ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈໍານວນປະຊາກອນຂອງຈີນ ໄດ້ຫຼຸດລົງ ໃນຮອບຫົກທົດສະວັດ


ແຟ້ມ-ເດັກນ້ອຍຍິງທີ່ໃສ່ໜ້າກາກອະນາໄມ ກໍາລັງນັ່ງຢູ່ເທິງບ່າຂອງຜູ້ຊາຍຄົນນຶ່ງ ໃນຂະນະທີ່ພວກເຂົາເຈົ້າຍ່າງໃນຝູງຊົນນັກທ່ອງທ່ຽວ ຢູ່ຖະໜົນການຄ້າ ໃນນະຄອນຫຼວງປັກກິ່ງ, ວັນທີ 7 ຕຸລາ 2022.
ແຟ້ມ-ເດັກນ້ອຍຍິງທີ່ໃສ່ໜ້າກາກອະນາໄມ ກໍາລັງນັ່ງຢູ່ເທິງບ່າຂອງຜູ້ຊາຍຄົນນຶ່ງ ໃນຂະນະທີ່ພວກເຂົາເຈົ້າຍ່າງໃນຝູງຊົນນັກທ່ອງທ່ຽວ ຢູ່ຖະໜົນການຄ້າ ໃນນະຄອນຫຼວງປັກກິ່ງ, ວັນທີ 7 ຕຸລາ 2022.

ຈີນ ກ່າວວ່າ ຈໍານວນປະກອນຂອງພວກເຂົາເຈົ້າ ​ໄດ້ຫຼຸດລົງມາໃນປີກາຍນີ້, ເຊິ່ງເປັນການຫຼຸດລົງຄັ້ງທໍາອິດຂອງປະເທດທີ່ມີເສດຖະກິດໃຫຍ່ອັນດັບສອງຂອງໂລກ ໃນຮອບ 6 ທົດສະວັດ.

ໂຕເລກດັ່ງກ່າວ ໄດ້ຮັບການເປີດເຜີຍອອກມາໂດຍຫ້ອງການສະຖິຕິແຫ່ງຊາດ ທີ່ສະແດງໃຫ້ເຫັນວ່າ ຈີນ ມີຈໍານວນການເກີດ 9 ລ້ານ 560,000 ຄົນ ໃນປີ 2022, ໃນລະຫວ່າງທີ່ອັດຕາການເສຍຊີວິດແມ່ນ 10 ລ້ານ 410,000 ຄົນ, ເຊິ່ງຫຼຸດລົງຮອດ 850,000 ຄົນ. ການຫຼຸດລົງດັ່ງກ່າວແມ່ນເປັນຄັ້ງທໍາອິດນັບຕັ້ງແຕ່ຊຸມປີ 1950 ເມື່ອການທົດລອງສ້າງຕັ້ງ ການກ້າວກະໂດດໄປໜ້າທາງດ້ານເສດຖະກິດຂະໜາດໃຫຍ່ຂອງປະທານເໝົາ ເຈີຕຸງ ສົ່ງຜົນເຮັດໃຫ້ມີຜູ້ອິດຫິວເປັນຈໍານວນຫຼວງຫຼາຍ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ.

ອັດຕາການເກີດທີ່ຫຼຸດລົງ ສືບເນື່ອງມາຈາກນະໂຍບາຍທີ່ຈໍາກັດໃຫ້ມີລູກ 1 ຄົນ ຕໍ່ 1 ຄອບຄົວ ມາເປັນເວລາຍາວນານຫຼາຍທົດສະວັດຂອງ ຈີນ. ລັດຖະບານປັກກິ່ງ ໄດ້ຜ່ອນຜັນນະໂຍບາຍດັ່ງກ່າວໃນປີ 2016, ແລະນັບຕັ້ງແຕ່ນັ້ນມາ ກໍໄດ້ສ້າງແຮງຈູງໃຈຫຼາຍຢ່າງຕໍ່ຄູ່ຜົວເມຍ ເພື່ອຜັກດັນໃຫ້ພວກເຂົາເຈົ້າສ້າງຄອບ ຄົວ, ພ້ອມທັງຈ່າຍເງິນສົດໂດຍກົງນໍາອີກດ້ວຍ.

ແຕ່ຄູ່ຮັກໜຸ່ມສາວຊາວຈີນຫຼາຍຄູ່ ແມ່ນໄດ້ກໍານົດໃນການມີລູກຄົນດຽວ ຫຼື ຈະບໍ່ມີລູກເລີຍ ເນື່ອງຈາກບັນຫາຄ່າຄອງຊີບທີ່ເພີ້ມສູງຂຶ້ນ ຂອງປະເທດ ທີ່ມີປະຊາ ກອນຮອດ 1.41 ຕື້ຄົນ.

ບັນດານັກວິເຄາະກ່າວວ່າ ການຫຼຸດລົງຂອງອັດຕາການເກີດ ຈະສົ່ງຜົນເຮັດໃຫ້ ຈີນ ບໍ່ມີຄົນໜຸ່ມ ໃນອາຍຸສໍາລັບເຮັດວຽກພຽງພໍ ເພື່ອຮັກສາກົງຈັກລະບົບເສດ ຖະກິດຂອງປະເທດ ແລະຊ່ວຍສ້າງລະບົບເງິນບໍານານທີ່ຢູ່ພາຍໃຕ້ແຮງກົດດັນ ສໍາລັບຮອງຮັບປະຊາກອນທີ່ມີອາຍຸສູງ ເພີ້ມຂຶ້ນຢ່າງໄວວາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG