ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

COVID ຄື້ນຫຼ້າ​ສຸດ​ຂອງ ຈີນ ອາດ​ຕິດ 65 ລ້ານຄົນຕໍ່​ອາ​ທິດ ດ້ວຍ​ອາ​ການ​ທີ່​ເບົາ


ປະ​ຊາ​ຊົນ​ທີ່​ກຳ​ລັງ​ເດີນ​ທາງ​ໄປ​ເຮັດ​ວຽກ, ໃສ່​ໜ້​ກາກ​ຢູ່​ໃນ​ເຂດ​ສູນ​ກາງ​ທຸ​ລະ​ກິດ, ປັກ​ກິ່ງ, ຈີນ, 26 ພຶດ​ສະ​ພາ 2023.
ປະ​ຊາ​ຊົນ​ທີ່​ກຳ​ລັງ​ເດີນ​ທາງ​ໄປ​ເຮັດ​ວຽກ, ໃສ່​ໜ້​ກາກ​ຢູ່​ໃນ​ເຂດ​ສູນ​ກາງ​ທຸ​ລະ​ກິດ, ປັກ​ກິ່ງ, ຈີນ, 26 ພຶດ​ສະ​ພາ 2023.

ຈີນ, ເຊິ່ງ​ແມ່​ນ​ບ່ອນ​ທີ່​ພະ​ຍາດ ໂຄວິດ-19 ຖືກ​ພົບ​ເຫັນ ​ໃນ​ມະ​ນຸດ​ເປັນ​ຄັ້ງ​ທຳ​ອິດ​ດົນ​ກວ່າ​ສາມ​ປີ​ທີ່​ຜ່ານ​ມາ, ຄາດ​ວ່າ​ຄື້ນ​ຂອງ​ການ​ຕິດ​ເຊື້ອ​ຂອງ​ເຂົາ​ເຈົ້າຈະ​ມີ​ຫຼາຍ​ເຖິງ 65 ລ້ານ​ກໍ​ລະ​ນີ ​ຕໍ່​ອາ​ທິດ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນານີ້, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ທີ່​ຮັບ​ຜິດ​ຊອບ​ຕໍ່​ແບບ​ຢ່າງ​ທີ່​ຖືກ​ນຳ​ສະ​ເໜີ​ຢູ່ກອງ​ປະ​ຊຸມ​ການ​ແພດ.

ໃນ​ຂະ​ນະ​ທີ່ມັນ​ອາດ​ເປັນ​ຈຳ​ນວນ​ທີ່ຫຼວງຫຼາຍ​ຕໍ່​ໂລກຫຼັງ​ໂຣກ​ລະ​ບາດ ທີ່​ໄດ້​ອິດ​ເມື່ອຍ​ກັບ​ກໍ​ລະ​ນີ​ທີ່​ຖືກ​ຢືນ​ຢັນ 767 ລ້ານ​ກໍ​ລະ​ນີ​ທີ່​ຍັງ​ເພີ່ມ​ຂຶ້ນ ແລະ ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 6 ລ້ານ 9 ແສນ​ຄົນ​ນັ້ນ, ການ​ລະ​ບາດ ​ທີ່​ຖືກ​ຄາດ​ການ​ໃນ ຈີນ ແມ່ນຈະ​ມີ​ອາ​ການ​ທີ່ບໍ່​ຮຸນ​ແຮງ, ທ່ານ ຫວັງ ກຸຍ​ຈຽງ, ຜູ້​ອຳ​ນວຍ​ການ​ພະ​ແນກ​ໂຣກ​ຕິດ​ຕໍ່​ຢູ່​ໂຮງ​ໝໍອັນ​ດັບ​ນຶ່ງ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ປັກ​ກິ່ງ, ໄດ້​ກ່າວ​ຕໍ່​ໜັງ​ສື​ພິມ​ທາງ​ການ Beijing Daily.

ແລະ ບັນ​ດາ​ຜູ້​ຊ່ຽວ​ຊາ​ນ​ກ່າວ​ວ່າ, ການ​ລະ​ບາດ​ທີ່​ວ່າ​ນັ້ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ຖືກ​ຄວບ​ຄຸມຢູ່​ໃນ ຈີນ. ທ່ານ ຣາ​ຈ໌ ຣາຈ​ນາ​ຣາ​ຢາ​ນານ (Raj Rajnarayanan) ຮອງ​ອະ​ທິ​ການ​ບໍ​ດີ​ການ​ຄົ້ນ​ຄວ້າ ແລະ ຮອງ​ສາ​ສະ​ດາ​ຈານ​ຢູ່​ສະ​ຖາ​ບັນ​ເທັກ​ໂນ​ໂລ​ຈີ ແຫ່ງ​ນິວຢອກ ແລະ ນັກ​ຕິດ​ຕາມ​ສາຍ​ພັນ​ໂຄວິດ​ລະ​ດັບ​ສູງ, ໄດ້​ກ່າວ​ຕໍ່​ວາ​ລະ​ສານ Fortune ວ່າ​ ເມື່ອ​ເວົ້າ​ເຖິງ​ສາຍ​ພັນ XBB, “ທົ່ວ​ໂລກ​ ແມ່ນ​ໄດ້​ເຫັນ​ມັນ​ແລ້ວ.” ແຕ່​ມາ​ຮອດ​ປັດ​ຈຸ​ບັນ​ນີ້, “ຈີນ​ແມ່ນ​ຍັງ​ບໍ່​ໄດ້​ເຫັນ​ເທື່ອ.”

ນັກ​ຊ່ຽວ​ຊານ​ໂຣກ​ທາງ​ເດີນ​ຫາຍ​ໃຈ ທ່ານ ຊອງ ນານ​ຊານ (Zhong Nanshan), ຜູ້​ທີ່​ໄດ້​ກ່າວ​ໃນ​ວັນ​ທີ 22 ພຶດ​ສະ​ພາ ຢູ່ກອງ​ປະ​ຊຸມ​ໃນ​ເມືອງ ກວາງ​ໂຈ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ວ່າ, ຄື້ນ​ການ​ຕິດ​ເຊື້ອ​ໃນ​ປັດ​ຈຸ​ບັນ​ທີ່​ໄດ້​ເລີ່ມ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມ​ສາ “ແມ່ນ​ໄດ້​ມີ​ການ​ຄາດ​ການ​ໄວ້.” ຕົວ​ຢ່າງ​ຂອງ​ລາວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ພາຍ​ໃນ​ທ້າຍ​ເດືອນ​ມິ​ຖຸ​ນາ, ຈຳ​ນວນ​ການ​ຕິດ​ເຊື້ອ​ປະ​ຈຳ​ວັນ​ຈະ​ເພີ່ມ​ຂຶ້ນ​ສູງ​ສຸດ​ເຖິງ 65 ລ້ານ​ກໍ​ລະ​ນີ, ອີງ​ຕາມ​ໜັງ​ສື​ພິມ​ທາງ​ການ Global Times.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG