ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົນ​ລະ​ຍຸດ​ຂອງ​ຈີນ ຢູ່​ທະ​ເລ​ຈີນ​ໃຕ້ ຊຸກ​ຍູ້​ໃຫ້​ມະ​ນີ​ລາ ມີ​ຄວາມ​ກ້າ​ຫຼາຍ​ຂຶ້ນ


​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຈີນ ຢູ່​ໃກ້​ກັບ​ເຄື່ອງ​ກີດ​ຂວາງ​ທາງ​ນ້ຳ ຊຶ່ງ​ໄດ້​ມີ​ການ​ຖ່າຍ​ຮູບ​ໄວ້ ເມື່ອ​ວັນ​ທີ 20 ກັນ​ຍາ 2023 ໃກ້​ກັບ​ເກາະ​ຫາດສ​ກາ​ໂບ​ໂຣ ຢູ່​ທະ​ເລ​ຈີນ​ໃຕ້ ​ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 24 ກັນ​ຍາ 2023. (Handout via Reuters)
​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຈີນ ຢູ່​ໃກ້​ກັບ​ເຄື່ອງ​ກີດ​ຂວາງ​ທາງ​ນ້ຳ ຊຶ່ງ​ໄດ້​ມີ​ການ​ຖ່າຍ​ຮູບ​ໄວ້ ເມື່ອ​ວັນ​ທີ 20 ກັນ​ຍາ 2023 ໃກ້​ກັບ​ເກາະ​ຫາດສ​ກາ​ໂບ​ໂຣ ຢູ່​ທະ​ເລ​ຈີນ​ໃຕ້ ​ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 24 ກັນ​ຍາ 2023. (Handout via Reuters)

ການ​ເຄື່ອນ​ໄຫວ​ຢ່າງ​ກ້າ​ຫານ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ​ໃນ​ອາ​ທິດນີ້ ທີ່​ໄດ້​ຕັດ​ເຄື່ອງ​ກີດ​ຂວາງ​ທີ່​ຈີນ​ນຳ​ໄປ​ວາງ​ໄວ້ ໃກ້ໆ​ທາງ​ເຂົ້າ​ບຶງ​ທະ​ເລ​ທີ່​ມີ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຈີນ​ໃຕ້ ໄດ້​ເນັ້ນ​ໃຫ້​ເຫັນ​ວ່າ ​ການ​ກະ​ທຳ​ຂອງ​ປັກ​ກິ່ງ​ໄດ້​ພາ​ໃຫ້​ມີ​ການ​ຕອບ​ໂຕ້​ຢ່າງ​ແຂງ​ຂັນ​ແບບ​ໃດ ພວກ​ນັກ​ວິ​ເຄາະ​ກ່າວ. ນອກນັ້ນ ມັນ​ຍັງ​ອາດ​ຈະ​ຊ່ວຍ ໃຫ້​ປະ​ເທດ​ອື່ນໆ​ຢູ່​ໃນ​ຂົງ​ເຂດ ລຸກ​ຂຶ້ນ​ຕ້ານ​ຢັນ​ຕໍ່​ປັກ​ກິ່ງ.

“ລັດ​ຖະ​ບານ (ຟີ​ລິບ​ປິນ) ຊຸດ​ປັດ​ຈຸ​ບັນ ເຂົ້າ​ໃຈ​ດີ​ເຖິງ​ຄວາມ​ຈຳ​ເປັນ ​ທີ່​ຈະ​ຕ້ອງ​ໄດ້​ຊຸກ​ຍູ້​ໃຫ້​ມີ​ການ​ສະ​ກັດ​ກັ້ນ​ແບບ​ຮວມ​ໝູ່ ໃນ​ກາ​ນ​ປະ​ຕິ​ເສດ​ແລະ​ລົງ​ໂທດ​ດ້ວຍ​ຄວາມ​ເຕັມ​ໃຈ ​ຂອງ​ປະ​ເທດ​ພາ​ຄີ​ວ່າ ​ເປັນ​ຍຸດ​ທະ​ສາດ​ທີ່​ເໝາະ​ສົມ​ເພື່ອ​ຂີດ​ເສັ້ນ​ແດງ​ສຳ​ລັບ​ຈີນ” ນັ້ນ​ຄື​ຄຳ​ເວົ້າ ​ຂອງທ່ານ​ໂຈ​ຊວາ ແອ​ສ​ເປ​ຍາ ​ນັກ​ຊ່ຽວ​ຊານ ​ທີ່​ອົງ​ການ​ພັດ​ທະ​ນາ​ ແລະ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ​ລະ​ຫວ່າງ​ປະ​ເທດ ​ຊຶ່ງ​ເປັນອົງ​ການ​ໃຫ້​ຄຳ​ແນະ​ນຳ ທີ່​ມີ​ສຳ​ນັກ​ງານຕັ້ງ​ຢູ່​ຟີ​ລິບ​ປິນ.

ແຟ້ມ - ໃນ​ຮູບນີ້ ສະ​ໜອງ​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ສາ​ມາດ​ແນມ​ເຫັນ​ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ທີ່​ແລ່ນ​ຢູ່​ໃກ້ໆ​ກຳ​ປັ່ນ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ​ທີ່ Bajo de Masinloc ເມື່ອ​ວັນ​ທີ 2 ມີ​ນາ 2022.
ແຟ້ມ - ໃນ​ຮູບນີ້ ສະ​ໜອງ​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ສາ​ມາດ​ແນມ​ເຫັນ​ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ທີ່​ແລ່ນ​ຢູ່​ໃກ້ໆ​ກຳ​ປັ່ນ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ​ທີ່ Bajo de Masinloc ເມື່ອ​ວັນ​ທີ 2 ມີ​ນາ 2022.

ຈີນ​ກ່າວ​ວ່າ ຕົນ​ໄດ້​ນຳ​ເອົາ​ເຄື່ອງ​ກີດ​ຂວາງ​ທາງ​ນ້ຳ​ທີ່​ຍາວ 300 ແມັດ ໄປ​ວາງ​ໄວ້​ໃກ້​ກັບ​ທາງ​ເຂົ້າ​ບຶງ​ທະ​ເລ​ຂອງ​ເກາະ​ຫາດ​ຊາຍສ​ກາ​ໂບ​ໂຣ ເພື່ອ​ບໍ່​ໃຫ້​ເຮືອ​ຫາ​ປາ​ຂອງ​ຟີ​ລິບ​ປິນ​ເຂົ້າ​ໄປ. ບ່ອນ​ຫາ​ປາ​ທີ່​ອຸ​ດົມ​ສົມ​ບູນແລະ​ປະ​ກາ​ລັງ​ທີ່​ມີ​ການ​ຂັດ​ແຍ້ງ​ດັ່ງ​ກ່າວ ແມ່ນນອນ​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ຂອງ​ຟີ​ລິບ​ປີນ ຄື​ຢູ່​ໃນ​ບໍ​ລິ​ເວນ 200 ໄມ​ລ໌​ຂອງ​ແຄມ​ຝັ່ງ​ທະ​ເລ​ປະ​ເທດ​ໃດ​ກໍ​ຕາມ ແຕ່​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຈີນ​ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ.

ເຄື່ອງ​ກີດ​ຂວາງ​ດັ່ງ​ກ່າວ​ໄດ້​ຖືກ​ນຳ​ໄປ​ວາງ​ໄວ້​ໃນ​ທ້າຍ​ອາ​ທິດ​ແລ້ວ ແຕ່​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ຟີ​ລິບ​ປິນ​ໄດ້​ປະ​ກາດ​ວ່າ ຕົນ​ໄດ້​ຍົກ​ຍ້າຍ​ມັນ​ອອກ​ແລ້ວ. ບໍ່​ດົນ​ຫຼັງ

​ຈາກນັ້ນ ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ​ກໍ​ໄດ້​ນຳ​ເອົາ​ວີ​ດີ​ໂອ​ອອກ​ມາ​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ X ຊຶ່ງ​ແຕ່​ກ່ອນ​ແມ່ນ​ຊື່​ທວີດ​ເຕີ້ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ມະ​ນຸ​ດ​ກົບ​ໄດ້​ໃຊ້​ມີດ​ຕັດ​ປ່ອມ​ທີ່​ລອຍ​ຢູ່ນັ້ນ​ອອກ.

ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ ທີ່​ຟີ​ລິບ​ປີນ​ໄດ້​ນຳ​ວີ​ດີ​ໂອ​ອອກ​ເຜີຍ​ແຜ່ ເພື່ອ​ເນັ້ນ​ຢ້ຳ​ໃນ​ອັນ​ທີ່​ພວກ​ນັກ​ຊ່ຽວ​ຊານ​ເອີ້ນ​ວ່າ ການ​ປະ​ຕິ​ບັດ​ງານ​ໃນ​ເຂດ​ສີ່​ຂີ່​ເຖົ່າ​ຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້. ໃນ​ເດືອນ​ສິງ​ຫາ ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ​ກໍ​ໄດ້​ນຳ​ວີ​ດີ​ໂອ​ອອກ​ເຜີຍ​ແຜ່​ກ່ຽວ​ກັບ​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນ ໃຊ້​ທໍ່​ສີດ​ນ້ຳ​ຂະ​ໜາດ​ໃຫຍ່ ສີດ​ເຂົ້າ​ໃສ່​ກຳ​ປັ່ນ​ສົ່ງ​ສະ​ບຽງ​ຂອງ​ຟີ​ລິບ​ປິນ ໄປ​ຍັງ​ກຳ​ປັ່ນ​ລົບ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ Sierra Madre ຊຶ່ງ​ມະ​ນິ​ລາ​ຕັ້ງ​ໃຈ​ນຳ​ໄປ​ຈອດ​ຄ້າງ​ໂຄກ​ໄວ້ ທີ່​ຫາດ​ໂທ​ມາ​ສ ​ທີ 2 ເພື່ອ​ເປັນ​ບ່ອ​ນ​ຢູ່​ທະ​ຫານ​ຂອງ​ຕົນ ສຳ​ລັບ​ຄຸ້ມ​ຄອງ​ດິນ​ແດນ ​ທີ່​ຕົນ​ອ້າງ​ເອົາ​ກຳ​ມະ​ສິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG