ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບົດຮຽນທີ່ ຈີນ ຮຽນຮູ້ຈາກສົງຄາມຢູ່ໃນ ຢູເຄຣນ ຂອງ ຣັດເຊຍ


ແຟ້ມຮູບ-ເຮືອບິນຂັບໄລ່ J-10 ຂອງຈີນ ກໍາລັງຖືກນໍາທາງຢູ່ເດີ່ນ ລຸນຫຼັງການສາທິດການບິນ ຢູ່ທີ່ການສະແດງການບິນ ແລະອະວະກາດນານາຊາດຄັ້ງທີ 13 ຂອງ ຈີນ, ເມືອງ ຊູຮາຍ (Zhuhai), ໃນແຂວງກວາງດົງ (Guangdong) ທາງພາກໃຕ້ຂອງ ຈີນ, ເມື່ອວັນທີ 28 ກັນຍາ 2021.
ແຟ້ມຮູບ-ເຮືອບິນຂັບໄລ່ J-10 ຂອງຈີນ ກໍາລັງຖືກນໍາທາງຢູ່ເດີ່ນ ລຸນຫຼັງການສາທິດການບິນ ຢູ່ທີ່ການສະແດງການບິນ ແລະອະວະກາດນານາຊາດຄັ້ງທີ 13 ຂອງ ຈີນ, ເມືອງ ຊູຮາຍ (Zhuhai), ໃນແຂວງກວາງດົງ (Guangdong) ທາງພາກໃຕ້ຂອງ ຈີນ, ເມື່ອວັນທີ 28 ກັນຍາ 2021.

ຜູ້ຊ່ຽວຊານເຊື່ອວ່າ ຈີນກໍາລັງຮຽນຮູ້ຈາກສົງຄາມທີ່ມີບັນຫາຢູ່ໃນຢູເຄຣນ ຂອງ ຣັດເຊຍ ເພື່ອປັບປຸງຍຸດທະສາດການຕໍ່ສູ້ ແລະກຽມຮັບມືກັບການລົງໂທດທາງດ້ານເສດຖະກິດ ຖ້າລັດຖະບານປັກກິ່ງ ຫາກໂຈມຕີເກາະ​ໄຕ້​ຫວັນ ທີ່ປົກຄອງຕົນເອງ.

ພວກເຂົາເຈົ້າກ່າວວ່າ ປະເທດດັ່ງກ່າວອາດຈະຍັງເບິ່ງເລິກ​ເຂົ້າ​ໄປ​ຕື່ມໃນການແກ້ໄຂບັນຫາໄຕ້​ຫວັນ​ດ້ວຍສັນຕິວິ​ທີ.

ຣັດເຊຍ ກໍາລັງປະເຊີນໜ້າກັບການຕໍ່ຕ້ານທາງທະຫານທີ່ເຂັ້ມແຂງກວ່າທີ່ຄາດການໄວ້ຢູ່ໃນ ຢູເຄຣນ ນັບຕັ້ງແຕ່ພວກເຂົາເລີ້ມຕົ້ນການຮຸກຮານເມື່ອວັນທີ 24 ກຸມພາ, ໂດຍສະເພາະຢ່າງຍິ່ງ ຢູ່ຕາມຖະນົນຫົນທາງ, ພ້ອມດ້ວຍການລົງໂທດທາງດ້ານເສດຖະກິດ ແລະຄວາມຊ່ວຍເຫຼືອທາງດ້ານທະຫານທີ່ເພີ້ມຂຶ້ນຈາກຕ່າງປະເທດ.

