ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ​ບອກ​ບໍ​ລິ​ສັດ​ຜະ​ລິດ​ສິ​ນ​ຄ້າ​ ເທັກ​ໂນ​ໂລ​ຈີ ວ່າ ​ໃຫ້​ເຊົາໃຊ້​ຊິບ​ຂອງ ​ບໍ​ລິ​ສັດໄມ​ຄ​ຣອນ ​ຂອງ​ສະ​ຫະ​ລັດ


(ພາບ​ໃນ​ແຟມ) ໂຮງ​ງານ​ຜະ​ລິດ​ຊິບ (Chip) ຂອງ​ບໍ​ລິ​ສັດ​ໄມ​ຄ​ຣອນ (Micron) ທີ່​ຕັ້ງ​ຢູ່​ເມືອງ ມາ​ນາ​ຊ​ຊັ​ສ, ລັດ​ເວີ​ຈີ​ເນຍ ຂອງ​ສະ​ຫະ​ລັດ (ພາບ​ຖ່າຍໃນວັນ​ທີ 11 ກຸມ​ພາ, 2022 ສະ​ໜອງ​ໃຫ້ໂດຍ (AP Photo/Steve Helber)
(ພາບ​ໃນ​ແຟມ) ໂຮງ​ງານ​ຜະ​ລິດ​ຊິບ (Chip) ຂອງ​ບໍ​ລິ​ສັດ​ໄມ​ຄ​ຣອນ (Micron) ທີ່​ຕັ້ງ​ຢູ່​ເມືອງ ມາ​ນາ​ຊ​ຊັ​ສ, ລັດ​ເວີ​ຈີ​ເນຍ ຂອງ​ສະ​ຫະ​ລັດ (ພາບ​ຖ່າຍໃນວັນ​ທີ 11 ກຸມ​ພາ, 2022 ສະ​ໜອງ​ໃຫ້ໂດຍ (AP Photo/Steve Helber)

ຈີນ​ໄດ້​ເພີ່ມ​ຄວາມ​ຂັດ​ແຍ້ງ​ກັບ​ວໍ​ຊິງ​ຕັນ​ກ່ຽວ​ກັບເລື້ອງ​ຄວາມ​ໝັ້ນ​ຄົງ ​ໂດຍ​ການບອກ​ໃຫ້​ຜູ້​ໃຊ້​ອຸ​ປະ​ກອນ​ຄອມ​ພິວ​ເຕີ ທີ່​ຄິດວ່າ​ມີ​ຄວາມ​ຫຼໍ່​ແຫຼມ​ ໃຫ້​ຢຸດຊື້​ຜະ​ລິດ​ຕະ​ພັນ ​ຈາກ​ບໍ​ລິ​ສັດໄມ​ຄ​ຣອນ ເທັກ​ໂນ​ໂລ​ຈີ (Micron Technology Inc.) ​ທີ່​ຜະ​ລິດຊິບສຳ​ລັບ​ຄວາມ​ຈຳ ​ລາຍໃຫຍ່​ທີ່​ສຸດ​ຂອງ​ສະ​ຫະ​ລັດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ອົງ​ການດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ຫລື cyberspace ຂອງ​ປະ​ເທດ ​ກ່າວ​ວ່າ ຜະ​ລິດ​ຕະ​ພັນໄມ​ຄ​ຣອນ "ມີຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພຂອງ​ເຄືອ​ຂ່າຍ​ທີ່​ຮ້າຍ​ແຮງ" ແບບບໍ່​ມີ​ການ​ລະ​ບຸຢ່າງ​ເຈາະ​ຈົງ ທີ່​ເປັນ​ໄພ​ຂົ່ມ​ຂູ່ ຕໍ່ພື້ນຖານ​ໂຄງ​ລ່າງ​ດ້ານຂໍ້​ມູນຂອງ​ຈີນ ​ແລະ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ສະຫະລັດ, ຢູ​ໂຣບ ແລະຍີ່ປຸ່ນ ກໍາລັງຫຼຸດຜ່ອນຄວາມ​ສາ​ມາດຂອງຈີນ ໃນການເຂົ້າ​ເຖິງ​ການຜະລິດຊິບ​ສຳ​ລັບ​ຄອມ​ພິວ​ເຕີ ແລະເທັກໂນໂລຈີ​ອັນອື່ນ ທີ່ພວກເຂົາເຈົ້າເວົ້າວ່າ ອາດຈະຖືກນໍາໃຊ້ເຂົ້າໃນການ​ຜະ​ລິດອາວຸດ.

ລັດຖະບານຂອງປະທານປະເທດສີ ຈິ້ນ​ຜິງ ຕຳ​ໜິການສະກັດກັ້ນດັ່ງ​ກ່າວແລະເຕືອນວ່າ​ ຈະ​ມີຜົນຕາມ​ມາທີ່ບໍ່ໄດ້ລະ​ບຸ​ຢ່າງ​ເຈາະ​ຈົງ ແຕ່ກໍເບິ່ງຄືວ່າຈະພົບ​ຄວາມ​ຫຍຸ້ງ​ຍາກ ໃນ​ການ​ຊອກ​ຫາວິທີການແກ້ແຄ້ນ ແບບ​ທີ່​ຈະບໍ່ເຮັດໃຫ້ເກີດ​ຄວາມ​ເສຍ​ຫາຍ ​ແກ່ຜູ້ຜະ ລິດໂທລະສັບສະຫຼາດ ຫລື smartphone ແລະ ອຸດສາຫະກໍາອື່ນໆ ຂອງຈີນ ແລະຄວາມພະຍາຍາມ ໃນການພັດທະນາຊິບຂອງ​ໜ່ວຍ​ຄວາມ​ຈຳຄອມ​ພິວ​ເຕີ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG