ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານ​ສຳຫຼວດດວງ​ເດືອນ​ຂອງ ຈີນ ອາດ​ເດີນ​ທາງ​ກັບ​ໂລກ ດ້ວຍ​ຄຳ​ຕອບ​ຕໍ່​ຕົ້ນ​ກຳ​ເນີດ​ຂ​ອງ​ສຸ​ລິ​ຍະ​ຈັກ​ກະ​ວານ


​ໃນ​ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໃນ​ວັນ​ທີ 12 ມິ​ຖຸ​ນາ 2019 ໂດຍ​ອົງ​ການ​ອະ​ວະ​ກາດ​ແຫ່ງ​ຊາດ ຈີນ ຜ່ານ​ອົງ​ການ​ຂ່າວ ຊິນ​ຫົວ ສະ​ແດງ​ໃຫ້​ເຫັນ​ຍານ​ສຳຫຼວດດວງ​ເດືອນ ຊາງ​ອີ-4 ໃນ​ພາບ​ທີ່​ຖືກ​ຖ່າຍ​ໂດຍ​ຍານ Yutu-2 ໃນ​ວັນ​ທີ 11 ມັງ​ກອນ.
​ໃນ​ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໃນ​ວັນ​ທີ 12 ມິ​ຖຸ​ນາ 2019 ໂດຍ​ອົງ​ການ​ອະ​ວະ​ກາດ​ແຫ່ງ​ຊາດ ຈີນ ຜ່ານ​ອົງ​ການ​ຂ່າວ ຊິນ​ຫົວ ສະ​ແດງ​ໃຫ້​ເຫັນ​ຍານ​ສຳຫຼວດດວງ​ເດືອນ ຊາງ​ອີ-4 ໃນ​ພາບ​ທີ່​ຖືກ​ຖ່າຍ​ໂດຍ​ຍານ Yutu-2 ໃນ​ວັນ​ທີ 11 ມັງ​ກອນ.

ຍານ​ສຳຫຼວດດວງ​ເດືອນ ຊາງ​ອີ-6 ຂອງ ຈີນ ເບິ່ງ​ຄື​ວ່າ​ຄວາມ​ພ້ອມ​ທີ່​ຈະ​ເລີ່ມ​ການ​ເດີນ​ທາງ​ຄັ້ງ​ປະ​ຫວັດ​ສາດ​ຂອງ​ມັນ​ກັບ​ຄືນ​ສູ່​ໂລກ​ຈາກ​ພື້ນ​ທີ່​ດ້ານ​ໄກ​ຂອງ​ເດືອນ ຫຼັງ​ຈາກ​ໄດ້​ເກັບ​ເອົາ​ຕົວ​ຢ່າງ​ທີ່​ບັນ​ດາ​ນັກ​ວິ​ທະ​ຍ​າ​ສາດ​ຄາດ​ວ່າ​ຈະ​ຊ່ວ​ຍ​ຕອບ​ຄຳ​ຖາມ​ທີ່​ສຳ​ຄັນ ກ່ຽວ​ກັບ ວິ​ວັດ​ທະ​ນາ​ການ​ໃນ​ຕອນ​ຕົ້​ນ​ໆ​ຂອງ​ລະ​ບົບສຸ​ລິ​ຍາ​ຈັກ​ກະ​ວານ.

ຍານ ຊາງ​ອີ-6, ​ທີ່ຖືກ​ຕັ້ງ​ຊື່​ຂຶ້ນ​ຕາມ​ເທບ​ທິ​ດາ​ດວງ​ເດືອນ​ໃນ​ຕຳ​ນານ ຈີນ ນັ້ນ, ຖືກ​ປ່ອຍ​ຂຶ້ນ​ໃນ​ວັນ​ທີ 3 ພຶດ​ສະ​ພາ​ທີ່​ຜ່ານ​ມາ​ຈາກເກາະ​ແຂວງ ໄຮ​ໜານ ທາງ​ພາກ​ໃຕ້​ຂອງ ຈີນ.

ຍານ​ທີ່​ເປັນ​ຫຸ່ນ​ຍົນ​ເຕັມ​ຮູບ​ແບບ​ໄດ້​ລົງ​ຈອດ​ໃນ​ວັນ​ອາ​ທິດ​ວານນີ້ ​ໃນ​ສະ​ຖານ​ທີ່​ທີ່ບໍ່​ໄດ້​ຖືກ​ສຳຫຼວດ​ໃນ​ຄັ້ງ​ທີ່​ຜ່ານ​ມາ ຢູ່​ອ່າງ​ຂະ​ໜາດ​ໃຫຍ່​ເທິງ​ເດືອນ​ທີ່​ຖືກ​ເອີ້ນ​ວ່າ “ອ່າງຂົ້ວ​ໃຕ້ ໄອ​ທ​ເຄັນ,” ຢູ່​ຟາກ​ທີ່​ຫັນ​ໜີ​ຈາກ​ໂລກ​ຢ່າງ​ຖາ​ວອນ​ຂອງ​ເດືອນ.

ພາ​ລະ​ກິດ ຊາງ​ອີ ກ່ອນ​ໜ້ານີ້​ຂອງ ຈີນ​ໄດ້​ເກັບ​ກຳ​ເອົາ​ຕົວ​ຢ່າງ​ຕ່າງໆ​ຈາກ​ຟາກ​ທີ່​ຢູ່​ໃກ້​ໂລກ​ຂອງເດືອນ​ໃນ​ເດືອນ​ທັນ​ວາ 2020, ເຊິ່ງ​ເປັນ​ການ​ເລີ່ມ​ຄືນ​ຄວາ​ມ​ພະ​ຍາ​ຍາມ​ເກັບ​ກູ້​ເອົາ​ວັດ​ຖຸ​ດວງ​ເດືອນ​ຂອງ​ໂລກ ຫຼັງ​ຈາກປະ​ຫວ່າງ​ໄວ້ 44 ປີ. ພາ​ລະ​ກິດ Luna 24 ທີ່ບໍ່​ມີ​ລູກ​ເຮືອ​ທີ່​ຖືກ​ປ່ອຍ​ຂຶ້ນ​ໂດຍ​ອະ​ດີດ​ສະ​ຫະ​ພາບ ໂຊ​ຫວຽດ ໃນ​ປີ 1976 ໄດ້​ເກັບ​ເອົາ​ຕົວ​ຢ່າງ​ໜັກ 170.1 ກ​ຣາມ​ຈາກອ່າງ Mare Crisium,” ຢູ່​ຟາກ​ທີ່​ຢູ່​ໃກ້​ໂລກ​ຂອງ​ເດືອນ.

ໃນ​ລະ​ຫວ່າງ 1969 ແລະ 1972, ພາ​ລະ​ກິດ ອາ​ພອ​ລ​ໂລ 6 ຄັ້ງ, ເຊິ່ງ​ທຸກ​ຄັ້ງ​ແມ່ນ​ມີ​ລູກ​ເຮືອ, ໄດ້​ເກັບ​ເອົາ​ຕົວ​ຢ່າງ 2,200 ອັນ ​ມີ​ນ້ຳ​ໜັກ​ລວມ​ທັງ​ໝົດ 382 ກິ​ໂລກ​ຣາມ, ຈາກ​ດ້ານ​ທີ່​ຫັນ​ຫາ​ໂລກ​ຂອງ​ເດືອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG