ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ຜູ້​ນຳ​ຂອງ​ຈີນ ໃຊ້​ສຳ​ນວນ​ຄຳ​ເວົ້າ​ທີ່​ແຮງ​ຂຶ້ນ ກັບ​ສະ​ຫະ​ລັດ


​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄປ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ ທີ່​ປຶກ​ສາ​ທາງ​ດ້ານ​ການ​ເມືອງ​ ຂອງ​ປະ​ຊາ​ຊົນ​ຈີນ ທີ່​ຫໍ​ສາ​ລາ​ປະ​ຊາ​ຊົນ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 4 ມີ​ນາ 2023.
​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄປ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ ທີ່​ປຶກ​ສາ​ທາງ​ດ້ານ​ການ​ເມືອງ​ ຂອງ​ປະ​ຊາ​ຊົນ​ຈີນ ທີ່​ຫໍ​ສາ​ລາ​ປະ​ຊາ​ຊົນ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 4 ມີ​ນາ 2023.

ການ​ໃຫ້​ຄວາມ​ເຫັນ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ຈີນ ທີ່​ມີ​ຂຶ້ນ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ຊຶ່ງ​ເລີ້ມ​ຂຶ້ນ​ໃນ​ວັນ​ອາ​ທິດທີ່​ຜ່ານ​ມານີ້ ສະ​ເໜີ​ແນະ​ວ່າຜູ້​ນຳ​ຂອງ​ຈີນ ທ່ານ​ສີ ຈິ້ນ​ຜິງ ແລະ​ພັກ​ຄອມ​ມູ​ນິ​ສ ​ທີ່​ທ່ານ​ຄວບ​ຄຸມ​ຢູ່ນັ້ນ ຮັບ​ເອົາ​ວິ​ທີ​ການ​ທີ່​ປະ​ເຊີນ​ໜ້າ​ຫຼາຍ​ຂຶ້ນ​ກັບ​ສະ​ຫະ​ລັດ.

ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ຜູ້​ນຳ​ການ​ເມືອງ​ອະ​ວຸ​ໂສໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້ ທ່ານ​ສີ​ປາ​ກົດ​ວ່າ​ໄດ້​ຖິ້ມ​ໂທດ​ ໃນ​ການດີ້ນ​ຮົນ​ທາງ​ເສດ​ຖະ​ກິດ​ຂອງ​ຈີນ​ເມື່ອ​ໄວໆ​ມານີ້ ໃສ່ “ການ​ຄວບ​ຄຸມ​ແລະ​ການ​ຢຸດຢັ້ງ​ຢ່າງກວ້າງ​ຂວາງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມາ ຊຶ່ງ​ໄດ້​ພາ​ໃຫ້​ເກີດ​ມີ
ການ​ທ້າ​ທາຍ​ຢ່າງ​ຮ້າຍ​ແຮງ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ.”

ສະ​ຫະ​ລັດ​ໄດ້​ປະ​ຕິ​ເສດ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ຕົນ​ມີ​ແຕ່​ຊອກ​ຫາ​ທາງ​ເພື່ອ​ເຮັດ​ໃຫ້​ການ​ເຕີ​ບ​ໂຕ​ຂອງ​ຈີນ​ຊ້າ​ລົງ ໂດຍ​ກ່າວ​ວ່າ ຕົນ​ພຽງ​ແຕ່​ ຢາກ​ສ້າງ “ຮາວກັ້ນ” ທີ່​ປ້ອ​ງ​ກັນ​ບໍ່​ໃຫ້​ມີ​ການ​ແຂ່ງ​ຂັນລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດຂອງ​ໂລກ ກາຍ​ເປັນ​ບັນ​ຫາ​ຂັດ​ແຍ້ງ.

ບໍ່​ຮອດ 24 ຊົ່ວ​ໂມງ ຫຼັງ​ຈາກ​ທ່ານ​ສີໄດ້​ກ່າວ​ປາ​ໄສ​ໄປ​ແລ້ວ ທ່ານ​ຈິນ ກັງ ທີ່​ຫາ​ກໍ​ເຂົ້າ​ຮັບ​ຕຳ​ແໜ່ງ ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ເມື່ອ​ເດືອນ​ທັນ​ວາ​ຜ່ານ​ມານີ້ ກໍ​ໄດ້​ອອກ​ມາ​ຕ້ອງ​ຕິ​ວິ​ທີ​ການ​ຂອງ​ສະ​ຫະ​ລັດທີ່​ດຳ​ເນີນ​ກັບ​ຈີນ. ທ່ານ​ກ່າວ​ວ່າ “ຖ້າ​ສະ​ຫະ​ລັດ​ຫາກ​ບໍ່​ຢຽບ​ເບ​ຣກ​ໄວ້ ແຕ່​ຍັງ​ສືບ​ຕໍ່ ​ເລັ່ງ​ຄວາມ​ໄວ​ລົງ​ໄປ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງແລ້ວ ບໍ່​ວ່າ​ຈະ​ມີ​ຮາວກັ້ນ​ຫຼາຍ​ປານ​ໃດ​ກໍ​ຕາມ ກໍ​ບໍ່​ສາ​ມາດ​ປ້ອງ​ກັນ​ການ​ຕົກ​ລົງ​ໄດ້ ແລະ​ກໍ​ຈະ​ເກີດ​ບັນ​ຫາ​ຂັດ​ແຍ້ງ​ແລະ​ການ​ປະ​ເຊີນ​ໜ້າກັນ​ຢ່າງ​ແນ່ນອນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG