ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາ​ນ​ຫາ​ປະ​ໂຫຍດ​ທາ​ງ​ເສດ​ຖະ​ກິດ ​ທີ່ຫຼຸດ​ຖອຍ​ລົງ​ຂອງ ຈີນ ໃນ ເກົາຫຼີ​ໃຕ້ ເຮັດໃຫ້ມີໂອກາດໜ້ອຍ ທີ່ທຳແກ້ແຄ້ນ ຕໍ່ການນຳເອົາລະບົບ THAAD ກັບຄືນມາ


ລະບົບຕໍ່ຕ້ານລູກສອນໄຟ (THAAD) ຍິງຈະຫຼວດໃນລະຫວ່າງການທົດລອງສະກັດກັ້ນທີ່ປະສົບຄວາມສຳເລັດ, ເຊິ່ງຮູບພາບນີ້ສະໜອງໃຫ້ໂດຍກະຊວງປ້ອງກັນປະເທດ ສະຫະລັດ.
ລະບົບຕໍ່ຕ້ານລູກສອນໄຟ (THAAD) ຍິງຈະຫຼວດໃນລະຫວ່າງການທົດລອງສະກັດກັ້ນທີ່ປະສົບຄວາມສຳເລັດ, ເຊິ່ງຮູບພາບນີ້ສະໜອງໃຫ້ໂດຍກະຊວງປ້ອງກັນປະເທດ ສະຫະລັດ.

ກາ​ນ​ຫາ​ປະ​ໂຫຍດ​ທາ​ງ​ເສດ​ຖະ​ກິດ​ທີ່ຫຼຸດ​ຖອຍ​ລົງ​ຂອງ ຈີນ ໃນ ເກົາຫຼີ​ໃຕ້ ແມ່ນ​ໄດ້​ເຮັດ​ໃຫ້ ປັກ​ກິ່ງ ມີ​ຄວາມ​ເປັນ​ໄປ​ໄດ້​ໜ້ອຍ​ທີ່​ຈະ​ແກ້​ແຄ້ນ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ນຳ​ເອົາ​ລະ​ບົບ​ການ​ປ້ອງ​ກັນ​ຕໍ່​ຕ້ານ​ລູກ​ສອນ​ໄຟ THAAD ຂອງ ສະ​ຫະ​ລັດ ກັບ​ຄືນ​ມາ​ໃຊ້​ຢ່າງ​ເປັນ​ປົກ​ກະ​ຕິ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ.

ເກົາຫຼີ​ໃຕ້ “ຈະ​ເອົາ​ມາດ​ຕະ​ການ​ຕິດ​ຕາມ​ເພື່ອນຳ​ເອົາ​ຖານ​ຍິງ​ຕໍ່​ຕ້ານ​ລູກ​ສອນ​ໄຟກັບ​ມາ​ຄື​ເກົ່າ” ແລະ “ເພື່ອ​ແກ້​ໄຂ​ສະ​ຖາ​ນະ​ການ​ທີ່ບໍ່​ສະ​ດວກ​ສະ​ບາຍ” ສຳ​ລັບ​ທະ​ຫານ ອາ​ເມ​ຣິ​ກັນ, ໂຄ​ສົກກະ​ຊວງ​ປ້ອງ​ກັນ​ປະ​ເທດ ເກົາຫຼີ​ໃຕ້ ທ່ານ ຈີ​ອອນ ຮາ-ຄິວ ໄດ້​ກ່າວ​ໃນ​ຖະ​ແຫຼງ​ຂ່າວ​ສັ້ນ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ໃນ​ນະ​ຄອນຫຼວງ ໂຊ​ລ.

ການ​ນຳ​ເອົາ​ກັບ​ຄືນ​ມາ​ຢູ່​ໃນ​ສະ​ພາບ​ປົກ​ກະ​ຕິ​ດັ່ງ​ກ່າວ​ແມ່ນ​ຂັ້ນ​ຕອນ​ຂອງ​ການ​ປ່ຽນ​ການ​ຕິດ​ຕັ້ງ​ທີ່​ສະ​ເພາະ​ເຈາະ​ຈົງ​ນັ້ນ​ໃນ​ເດີ່ນ​ກອ​ຟ ໃຫ້ເປັນ​ຖານ​ທັບ​ທີ່​ມີ​ສະ​ຖານ​ທີ່​ປະ​ຕິ​ບັດ​ການ, ສະ​ໜັບ​ສະ​ໜູນ ແລະ ທີ່​ຢູ່​ອາ​ໄສ​ສຳ​ລັບທະ​ຫານ ອາ​ເມ​ຣິ​ກັນ ທີ່​ປະ​ຕິ​ບັດ​ງານ​ລະ​ບົບ​ດັ່ງ​ກ່າວ. ຕອນນີ້​ເຂົາ​ເຈົ້າ​ອາ​ໄສ​ຢູ່​ໃນ​ທີ່​ພັກ​ອາ​ໄສ​ຊົ່ວ​ຄາວ​ໂດຍ​ປາ​ສະ​ຈາກ​ຕຶກ​ຖາ​ວອນ​ສຳ​ລັບ​ກິດ​ຈະ​ການ​ສະ​ໜັບ​ສະ​ໜູນ​ຕ່າງໆ.

ທ່ານ ຈີ​ອອນ ໄດ້​ກ່າວ​ວ່າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ບັນ​ລຸ​ຄວາມ​ສຳ​ເລັດ​ຜ່ານ “ການ​ປຶກ​ສາ​ຫາ​ລື​ຢ່າງ​ໃກ້​ຊິດ​ກັບ​ກະ​ຊວງ​ສິ່ງ​ແວດ​ລ້ອມ ແລະ ສະ​ຫະ​ລັດ.”

ການ​ປະ​ກາດ​ດັ່ງ​ກ່າວ​ທີ່​ໄດ້​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງ​ຕໍ່​ການ​ນຳ​ເອົາ​ລະ​ບົບ​ປ້ອງ​ກັນ​ພື້ນ​ທີ່​ລະ​ບັບ​ສູງ ຫຼື THAAD ກັບ​ຄືນ​ມາ, ທີ່​ຖືກ​ອອກ​ແບບ​ເພື່ອ​ສະ​ກັດ​ກັ້ນ​ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ມາ​ຈາກ ເກົາຫຼີ​ເໜືອນັ້ນ, ໄດ້​ມີ​ຂຶ້ນຫຼັງ​ຈາກ​ກະ​ຊວງ​ໄດ້​ປະ​ກາດ​ໃນ​ວັນ​ທີ 21 ກໍ​ລະ​ກົດ​ວ່າ​ການ​ຕິດ​ຕັ້ງ​ລະ​ບົບ​ດັ່ງ​ກ່າວ​ຢ່າງ​ຖາ​ວອນ​ຈະ​ບໍ່​ສ້າງ​ອັນ​ຕະ​ລາຍຕໍ່​ສຸ​ຂະ​ພາບ ແລະ ສິ່ງ​ແວດ​ລ້ອມ.

XS
SM
MD
LG