ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ຈີນ ທ່ານ ລີ ຈຽງ ຈະໄປຢ້ຽມຢາມອອສເຕຣເລຍ ໃນອາທິດນີ້


ນາຍົກລັດຖະມົນຕີຈີນ ທ່ານລີ ຈຽງ ກ່າວໃນກອງຂ່າວຮ່ວມ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, ວັນທີ 27 ພຶດສະພາ 2024. ທ່ານລີ ຈະເດີນທາງໄປຮອດອອສເຕຣເລຍ ວັນທີ 15 ມິຖຸນາ,ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດຂອງນາຍົກລັດຖະມົນຕີຈີນ ນັບແຕ່ປີ 2017, ເພື່ອເປັນສັນຍານຂອງສາຍພົວພັນທີ່ດີຂຶ້ນ, ນາຍົກລັດຖະມົນຕີ ອອສເຕຣເລຍ ກ່າວ.
ນາຍົກລັດຖະມົນຕີຈີນ ທ່ານລີ ຈຽງ ກ່າວໃນກອງຂ່າວຮ່ວມ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, ວັນທີ 27 ພຶດສະພາ 2024. ທ່ານລີ ຈະເດີນທາງໄປຮອດອອສເຕຣເລຍ ວັນທີ 15 ມິຖຸນາ,ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດຂອງນາຍົກລັດຖະມົນຕີຈີນ ນັບແຕ່ປີ 2017, ເພື່ອເປັນສັນຍານຂອງສາຍພົວພັນທີ່ດີຂຶ້ນ, ນາຍົກລັດຖະມົນຕີ ອອສເຕຣເລຍ ກ່າວ.

ທ່ານ ລີ ຈຽງ (Li Qiang) ຂອງຈີນ ຈະເດີນທາງໄປເຖິງອອສເຕຣເລຍ ໃນວັນເສົານີ້ ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດ ຂອງນາຍົກລັດຖະມົນຕີຈີນ ນັບຕັ້ງແຕ່ປີ 2017, ເພື່ອເປັນສັນຍານຂອງສາຍພົວພັນທີ່ດີຂຶ້ນ, ນາຍົກ ລັດຖະມົນຕີ ອອສເຕຣເລຍ ທ່ານ ແອນໂທນີ ອາລບານີສ (Anthony Albanese) ກ່າວໃນວັນອັງຄານມື້ນີ້, ອີງຕາມອົງການຂ່າວ Reuters.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ເປັນ​ເວ​ລາ 4 ວັນ, ທ່ານ ລີ (Li) ຈະ​ໄປ​ຢ້ຽມ​ຢາມ​ນະ​ຄອນ ອາ​ເດິເລດ (Adelaide) ຂອງລັດ ຊ້າວ ອອ​ສ​ເຕ​ຣ​ເລຍ, ນະ​ຄອນ​ຫຼວງ ແຄນເບີຣາ (Canberra), ແລະ​ລັດ​ບໍ່​ແຮ່ ເວັສເຕີນອອສເຕຣເລຍ ຂອງອອສເຕຣເລຍ.

ທ່ານ ອາລບານີສ (Albanese) ກ່າວ​ໃນ​ກອງ​ປະຊຸມສະຫຼູບກັບ​ສື່​ມວນ​ຊົນ​ໃນ​ນະຄອນຫຼວງ ແຄນເບີຣາ (Canberra) ວ່າ ​ຜູ້ນຳ​ທັງ​ສອງ ​ຈະ​ພົບ​ປະ​ກັບ​ບັນດາ​ຜູ້​ນໍາ​ທາງທຸລະກິດຂອງ​ອອສ​ເຕຣ​ເລຍ​ ແລະ​ຈີນ​ ທີ່​ກອງປະຊຸມໂຕະ​ມົນ​ ໃນລັດເວັສເຕີນ​ອອສ​ເຕຣ​ເລຍ.

ຈີນ​ແມ່ນ​ຄູ່​ຄ້າ​ລາຍໃຫຍ່​ທີ່​ສຸດ​ຂອງອອສເຕຣເລຍ, ​ໂດຍ​ມີ​ແຫຼ່ງຊັບພະຍາກອນ ​ແລະ ການ​ສົ່ງ​ອອກ​ດ້ານພະລັງງານ​ຂອງອອສເຕຣເລຍ ​ຄອບ​ງຳ​ກະແສ​ການ​ຄ້າ.

ອອສເຕຣເລຍ ເປັນຜູ້ສະໜອງແຮ່ເຫຼັກທີ່ໃຫຍ່ທີ່ສຸດໃຫ້ແກ່ຈີນ ແລະຈີນໄດ້ເປັນ ຜູ້ລົງທຶນໃນໂຄງການຂຸດຄົ້ນບໍ່ແຮ່ຂອງອອສເຕຣເລຍ, ເຖິງແມ່ນວ່າການລົງທຶນ ໃນບໍ່ແຮ່ທີ່ສຳຄັນຂອງຈີນ ໃນໄວໆນີ້ບາງສ່ວນ ຈະຖືກກີດກັ້ນໂດຍ ອອສເຕຣເລຍ ເນື່ອງຈາກຜົນປະໂຫຍດແຫ່ງຊາດກໍຕາມ.

ທ່ານ ອາລບານີສ (Albanese) ກ່າວວ່າການລົງທຶນຂອງຕ່າງປະເທດ ມີບົດບາດໃນອອສເຕຣເລຍ ແລະຖືກພິຈາລະນາເປັນກໍລະນີໄປ.

ທ່ານ​ກ່າວ​ວ່າ ການ​ຮ່ວມ​ມື​ຂອງ​ຈີນ ​ລວມທັງ​ໃນຂະ​ແໜງ​ຊັບພະຍາກອນ​ ແມ່ນ​ມີຄວາມສຳຄັນ​ຕໍ່​ການ​ເຕີບ​ໂຕ.

ຈີນ​ໄດ້​ວາງ​ຂໍ້​ຈຳກັດທາງ​ດ້ານ​ການ​ຄ້າ​ຕໍ່​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ​ແລະ​ບໍ່​ແຮ່​ຂອງ​ອອສເຕຣເລຍ ໃນ​ລະ​ຫວ່າງ​ການ​ຂັດ​ແຍ້ງ​ທາງ​ດ້ານການ​ທູດ​ໃນ​ປີ 2020, ເຊິ່ງ​ໃນ​ປັດ​ຈຸ​ບັນນີ້ ​ໄດ້​ຜ່ອນ​ຄາຍ​ລົງ​ເປັນ​ສ່ວນ​ໃຫຍ່.

ທ່ານ ອາລບານີສ (Albanese) ກ່າວ​ວ່າ ທ່ານ​ຢາກ​ເຫັນ​ສິ່ງ​ກີດ​ຂວາງທາງ ດ້ານ​ການ​ຄ້າ​ ​ທີ່​ຍັງ​ເຫຼືອຢູ່ຂອງ​ຈີນ​ ກ່ຽວ​ກັບ​ກຸ້ງມັງກອນ ຫຼື ກຸ້ງລັອບສເຕີ ​ແລະ​ອາຫານ​ທະ​ເລ​ ຖືກຍົກເລີກອອກ​ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG