ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້​ມູນ​ດ້ານປະ​ຊາ​ກອນ ແລະ ​ເສດ​ຖະ​ກິດ ຈີນ ສົ່ງ​ສັນ​ຍານ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ໃນ​ອະ​ນາ​ຄົດ


ແມ່​ຍິງ​ຄົນ​ນຶ່ງ ກັບ ລູກ​ຍ່າງ​ຜ່ານ​ພະ​ນັກ​ງານ​ທີ່​ຊອກ​ຫາ​ຂອງຫຼິ້ນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 11 ມັງ​ກອນ 2023.
ແມ່​ຍິງ​ຄົນ​ນຶ່ງ ກັບ ລູກ​ຍ່າງ​ຜ່ານ​ພະ​ນັກ​ງານ​ທີ່​ຊອກ​ຫາ​ຂອງຫຼິ້ນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 11 ມັງ​ກອນ 2023.

ການວິ​ວັດ​ທະ​ນາ​ການເປັນ​ມະ​ຫາ​ອຳ​ນາດ​ທາງ​ເສດ​ຖະ​ກິດ​ໂລກ​ຂອງ ຈີນ ທີ່ຖືກ​ກຳ​ນົດໃຫ້​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ ສະ​ຫະ​ລັດ ໃນ​ຖາ​ນະ​ເປັນ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ແມ່ນເບິ່ງ​ຄື​ວ່າ​ຈະຫຼີກ​ລ່ຽງ​ບໍ່​ໄດ້​ສຳ​ລັບ​ຢ່າງ​ໜ້ອຍ​ນຶ່ງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ແຕ່​ລາຍ​ງານ​ໃໝ່​ສອງ​ສະ​ບັບ​ໄດ້​ຊີ້​ໃຫ້​ເຫັນ​ວ່າອະ​ນາ​ຄົດ​ອາດ​ຈະ​ບໍ່​ຈະ​ແຈ້ງ​ຄື​ທີ່​ມັນ​ເຄີຍ​ເປັນ.

ໃນ​ວັນ​ອັງ​ຄານ​ວານນີ້, ຈີນ ໄດ້​ລາຍ​ງານ​ວ່າ​ປະ​ຊາ​ກອນ​ຂອງ​ເຂົາ​ເຈົ້າ​ໄດ້ຫຼຸດ​ລົງ​ໃນ​ປີ 2022, ເປັນ​ຄັ້ງ​ທຳ​ອິດ​ໃນຫຼາຍ​ລຸ້ນ​ຄົນ. ໃນ​ເວ​ລາ​ດຽວ​ກັນ, ລັດ​ຖະ​ບານ​ໄດ້​ປະ​ກາດ​ວ່າ ​ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ຈີນ ໄດ້​ຊ້າ​ລົງ​ຢ່າງຫຼວງ ຫຼາຍ​ໃນ​ປີ 2022, ແມ່ນ​ກະ​ທັ້ງ​ກ່ອນ​ການ​ສິ້ນ​ສຸດຕໍ່​ແຜນ​ຍຸດ​ທະ​ສາດໂຄວິດ​ສູນ​ກໍ​ລະ​ນີທີ່​ໄດ້​ເຮັດ​ໃຫ້​ເກີດ​ຄື້ນ​ຂອງ​ການ​ຕິດ​ເຊື້ອ​ກະ​ຈາຍ​ໄປ​ສູ່​ປະ​ຊາ​ກອນ​ຂອງ​ເຂົາ​ເຈົ້າ.

ການ​ປະ​ສົບ​ປະ​ສານ​ຂອງ​ການຫຼຸດ​ລົງ​ຂອງ​ປະ​ຊາ​ກອນ ແລະ ການ​ເຕີບ​ໂຕ​ຂອງເສດ​ຖະ​ກິດ ​ທີ່​ຊ້າກວ່າ​ທີ່​ຄາດ​ໄວ້​ ແມ່ນບໍ່​ໄດ້​ເປັນ​ລາງ​ສັງ​ຫອນ​ທີ່​ດີ​ສຳ​ລັບ​ຜົນ​ຜະ​ລິດ​ໃນ​ອະ​ນາ​ຄົດ. ການ​ແຊກ​ແຊງ​ຂອງ​ລັດ​ຖະ​ບານ ແລະ ການ​ເພີ່ມ​ຂຶ້ນ​ໃນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ ​ເວ​ລາ​ທີ່​ການ​ເພີ່ມ​ຂຶ້ນ​ໃນ​ການ​ຕິດ​ເຊື້ອ ໂຄວິດ​ສິ້ນ​ສຸດລົງ​ນັ້ນ ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ສົ່ງ​ຜົນ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ທີ່​ຂ້ອນ​ຂ້າງ​ໄວ​ໃນ​ປີ 2023, ແຕ່​ການຫຼຸດ​ລົງ​ຂອງ​ປະ​ຊາ​ກອນ​ໂດ​ຍ​ສະ​ເພາະ​ນັ້ນ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ບັນ​ຫາ​ໄລ​ຍະ​ຍາວ ເຊິ່ງ​ລັດ​ຖະ​ບານ​ໃນ ປັກ​ກິ່ງ ຈະ​ຕ້ອງ​ຕໍ່​ສູ້.

ຫ້ອງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຂອງ ຈີນ ໄດ້​ລາຍ​ງານ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ປະ​ຊາ​ກອນ​ຂອງ​ປະ​ເທດ ໄດ້ຫຼຸດ​ລົງ​ປະ​ມານ 850,000 ຄົນ, ຕໍ່​ ນຶ່ງຕື້​ສີ່​ຮ້ອຍສິບ​ສອງ​ລ້ານ​ຄົນ. ປະ​ເທດ​ດັ່ງ​ກ່າວ​ໄດ້​ບັນ​ທຶກ​ການ​ເກີດ ເກົ້າ​ລ້ານ​ຫ້າ​ແສນ​ຫົກ​ສິບ​ພັນ​ຄົນ​ໃນ​ປີ 2022, ທຽບ​ໃສ່​ການ​ຕາຍ ສິບ​ລ້ານ​ສີ່​ແສນ​ສິບ​ພັນ​ຄົນ.

ຄົນ​ເຂົ້າ​ເມືອງ ແລະ ການ​ອົບ​ພະ​ຍົບ​ອອກ​ຈາກ​ຖິ່ນ​ຖານບໍ່​ໄດ້​ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ປ່ຽນ​ແປງ ກ່ຽວ​ກັບ ປະ​ຊາ​ກອນ​ຂອງ ຈີນ​ ໃນ​ປີ 2022. ໃນ​ຂະ​ນະ​ທີ່​ຄວາມ​ສົນ​ໃຈ​ຂອງ​ທາ​ລະ​ນະ​ໃນ​ການອົບ​ພ​ະ​ຍົບ​ອອກ​ຈາ​ຖິ່ນ​ຖານ​ໄດ້​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ໂຣກ​ລະ​ບາດ​ນັ້ນ, ກົດ​ລະ​ບຽບ​ຂອງ​ລັດ​ຖ​ະ​ບານ​ທີ່ບໍ່​ສະ​ໜັບ​ສະ​ໜູນ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ, ຂັ້ນ​ຕອນ​ການ​ເຮັດ​ໜັງ​ສື​ເດີນ​ທາງ​ທີ່​ໃຊ້​ເວ​ລາ​ດົນ, ແລະ ການ​ຮັດ​ແໜ້າ​ມາດ​ຕະ​ການ​ຫ້າມ​ຕ່າງໆ ກ່ຽວ​ກັບ ການ​ເຄື່ອ​ຍ້າຍ​ເງິນ​ຢູ່ນອກ​ປະ​ເທດ​ໝາຍ​ຄວາມ​ວ່າ ຈີນ ໄດ້​ສູນ​ເສຍ​ປະ​ຊາ​ຊົນ​ບໍ່ຫຼາຍ​ຄົນ​ໃຫ້​ຕ່າງ​ປະ​ເທດເທົ່າຫຼາຍ​ປີ​ກ່ອນ​ໂຣກ​ລະ​ບາດ.

ປີ​ກາຍນີ້​ໄດ້​ເປັນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່​ຕົ້ນ​ຊຸມ​ປີ 1960, ເວ​ລາ​ທີ່​ຄວາມ​ອຶດ​ຫິວ​ຢ່າງກວ້າງ​ຂວາງ​ໄດ້​ສັງ​ຫານ​ປະ​ຊາ​ຊົນ ຈີນ ຫຼາຍ​ສິບ​ລ້ານ​ຄົນ, ທີ່​ໄດ້​ເຮັດ​ໃຫ້​ປະ​ຊາ​ກອນຫຼຸດ​ລົງ. ແນວ​ໃດ​ກໍ່​ຕາມ, ອັດ​ຕາ​ການ​ເຕີບ​ໂຕ​ແມ່ນ​ໄດ້ມີ​ແນວ​ໂນ້ມຫຼຸດ​ລົງ​ເປັນ​ເວ​ລາຫຼາຍ​ປີແລ້ວ, ສ່ວນ​ໃຫຍ່​ແມ່ນ​ຜົນ​ຂອງ​ນະ​ໂຍ​ບາຍ “ລູກ​ຄົນ​ດຽວ”, ເຊິ່ງ​ໄດ້​ລົງ​ໂທດ​ຄູ່​ສາ​ມີ​ພັນ​ລະ​ຍາ​ຜູ້​ທີ່​ມີ​ລູກ​ຊາຍ ຫຼື ລູກ​ສາວຫຼາຍກວ່າ ນຶ່ງ​ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG