ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານກູ ດົງຢູ, ຈາກຈີນ ໄດ້ຮັບເລືອກໃຫ້​ເຂົ້າດໍາລົງຕໍາແໜ່ງ ຫົວໜ້າອົງການອາຫານ ຂອງສະຫະປະ​ຊາຊາດ ໂດຍບໍ່ມີການຄັດຄ້ານ


ແຟ້ມຮູບ-ທ່ານກູ ດົງຢູ, ເຈົ້າໜ້າທີ່ຂອງ ຈີນ ກໍາລັງປາໄສຢູ່ທີ່ກອງປະຊຸມຄົບຖ້ວນສະໄໝທີ່ 41 ຂອງການປະຊຸມ, ຢູ່ທີ່ສານັກງານໃຫຍ່ FAO ໃນນະຄອນຫຼວງໂຣມ, ວັນທີ 22 ມິຖຸນາ 2019.
ແຟ້ມຮູບ-ທ່ານກູ ດົງຢູ, ເຈົ້າໜ້າທີ່ຂອງ ຈີນ ກໍາລັງປາໄສຢູ່ທີ່ກອງປະຊຸມຄົບຖ້ວນສະໄໝທີ່ 41 ຂອງການປະຊຸມ, ຢູ່ທີ່ສານັກງານໃຫຍ່ FAO ໃນນະຄອນຫຼວງໂຣມ, ວັນທີ 22 ມິຖຸນາ 2019.

ຫົວໜ້າອົງການອາຫານ ແລະກະເສດ ຂອງສະຫະປະຊາຊາດ ທ່ານກູ ດົງຢູ (Qu Dongyu), ໄດ້ຖືກຮັບເລືອກເປັນຫົວໜ້າ ຂອງອົງການສະຫະປະຊາຊາດສະໄໝທີສອງ.

ທ່ານເປັນຜູ້ລົງສະໝັກພຽງຄົນດຽວ ທີ່ຢຶດໝັ້ນໃນຫຼັກການ ຜູ້ອໍານວຍການໃຫຍ່ FAO ແລະໄດ້ຮັບການປ່ອນບັດລົງຄະແນນສຽງ 168 ຂອງ 182 ສຽງ ໃນນະຄອນຫຼວງໂຣມ ໃນວັນອາທິດວານນີ້.

ທ່ານກູ, ເປັນອະດີດລັດຖະມົນຕີຂອງລັດຖະບານຈີນ ເຊິ່ງໄດ້ຮັບການສະເໜີຊື່ເຂົ້າຊິງຕໍາແໜ່ງນີ້ໂດຍລັດຖະບານປັກກິ່ງ, ແລະຈະເຂົ້າມາບໍລິຫານຄັ້ງໃໝ່ຕື່ມອີກ 4 ປີ, ໂດຍເລີ້ມຕົ້ນໃນວັນທີ 1 ສິງຫານີ້.

ການແຕ່ງຕັ້ງຂອງທ່ານ ຖືກມອງວ່າ ເປັນສ່ວນນຶ່ງຂອງແຮງຜັກດັນໂດຍລັດຖະ ບານປັກກິ່ງ ເພື່ອໃຫ້ມີເຈົ້າໜ້າທີ່ຈີນ ມີວຽກຂັ້ນສູງຢູ່ໃນອົງການ ລະຫວ່າງປະ ເທດຫຼາຍຂຶ້ນ.

ທ່ານກູ, ຕາມຄວາມເປັນຈິງແລ້ວ, ເຄີຍເປັນຮອງລັດຖະມົນຕີກະຊວງກະສິກໍາ ກ່ອນທີ່ທ່ານຈະມາດໍາລົງຕໍາແໜ່ງ ອົງການສະຫະປະຊາຊາດ ໃນປີ 2019.

ຜູ້ອໍານວຍການ ຂອງອົງການ FAO ສາມາດເຂົ້າດໍາລົງຕໍາແໜ່ງສູງສຸດເປັນເວລາສອງສະໄໝຕິດຕໍ່ກັນ.

ການລົງຄະແນນສຽງ ມີຂຶ້ນໃນລະຫວ່າງການປະຊຸມ FAO, ເຊິ່ງຈະ​ດຳ​ເນີນໄປຈົນຮອດວັນທີ 7 ກໍລະກົດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG