ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ສື່​ມວນ​ຊົນ ຈີນ ຖືກ​ຮາ​ວີ​ລົບ​ກວ​ນ​ໂດຍ​ເຈົ້າ​ໜ້າ​ທີ່ ໃນ​ຂະ​ນະ​ທີ່​ກຳ​ລັງ​ລາຍ​ງານ​ເຫດ​ລະ​ເບີດ​ແຕກ​ໃນ​ເມືອງ ເຮີ​ເບີຍ


​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຈີນ ໂຮມ​ກັນ​ເພື່ອ​ຍ້າຍ​ນັກ​ຂ່າວ​ອອກ​ຈາກ​ຈຸດ​ເກີດ​ເຫດ​ການ​ລະ​ເບີດ​ໃນ​ເມືອງ ຊານ​ຮີ, ແຂວງ ເຮີ​ເບີຍ, ຈີນ, 13 ມີ​ນາ 2024.
​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຈີນ ໂຮມ​ກັນ​ເພື່ອ​ຍ້າຍ​ນັກ​ຂ່າວ​ອອກ​ຈາກ​ຈຸດ​ເກີດ​ເຫດ​ການ​ລະ​ເບີດ​ໃນ​ເມືອງ ຊານ​ຮີ, ແຂວງ ເຮີ​ເບີຍ, ຈີນ, 13 ມີ​ນາ 2024.

ນັກ​ຂ່າວ​ຈີນ ທີ່ມັກ​ຈະ​ຖືກ​ຄິດ​ວ່າ​ເປັນ​ກະ​ບອກ​ສຽງ​ໃຫ້ ປັກ​ກິ່ງ​ນັ້ນ, ປາ​ກົດ​ວ່າ​ຖືກ​ກົດດັນໃຫ້​ອອກ​ຈາກ​ບົດ​ບາດ​ດັ່ງ​ກ່າວ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ຫຼັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ໃຊ້​ກຳ​ລັງ​ເຂົ້າ​ແຊກ​ແຊງ ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ຂ່າວຂອງ​ລັດ​ຖະ​ບານຫຼາຍ​ຄົນ​ກຳ​ລັງ​ເກັບ​ກຳ​ຂ່າວ ຫຼື ທຳ​ການ​ລາຍ​ງານ​ສົດ​ຈາກ​ຈຸດ​ເກີດ​ເຫດ​ການ​ລະ
​ເບີດ​ທີ່​ຮ້າຍ​ແຮງ​ໃນ​ແຂວງ ເຮີ​ເບີຍ.

ການ​ກະ​ທຳ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ການ​ຕອບ​ໂຕ້​ຢ່າງ​ວ່ອງ​ໄວ​ຈາກ​ສະ​ມາຄົມ​ນັກ​ຂ່າວຈີນ ທັງ​ໝົດ, ເຊິ່ງ​ໄດ້​ອອກ​ຖະ​ແຫຼງ​ການ​ເພື່ອ​ປົກ​ປ້ອງ​ບົດ​ບາດ​ຂອງ​ນັກ​ຂ່າວ​ ທີ່​ປະ​ຕິ​ບັດ​ວຽກ​ງານ​ໃນອາ​ຊີບ​ຂອງ​ເຂົາ​ເຈົ້າ​ຢູ່ໃນ​ສັງ​ຄົ​ມຈີນ.

ຍອດ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຈາກ​ລະ​ເບີດ​ທີ່​ເຮັດ​ໃຫ້​ຕຶກ​ສີ່​ຊັ້ນ​ເປັນ​ໂລ່ງ​ຢູ່​ທາງ​ໃນຕຶກ ຢູ່​ແຂວງ ເຮີເບີຍ ທາງ​ພາກ​ເໜືອ​ຂອງ ຈີນ ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ ​ໄດ້​ເພີ່ມ​ຂຶ້ນ​ເປັນ 7 ຄົນ, ອີງ​ຕາມ​ລາຍ​ງານຂອງ​ສື່ມວນ​ຊົນ​ລັດ​ຖະ​ບານ, ພ້ອມດ້ວຍຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ໄດ້​ບອກ​ສື່ມວ​ນ​ຊົນ​ຈີນ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ລະ​ເບີດ​ດັ່ງ​ກ່າວ​ ໄດ້​ເກີດ​ຂຶ້ນ​ຍ້ອນ​ການ​ຮົ່ວ​ໄຫຼ​ຂອງ​ທໍ່ອາຍ​ແກັ​ສ​ໃຕ້​ດິນ, ບໍ່​ແມ່ນ​ຮ້ານ​ທຸ​ລະ​ກິດ​ທີ່​ຕັ້ງ​ຢູ່​ໃນ​ຕຶກ​ດັ່ງ​ກ່າວ, ຄື​ທີ່​ຖືກ​ລາຍ​ງານ​ກ່ອນ​ໜ້ານີ້.

ບັນ​ດາ​ນັກ​ຂ່າວ ຈີນ ຈາກ​ອົງ​ການ​ຂ່າວຫຼາຍ​ແຫ່ງ ​ໄດ້​ຟ້າ​ວ​ໄປ​ຈຸດ​ເກີດ​ເຫດ​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວໂມງ​ຂອງ​ການ​ລະ​ເບີດ, ນຶ່ງ​ໃນ​ນັ້ນ ​ແມ່ນ​ນັກ​ຂ່າວ​ຈາກ​ໂທ​ລະ​ພາບ​ສູນກາງ ຈີນ, ເຊິ່ງເປັນອົງ​ການ​ທີ່​ສຳ​ຄັນ​ໃນ​ກຸ່ມ​ສື່
ມວ​ນ​ຊົນຂອງ​ລັດ​ຖະ​ບານ ຈີນ, ພ້ອມ​ກັບ​ໜັງ​ສື​ພິມລາຍວັນ People’s Daily ແລະ ອົງ​ການ​ຂ່າວ ຊິນ​ຫົວ.

ໃນ​ລະ​ຫວ່າງ​ການ​ອອກ​ອາ​ກາດຕອນ​ກາງ​ເວັນ​ຂອງ​ໂທ​ລະ​ພາບ CCTV ຊ່ອງ​ 2 ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ, ໃນ​ຂະ​ນະດຽວກັນ​ ​ນັກ​ຂ່າວ​ປັກ​ກິ່ງ​ສອງ​ຄົນ​ໄດ້​ຖາມ​ນັກ​ຂ່າວ​ຂອງ​ສະ​ຖາ​ນີ​ສົດ​ຢູ່​ຈຸດ​ເກີດ​ເຫດ​ນັ້ນ, ບັນ​ດາ​ຜູ້​ຊົມ​ໄດ້​ເຫັນ​ຜູ້​ຊາຍຫຼາຍ​ຄົນ, ນຸ່ງ​ເຄື່ອງ​ສີ​ດຳ, ຍ່າງ​ເຂົ້າ​ໄປ​ໃກ້​ນັກ​ຂ່າວ ແລະ ບັງ​ກ້ອງ​ໄວ້. ນັກ​ຂ່າວ​ຄົນ​ດັ່ງ​ກ່າວ​ ຖືກ​ຕັດບົດ​ໃນກາງ​ປະ​ໂຫຍກ, ເຮັດ​ໃຫ້​ນັກ​ຂ່າວ​ສອງ​ຄົນ​ທີ່​ນັ່ງ​ຢູ່​ໃນ​ຫ້ອງ​ອັດ​ໃນປັກ​ກິ່ງ ຕ້ອງ​ເວົ້າ​ວ່າ “ເບິ່ງ​ແຍງ​ຕົນ​ເອງ​ໃຫ້​ປອດ​ໄພ,” ກ່ອນ​ທີ່​ຈະ​ປ່ຽນ​ໄປ​ລາຍ​ງານ ​“ຂ່າວ​ອື່ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG