່ງຝ່າຍ​ຈີນ ທ່ານສີ ຈິ້ນຜິງ ​ໃນການຢ້ຽມຢາມຢ່າງເປັນທາງການ, ໂດຍຈັດພິທີ​ຢ່າງຄຶກຄື້ນແລະສະຫງ່າຜ່າເຜີຍ, ຢູ່ດ້ານນອກຂອງກອງປະຊຸມສຸດຍອດ​ກຸ່ມ BRICS ໃນວັນອັງຄານແລ້ວນີ້. ທ່ານສີຖືກຕ້ອນຮັບໃນນະຄອນປຣີໂຕເຣຍ ​ດ້ວຍການຍິງປືນ​ໃຫຍ່ 21 ​ນັດ ໃນຂະນະທີ່ທັງສອງປະ ເທດ ໄດ້ເນັ້ນຢໍ້າເຖິງ 25 ປີຂອງການພົວພັນທາງການທູດ. ເຄດ ບາທ໌ເລັດ (Kate Bartlett) ມີລາຍງານຈາກນະຄອນໂຈແຮນແນັສເບີກ, ເຊິ່ງ ທິບສຸດາ ມີລາຍລະອຽດ​ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານຣາມາໂຟຊາ ຕ້ອນຮັບ ທ່ານສີ ຢ່າງອົບອຸ່ນ, ໂດຍລະລຶກເຖິງວິທີທີ່ປັກກິ່ງ ໄດ້ສະໜັບສະໜຸນການຕໍ່ສູ້ຂອງອາຟຣິກາໃຕ້ ໃນການຕໍ່ຕ້ານການແບ່ງແຍກຜິວ​ພັນ ແລະລະລຶກເຖິງຄວາມສໍາພັນລະຫວ່າງສອງປະເທດ ທີ່ມີຄວາມ “ພິເສດຫຼາຍ.”

ທ່ານໄດ້ໃຫ້ຂໍ້ສັງເກດວ່າ ຈີນ ແມ່ນຄູ່ການຄ້າທີ່ໃຫຍ່ທີ່ສຸດໃນ​ໂລກ ຂອງອາຟຣິກາ, ​ໂດຍການຄ້າສອງຝ່າຍມີມູນຄ່າ 32 ຕື້ໂດລາໃນປີແລ້ວນີ້, ແຕ່ໄດ້ເນັ້ນຢໍ້າເຖິງຄວາມບໍ່ສົມດຸນທາງດ້ານການຄ້າ ​ທີ່ຈີນ​ເປັນ​ຝ່າຍ​ໄດ້​ປຽບ​ນັ້ນ ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ. ທ່ານຣາມາໂຟຊາ ກ່າວວ່າ:

“ໃນຖານະທີ່ເປັນອາຟຣິກາໃຕ້, ພວກເຮົາຕ້ອງການ​ຢາກເຫັນການຫຼຸດລົງກ່ຽວກັບການຂາດດຸນການຄ້າທີ່ສໍາຄັນ ແລະການຢ້ຽມຢາມໃນຄັ້ງນີ້ ແມ່ນໂອກາດສໍາລັບພວກເຮົາ ເພື່ອມອງຫາຫຼາຍຫົນທາງ ໃນການດໍາເນີນງານດັ່ງກ່າວມານັ້ນ.”

ປັດຈຸບັນ, ອາຟຣິກາໃຕ້ກໍາລັງຢູ່ໃນວິກິດການທາງດ້ານພະລັງງານຢ່າງຮຸນແຮງ, ເຊິ່ງລະບົບເສດຖະກິດຂອງປະເທດ ກໍາລັງໄດ້ຮັບຜົນກະທົບຢ່າງໜັກ ໂດຍໄຟ ຟ້າມອດເກືອບທຸກໆມື້. ທ່ານຣາມາໂຟຊາ ກ່າວຂອບໃຈ ຈີນ ທີ່ບໍລິຈາກອຸປະ ກອນສໍາລັບພະລັງງານສຸກເສີນ ແລະເງິນຊ່ວຍເຫຼືອເພື່ອການພັດທະນາ ທີ່ມີຈໍານວນປະມານ 26 ລ້ານໂດລາ. ທ່ານຣາມາໂຟຊາ ກ່າວວ່າ:

“ການຮ່ວມມືທາງດ້ານພະລັງງານກັບ ຈີນ ແມ່ນການພັດທະນາ​ຫາ​ກໍ​ເລີ້ມ​ເມື່ອ​ບໍ່​ດົນ​ມານີ້ ທີ່ພວກເຮົາມອງຫາການຮ່ວມມື ທີ່ເລິກເຊິ່ງຂຶ້ນ, ໂດຍສະເພາະແລ້ວ
ເພື່ອ​ໃຫ້​ສອດ​ຄ່ອງ​ກັບຄວາມມຸ້ງໝັ້ນຂອງພວກເຮົາ ທີ່ຈະຫຼຸດທາດຄາບອນລົງ, ແລະການພັດທະນາທີ່​ສາ​ມາດ​ປັບ​ໂຕ​ໄດ້​ທາງ​ດ້ານສະພາບອາກາດ.”

ທ່ານຣາມາໂຟຊາ ໄດ້ຢືນຢັນຕໍ່ຄໍາມຸ່ງໝັ້ນຂອງອາຟຣິກາໃຕ້ ກ່ຽວກັບ ນະໂຍ ບາຍຈີນດຽວ, ແລະໃຫ້​ຂໍ້​ສັງ​ເກດວ່າ ປຣີໂຕເຣຍ ແລະ ປັກກິ່ງ ​ມີ​ທ່າ​ທີທີ່ຄ້າຍຄືກັນ ໃນການສະໜັບສະໜຸນຕໍ່​ການ​ແກ້​ໄຂ​ບັນ​ຫາຂັດແຍ້ງຢູ່ໃນຢູເຄຣນ ດ້ວຍ​ສັນ​ຕິ​ວິ​ທີ.

ສໍາລັບ ທ່ານສີ, ທ່ານ​ໃຫ້​ຂໍ້​ສັງ​ເກດວ່າ ປະເທດທັງສອງມີສາຍພົວພັນທີ່ໝັ້ນຄົງຕໍ່ກັນ “ເໝືອນດັ່ງສະຫາຍ ແລະອ້າຍນ້ອງກັນ.”

ທ່ານພອລ ນັນຕູລຢາ (Paul Nantulya), ເຊິ່ງເປັນນັກຊ່ຽວຊານກ່ຽວກັບຈີນ ຢູ່ທີ່ສູນກາງການສຶກສາດ້ານຍຸດທະສາດຂອງອາຟຣິກາ ກ່າວວ່າ ໃນຂະນະທີ່ ຈີນ ເປັນປະເທດທີ່​ມີ​ເສດ​ຖະ​ກິດໃຫຍ່ເປັນອັນດັບສອງຂອງໂລກ, ພວກເຂົາມັກຈະມອງຕົນເອງໃນຖານະ ​ທີ່ເປັນປະເທດ​ກຳ​ລັງພັດທະນາ, ເຊິ່ງທ່ານໄດ້ກ່າວວ່າ:

“ພວກເຂົາຕ້ອງການໃຫ້ບັນດາປະເທດທາງພາກໃຕ້ຂອງໂລກເຫັນພວກເຂົາເປັນປະເທດທີ່ກໍາລັງພັດທະນາ ແລະນັ້ນ ກໍໄດ້ກາຍມາເປັນສິ່ງສໍາຄັນ ເມື່ອ​ເວົ້າ​ເຖິງການເປັນ​ແຮງ​ຖ່ວງຕໍ່ສິ່ງທີ່ພວກເຂົາມອງວ່າ ເປັນລະບຽບແລະ​ລະ​ບົບລະຫວ່າງປະເທດ ທີ່ຖືກຄອບງໍາໂດຍຕາເວັນຕົກ ແລະສະຫະລັດ.”

ມີ​ການ​ເຊັນ​ລົງ​ນາມ ໃນບົດບັນທຶກຄວາມເຂົ້າໃຈຫຼາຍສະບັບ ລະຫວ່າງການຢ້ຽມຢາມຢ່າງເປັນທາງການ ລວມມີ ຂໍ້ຕົກລົງກ່ຽວກັບການລົງທຶນໂດຍກົງ, ລະບົບເສດຖະກິດ Digital, ການສົ່ງອອກໝາກອາໂວກາໂດ, ການພັດທະນາສວນອຸດສາຫະກໍາ ແລະ ເຂດເສດຖະກິດພິ​ເສດ.

ທັງສອງປະເທດ ຍັງເຫັນດີທີ່ຈະຍົກລະດັບການຮ່ວມມືທາງດ້ານການທ່ອງທ່ຽວ ແລະດ້ານການສຶກສານໍາອີກດ້ວຍ.

ໃນເວ​ລາ​ຕໍ່​ມາ​ຂອງວັນອັງຄານແລ້ວນີ້, ກອງປະຊຸມສຸດຍອດກຸ່ມ BRICS ຂອງບັນດາປະເທດທີ່ມີລະບົບເສດຖະກິດກໍາລັງ​ພຸ່ງ​ພົ້ນໃໝ່ເຊັ່ນ ບຣາຊີລ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ ກໍ​ໄດ້​ເລີ້ມ​ຂຶ້​ນ​ຢ່າງ​ເຕັມ​ອັດ​ຕາ. ບັນດາຜູ້ນໍາ​ກຸ່ມຂອງປະເທດ BRICS ທັງໝົດໄດ້ເຂົ້າຮ່ວມກອງປະຊຸມ, ຍົກເວັ້ນປະທານາ ທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ທີ່ໄດ້ເຂົ້າຮ່ວມໃນເຂດທີ່ຫ່າງໄກ. ຄາດ ການວ່າ ການຂະຫຍາຍໂຕຂອງກຸ່ມ ອາດຈະລວມຢູ່ໃນວະລະຂອງການປະຊຸມ ເຊິ່ງໄດ້ສິ້ນສຸດລົງໃນວັນພະຫັດແລ້ວນີ້.

ອ່ານບົດລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG