ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ໄປ​ຢ້ຽມ​ຢາມ​ເຂດ​ຊາຍ​ແດນ ຕິດ​ກັບ​ມຽນ​ມາ ແບບ​ທີ່​ບໍ່​ຄ່ອຍ​ເຫັນ​ກັນ


ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຈິນ ກັງ ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ ທີ່​ນະ​ຄອນ​ຫຼວງ​ໄຄ​ໂຣ ຂອງ​ອີ​ຈີບ ເມື່ອ​ວັນ​ທີ 15 ມັງ​ກອນ 2023.
ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຈິນ ກັງ ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ ທີ່​ນະ​ຄອນ​ຫຼວງ​ໄຄ​ໂຣ ຂອງ​ອີ​ຈີບ ເມື່ອ​ວັນ​ທີ 15 ມັງ​ກອນ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຮຽກ​ຮ້ອງ​ໃຫ້​ມີ​ສະ​ຖຽນ​ລະ​ພາບ​ແລະ​ປາບ​ປາມ​ກິດ​ຈະ​ກຳ​ທີ່​ຜິດ​ກົດ​ໝາຍ​ຂ້າມ​ຊາຍ​ແດນ ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ຂອງ​ຈີນ​ ຕິດ​ກັບ​ມຽນ​ມາ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ​ທີ່​ບໍ່​ຄ່ອຍ​ເຫັນ​ກັນ ຕໍ່​ຂົງ​ເຂດ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ດັ່ງ​ກ່າວໃນ​ວັນ​ອັງ​ຄານ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຊາຍ​ແດນ​ທີ່​ຍືດ​ຍາວ 2,129 ກິ​ໂລ​ແມັດຜ່ານ​ເຂດ​ພູ​ຜາ​ທີ່​ເປັນ​ປ່າ​ຕຶບ​ດົງ​ໜາ​ແລະ ​ມີ​ຊື່​ສຽງ​ບໍ່​ດີ​ກ່ຽວ​ກັບ​ການ​ລັກ​ລອບ​ຄ້າຢ​າ​ເສບ​ຕິດ​ເຂົ້າ​ໄປ​ໃນ​ຈີນ ຈາກ​ເຂດ “ສາມ​ຫຼ່ຽມ​ຄຳ” ບ່ອນ​ທີ່​ຊາຍ​ແດນ​ຂອງ​ລາວ ມຽນ​ມາ ແລະ​ໄທ​ມາ​ບັນ​ຈົບ​ຄົບ​ກັນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ກ່າວ​ວ່າ ການ​ຜະ​ລິດ​ຝິ່ນ​ຢູ່​ໃນ​ມຽນ​ມາ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕ ນັບ​ແຕ່​ພວກ​ທະ​ຫານ​ເຂົ້າ​ຢຶດ​ອຳ​ນາດ ​ໃນ​ປີ 2021 ໂດຍ​ມີ​ການ​ປູກ​ຝິ່ນ​ເພີ້ມ​ຂຶ້ນນຶ່ງ​ສ່ວນ​ສາມ​ໃນ​ປີ​ກາຍ ຫຼັງ​ຈາກ​ຄວາມ​ພະ​ຍາ​ຍາມ​ໃນ​ການ ລຶບ​ລ້າງການ​ປູກ​ຝິ່ນ​ໄດ້​ຖືກ​ຍົກ​ເລີກ ແລະ​ການ​ລັງ​ເລ​ທາງ​ດ້ານ​ເສ​ດ​ຖະ​ກິດ​ເຮັດ​ໃຫ້​ຜູ້​ຄົນ​ໃນ​ຈຳ​ນວນ​ຫຼາຍ​ຂຶ້ນ​ຫັນ​ໄປ​ຄ້າ​ຢາ​ເສບ​ຕິດ.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ທ່ານນັ້ນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈິນກັງ​ກ່າວ​ວ່າ ພັກ​ຄອມ​ມູ​ນິ​ສ​ຢູ່​ໃນ​ທ້ອງ​ຖິ່ນ​ແລະ​ພະ​ແນກ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ ຕຳ​ຫຼວດ ​ແລະ ອົງ​ການ​ຈັດ​ຕັ້ງ​ຂອງ​ພົນ​ລະ​ເຮືອນ ຄວນ​ຮ່ວມ​ມື​ກັນ “ເພື່ອ​ເສີມ​ຂະ​ຫຍາຍ​ລະ​ບົບ​ປ້ອງ​ກັນ​ຊາຍ​ແດນ.”

ທ່ານ​ຈິນ ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້ປັບ​ປຸງ “​ໃນການ​ຮັກ​ສາ​ຄວາມ​ໂດດ​ເດັ່ນ ​ແລະ​ສ​ະ​ຖຽນ​ລະ​ພາບ ແລະ​ປາບ​ປາມ​ແບບ​ເດັດ​ຂາດ​ຕໍ່​ກິດ​ຈະ​ກຳ​ທີ່​ຜິດ​ກົດ​ໝາຍ​ຂ້າມ​ຊາຍ​ແດນ.”

“ມັນ​ເປັນ​ສິ່ງ​ຈຳ​ເປັນ​ໃນ​ການ​ປະ​ສານ​ງານ​ເພື່ອ​ຄຸ້ມ​ຄອງ​ຊາຍ​ແດນ​ຮ່ວມ​ກັນ ການ​ພັດ​ທະ​ນາ​ການ​ຄ້າ​ຊາຍ​ແດນ ແລະ​ຄວາມ​ສຳ​ພັນ​ສອງ​ຝ່າຍ” ມີ​ກາ​ນ​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ທີ່​ໄດ້​ກ່າວ ຢູ່​ໃນ​ລາຍ​ງານ​ຂ່າວ​ຂອງ​ກະ​ຊວງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG