ລັດຖະມົນຕີກະຊວງການຕ່າງປະເທດ ແລະຄະນະຜູ້ແທນຂັ້ນສູງ 20 ຄົນຂອງຈີນ ໄດ້ເດີນທາງໄປເຖິງປະເທດ ໝູ່ເກາະໂຊໂລມອນ ໃນມື້ວັນພະຫັດວານນີ້ ເຊິ່ງເປັນການເລີ້ມຕົ້ນ ການຢ້ຽມຢາມ 8 ປະເທດ ຊຶ່ງມີຂຶ້ນທ່າມກາງຄວາມກັງວົນ ກ່ຽວກັບຄວາມທະເຍີທະຍານທາງດ້ານທະຫານ ແລະການເງິນຂອງປັກກິ່ງ ຢູ່ໃນພູມິພາກມະຫາສະໝຸດປາຊີຟິກຕອນໃຕ້ແຫ່ງນີ້, ອີງຕາມລາຍງານຂອງອົງການຂ່າວເອພີ.
ຈີນກ່າວວ່າ ການເດີນທາງໃນຄັ້ງນີ້ ມີຂຶ້ນເນື່ອງຈາກຄວາມສໍາພັນທີ່ເປັນມິດທາງປະຫວັດສາດອັນຍາວນານ ລະຫວ່າງຈີນ ແລະປະເທດເກາະຕ່າງໆຢູ່ໃນຂົງເຂດດັ່ງກ່າວ.
ແຕ່ ອອສເຕຣເລຍ ດໍາເນີນການຕອບໂຕ້ກັບດ້ວຍການສົ່ງລັດຖະມົນຕີການຕ່າງ ປະເທດຂອງຕົນ ທ່ານນາງເພັນນີ ວ່ອງ ໄປທີ່ປະເທດຟີຈິ ເພື່ອສະໜັບສະໜຸນຂົງເຂດປາຊີຟິກດັ່ງກ່າວ. ທ່ານນາງວ່ອງ ຊຶ່ງຫາກໍເຂົ້າຮັບຕຳແໜ່ງໄດ້ພຽງ 5 ມື້ ລຸນຫຼັງການເລືອກຕັ້ງຂອງອອສເຕຣເລຍ ແລະຫາກໍເດີນທາງກັບມາຈາກການປະຊຸມ ຢູ່ໃນນະຄອນຫຼວງໂຕກຽວ ໃນຕອນແລງວັນພຸດແລ້ວນີ້.
ທີ່ຟີຈິ, ທ່ານນາງ ວ່ອງ ກ່າວວ່າ ມັນຂຶ້ນຢູ່ກັບການຕັດສິນໃຈ ຂອງແຕ່ລະປະເທດເກາະດອນຕ່າງໆເຫຼົ່ານັ້ນວ່າພວກເຂົາເຈົ້າຈະສ້າງພັນທະມິດແບບໃດ ແລະຂໍ້ຕົກລົງແບບໃດທີ່ພວກເຂົາເຈົ້າຈະເຫັນດີເຊັນລົງນາມ, ແຕ່ທ່ານນາງໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າ ຈົ່ງພິຈາລະນາເຖິງຜົນປະໂຫຍດລວມ ຂອງອອສເຕຣເລຍ ນໍາດ້ວຍ.
“ອອສເຕຣເລຍ ຈະເປັນພັນທະມິດ ທີ່ບໍ່ມີຂໍ້ຜູກມັດ ຫຼືສ້າງພາລະທີ່ບໍ່ຍືນຍົງທາງການເງິນ,” ທ່ານນາງວ່ອງ ກ່າວ. “ພວກເຮົາເປັນພັນທະມິດ ທີ່ຈະບໍ່ທໍາລາຍຄວາມສໍາຄັນ ຫຼືສະຖາບັນ ຢູ່ໃນຂົງເຂດປາຊີຟິກແຫ່ງນີ້.”
ໃນຂະນະດຽວກັນ, ສະມາຄົມສື່ມວນຊົນຂອງໝູ່ເກາະໂຊໂລມອນ ໄດ້ຮຽກຮ້ອງໃຫ້ສະມາຊິກຂອງພວກເຂົາເຈົ້າ ບໍ່ໄປຮ່ວມການຖະແຫຼງຂ່າວຂອງ ທ່ານ ຫວັງ ແລະຄູ່ຕຳແໜ່ງຈາກປະເທດໝູ່ເກາະໂຊໂລມອນຂອງລາວ ທ່ານເຈເຣເມຍ ມາເນເລ (Jeramiah Manele) ທີ່ຈັດຂຶ້ນຢູ່ໃນນະຄອນຫຼວງໂຮເນຍຣາ ລຸນຫຼັງການປະຊຸມລະຫວ່າງພວກທ່ານທັງສອງ.
ນັ້ນ ກໍເປັນເພາະວ່າ ມີພຽງສື່ມວນຊົນທີ່ໄດ້ຖືກເລືອກເທົ່ານັ້ນໄດ້ຮັບເຊີນໃຫ້ເຂົ້າຮ່ວມໃນພິທີດັ່ງກ່າວ, ແລະມີກໍານົດອະນຸຍາດໃຫ້ຖາມ ທ່ານຫວັງ ພຽງແຕ່ຄໍາຖາມດຽວ ເຊິ່ງອອກອາກາດໂດຍໂທລະພາບ CCTV ທີ່ເປັນສື່ມວນຊົນຂອງລັດຖະບານຈີນ.
ໃນການດໍາເນີນງານອີກຄັ້ງຂອງຈີນ, ຮ່າງເອກະສານທີ່ໄດ້ຮັບໂດຍອົງການຂ່າວເອພີນັ້ນ ສະແດງໃຫ້ເຫັນວ່າ ທ່ານຫວັງ ມີຄວາມຫວັງຢາກຈະບັນລຸຂໍ້ຕົກລົງກັບ 10 ປະເທດເກາະດອນນ້ອຍໆເຫຼົ່ານີ້ ໃນລະຫວ່າງການເດີນທາງຢ້ຽມຢາມ.
ຂໍ້ຕົກລົງທັງໝົດ ໄດ້ກວມລວມທຸກຢ່າງນັບຕັ້ງແຕ່ດ້ານຄວາມໝັ້ນຄົງ ໄປຈົນເຖິງດ້ານການປະມົງຕ່າງໆ ແລະມີຜູ້ນໍາຂອງປະເທດປາຊີຟິກ ຢ່າງໜ້ອຍນຶ່ງຄົນທີ່ມອງວ່າ ເປັນຄວາມພະຍາຍາມຂອງປັກກິ່ງ ທີ່ຈະຍາດເອົາການຄວບຄຸມຂົງເຂດປາຊີຟິກແຫ່ງນີ້ ຈາກບັນດາປະເທດຕາເວັນຕົກ.