ພວກນັກວິເຄາະບາງຄົນເຊື່ອວ່າ ເຈົ້າໜ້າທີ່ຂອງຈີນ ກໍາລັງມອງຫາຊ່ອງທາງທີ່ຈະເຂົ້າຢຶດຄອງ ໄຕ້ຫວັນ ໃຫ້ໄດ້ຢ່າງວ່ອງໄວ ໂດຍແນເປົ້າໝາຍໃສ່ສູນກາງການສື່ສານ ແລະສະຖາບັນທາງການເມືອງທີ່ສໍາຄັນຕ່າງໆ. ພວກເຂົາເຈົ້າກ່າວວ່າ ຈີນຕ້ອງການການສະໜັບສະໜຸນທາງດ້ານໂລຈິສຕິກເພີ້ມ ສໍາລັບການໂຈມຕີທັງທາງນໍ້າ ແລະທາງບົກຢູ່ເທິງໝູ່ເກາະ ທີ່ມີໄລຍະຫ່າງອອກໄປ 160 ກິໂລ ແມັດ, ແລະຂໍ້ຄວາມທາງດ້ານການສື່ສານ ເພື່ອຊຸກຍູ້ຕໍ່ການຮຸກຮານຕ່າງໆ.

ທ່ານເຊິນ ຢີ-ຟານ (Chen Yi-Fan), ຜູ້ຊ່ວຍສາດສະດາຈານທາງດ້ານການທູດ ແລະການພົວພັນລະຫວ່າງປະເທດ ແຫ່ງມະຫາວິທະຍາໄລ ທໍາກັງ (Tamkang) ຢູ່ໃນ ໄຕ້ຫວັນ ກ່າວວ່າ “ຈີນ ຢ່າງໜ້ອຍພວກເຂົາກໍ່ໄດ້ຮຽນຮູ້ວ່າ ພວກເຂົາຕ້ອງກຽມແຜນການໃຫ້ດີ ສໍາລັບການສະໜັບສະໜຸນທາງດ້ານໂລຈິສຕິກທີ່ພຽງພໍ ເພື່ອການປະຕິບັດການທັງທາງນໍ້າ ແບະທາງບົກ ຕະຫຼອດຮອດອາວຸດຕ່າງໆເປັນຈໍານວນຫຼວງຫຼາຍເຊັ່ນວ່າ ປືນໃຫຍ່ ແລະລູກສອນໄຟ, ຖ້າ ຈີນ ຫາກຕັດສິນໃຈໂຈມຕີ ໄຕ້ຫວັນ.”

ທ່ານເຊິນ ຢີ-ຟານ ກ່າວວ່າ “ສິ່ງສໍາຄັນທີ່ສຸດ, ຈີນ ຈໍາເປັນຕ້ອງມີຄໍາສັ່ງທາງດ້ານພື້ນຖານທາງສິນທໍາທີ່ສູງ ຕະຫຼອດເຖິງຄວາມຮູ້ຄວາມເຂົ້າໃຈກ່ຽວກັບສົງ ຄາມ ແລະການສົນທະນາທາງດ້ານການສື່ສານ.”

ຣັດເຊຍ ປະສົບກັບຄວາມລົ້ມແຫຼວໃນການຢຶດຄອງ, ຢູເຄຣນ ກ່າວໃນມື້ວັນທີ 3 ເມສານີ້ວ່າ ກອງກໍາລັງຂອງພວກເຂົາເຈົ້າ ໄດ້ປະຕິບັດການຢຶດຄືນພື້ນທີ່ອ້ອມແອ້ມນະຄອນຫຼວງກີຢິບ ເປັນເທື່ອທໍາອິດ ນັບຕັ້ງການເລີ້ມຕົ້ນຮຸກຮານຂອງ ຣັດເຊຍ.

ຣັດເຊຍ ໄດ້ປະກາດໃນຊ່ວງເວລາດຽວກັນວ່າ ກອງກໍາລັງທະຫານຂອງພວກເຂົາ ແນເປົ້າໝາຍໃສ່ພື້ນທີ່ແບ່ງແຍກດິນແດນທັງສອງແຫ່ງທາງທິດຕາເວັນ ອອກຂອງ ຢູເຄຣນ ແທນທີ່ຊິເປັນຂົງເຂດນະຄອນຫຼວງ ຫຼື ພື້ນທີ່ພາຍໃນຂອງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG