ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ສີ ຈິ່ນ​ຜິງ ມີ​ຄວາມ​ເປັນ​ໄປ​ໄດ້ ທີ່​ຈະ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ໃນ​ ອິນ​ເດຍ, ອີງ​ຕາມ​ແຫຼ່ງ​ຂ່າວ


ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ, 19 ມິ​ຖຸ​ນາ 2023.
ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ, 19 ມິ​ຖຸ​ນາ 2023.

ປະ​ທາ​ນ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ ທີ່​ຈະ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ຜູ້​ນຳ​ກຸ່ມ 20 ປະ​ເທດ ຫຼື G20 ຢູ່​ ອິນ​ເດຍ ​ໃນ​ອາ​ທິດ​ໜ້າ, ແຫຼ່ງ​ຂ່າວ​ທີ່​ຄຸ້ນ​ເຄີຍ​ກັບ​ບັນ​ຫາ​ດັ່ງ​ກ່າວ​ໃນ ອິນ​ເດຍ ແລະ ຈີນ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ, ເຊິ່ງ​ແມ່ນ​ຄວາມ​ຄືບ​ໜ້າ​ທີ່​ຈະ​ຕັດ​ໂອ​ກາດ​ຂອງ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ຢູ່​ທີ່​ນັ້ນ.

ການ​ຂາດ​ທ່ານ ສີ ຍັງ​ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ເຈົ້າ​ພາບ ອິນ​ເດຍ, ອີງ​ຕາມ​ນັກ​ວິ​ເຄາະ​ບາງ​ຄົນ, ຜູ້​ທີ່​ພິ​ຈາ​ລະ​ນາ​ມັນ​ດັ່ງ​ກັບ​ສັນ​ຍານ​ທີ່​ວ່າ ຈີນ ແມ່ນບໍ່​ເຕັມ​ໃຈ​ທີ່​ຈະ​ມອບ​ອຳ​ນາດ​ໃຫ້​ປະ​ເທດ​ເພື່ອນ​ບ້ານ​ທາງ​ພາກ​ໃຕ້​ຂອງ​ເຂົາ​ເຈົ້າ​ທີ່​ໄດ້​ອວດ​ອ້າງວ່າ​ເປັນນຶ່ງ​ໃນ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ທີ່​ກຳ​ລັງ​ເຕີບ​ໂຕ​ໄວ​ທີ່​ສຸດ ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ຂອງ ຈີນ ຊ້າ​ລົງ.

ເຈົ້າ​ໜ້າ​ທີ່ ອິນ​ເດຍ​ ສອງ​ຄົນ, ນຶ່ງ​ແມ່ນ​ນັກ​ການ​ທູດ​ທີ່​ປ​ະ​ຈຳ​ການ​ໃນ ຈີນ ແລະ ອີກ​ຄົນ​ນຶ່ງ​ເຮັດ​ວຽກ​ສຳ​ລັບ​ລັດ​ຖະ​ບານ​ຂອງ​ປະ​ເທ​ດ G20 ອີກ​ປະ​ເທດ​ນຶ່ງ ​ໄດ້​ກ່າວ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ ເຄີ​ຈຽງ ແມ່ນ​ຄາດ​ວ່າ​ຈະ​ເປັນ​ຕົວ​ແທນ​ໃຫ້ ປັກ​ກິ່ງ ຢູ່ກອງ​ປະ​ຊຸມ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 9-10 ກັນ​ຍາ​ໃນ​ນະຄອນຫຼວງ ນິວ ເດ​ລີ ນັ້ນ.

ໂຄ​ສົກ​ສຳ​ລັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ ແລະ ຈີນ ບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ.

ທ່ານ ຫຼີ ແມ່ນ​ຍັງ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດ​ຂອ​ງ​ບັນ​ດາ​ຜູ້​ນຳ​ເອ​ເຊຍ​ຕາ​ເວັນ​ອອກ ແລະ ຕາ​ເວັນ​ອອກ​ສຽງ​ໃຕ້ ​ໃນ​ນະ​ຄອນຫຼວງ

ຈ​າ​ກາ​ຕ້າ, ອິນ​ໂດ​ເນ​ເຊຍ ໃນ​ວັນ​ທີ 5-7 ກັນ​ຍາ, ອີງ​ຕາມ​ລາຍ​ງານ​ຈາກ​ໜັງ​ສື​ພິມ ຄຽ​ວ​ໂດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG