ເສດຖະກິດຂອງ ຈີນ ໄດ້ເຕີບໂຕຊ້າກວ່າທີ່ຄາດຄິດໄວ້ຫຼາຍໃນໄຕມາດທີສອງຂອງປີ ເນື່ອງຈາກການຕົກຕ່ຳຂອງການຄ້າຂາຍອະສັງຫາລິມະຊັບ ແລະ ຄວາມບໍ່ໝັ້ນຄົງໃນການຈ້າງງານໄດ້ເຮັດໃຫ້ການຟື້ນຕົວທີ່ບອບບາງຕ້ອງຢຸດຊະງັກລົງ ສົ່ງຜົນໃຫ້ ປັກກິ່ງ ຕ້ອງອອກມາດຕະການກະຕຸ້ນເສດຖະກິດຫຼາຍຍິ່ງຂຶ້ນກວ່າເກົ່າ.
ປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບສອງຂອງໂລກດັ່ງກ່າວໄດ້ເຕີບໂຕ 4.7 ເປີເຊັນໃນເດືອນເມສາ ຫາ ມິຖຸນາ ທີ່ຜ່ານມາ, ຂໍ້ມູນທາງການໄດ້ສະແດງໃຫ້ເຫັນ, ເຊິ່ງເປັນການເຕີບໂຕທີ່ຊ້າທີ່ສຸດນັບຕັ້ງແຕ່ໄຕມາດທີນຶ່ງຂອງປີ 2023 ແລະ ການຜິດພາດການເຕີບໂຕ 5.1 ເປີເຊັນທີ່ຄາດການໄວ້ໃນການສຳຫຼວດຂອງອົງການຂ່າວ ຣອຍເຕີ. ມັນຍັງໄດ້ຊະລໍຕົວລົງຈາກການຂະຫຍາຍ 5.3 ເປີເຊັນຂອງໄຕມາດທີ່ຜ່ານມາ.
ສິ່ງທີ່ໜ້າກັງວົນເປັນພິເສດກໍຄືຝ່າຍຜູ້ບໍລິໂພກ, ດ້ວຍການເຕີບໂຕຂອງຍອດການຄ້າຫຍ່ອຍໄດ້ຫຼຸດລົງຕ່ຳສຸດໃນຮອບ 18 ເດືອນເນື່ອງຈາກແຮງກົດດັນຈາກພາວະເງິນຝືດໄດ້ບີບບັງຄັບໃຫ້ພາກທຸລະກິດຕ້ອງຫຼຸດລາຄາສິນຄ້າທຸກຢ່າງນັບຕັ້ງແຕ່ລົດຍົນ, ອາຫານໄປຈົນເຖິງເສື້ອຜ້າ.
ໂດຍລວມແລ້ວຂໍ້ມູນ GDP ທີ່ໜ້າຜິດຫວັງສະແດງໃຫ້ເຫັນວ່າ ເສັ້ນທາງໄປສູ່ເປົ້າໝາຍການເຕີບໂຕ 5 ເປີເຊັນຍັງຄົງເປັນເລື່ອງທີ່ທ້າທາຍ,” ທ່ານ ລິນ ຊອງ, ຫົວໜ້ານັກເສດຖະສາດປະຈຳພະແນກ Greater China ຂອງບໍລິສັດ ING ກ່າວ.
ທ່ານກ່າວຕື່ມວ່າ “ຜົນກະທົບດ້ານລົບຕໍ່ຄວາມໝັ້ນຄົງຈາກລາຄາອະສັງຫາລິມະຊັບ ແລະ ລາຄາຮຸ້ນທີ່ຕົກຕ່ຳ ລວມເຖິງການເຕີບໂຕຂອງຄ່າຈ້າງທີ່ຕ່ຳ ທ່າມກາງການຫຼຸດຕົ້ນທຶນຂອງອຸດສາຫະກຳຕ່າງໆ ແມ່ນກຳລັງຖ່ວງດຶງການບໍລິໂພກ ແລະ ເຮັດໃຫ້ເກີດການປ່ຽນແປງທິດທາງຈາກການຊື້ປີ້ຄັ້ງໃຫຍ່ໄປສູ່ຄຳຂວັນການບໍລິໂພກຂັ້ນພື້ນຖານທີ່ວ່າ ກິນ, ດື່ມ ແລະ ຫຼິ້ນ.”
ທ່ານ ຊິງ ຈ້າງເຜິງ ນັກຍຸດທະສາດອາວຸໂສຂອງ ຈີນ ຢູ່ທີ່ທະນາຄານ ANZ ກ່າວວ່າ “ໃນບັນດາຕົວເລກລາຍເດືອນທັງໝົດທີ່ເຜີຍແຜ່ໃນມື້ນີ້ ຈຸດເດັ່ນແມ່ນຢູ່ທີ່ຍອດການຄ້າຫຍ່ອຍທີ່ອ່ອນແອ.”
ທ່ານ ຊິງ ໄດ້ກ່າວຕື່ມວ່າ “ພາກບໍລິໂພກໃນຄົວເຮືອນຍັງຄົງອ່ອນແອຫຼາຍ ເນື່ອງຈາກນາຍຈ້າງໄດ້ຫຼຸດເງິນເດືອນລົງ ແລະ ການຫວ່າງງານຂອງເຍົາວະຊົນທີ່ສູງ, ເຊິ່ງຄົວເຮືອນຕ່າງໆຈະຍັງຄົງມີຄວາມລະມັດລະວັງຕໍ່ໄປ.
ການລົງທຶນດ້ານອະສັງຫາລິມະຊັບໄດ້ຫຼຸດລົງ 10.1 ເປີເຊັນໃນເຄິ່ງປີທຳອິດຂອງ 2024 ຈາກນຶ່ງປີກ່ອນໜ້ານີ້, ແລະ ການຂາຍບ້ານຕາມພື້ນທີ່ໄດ້ຫຼຸດລົງ 19.0 ເປີເຊັນ.
ອ່ານຂ່າວນີ້ເປັນພາສາອັງກິດ
China's economy grew much slower than expected in the second quarter as a protracted property downturn and job insecurity knocked the wind out of a fragile recovery, keeping alive expectations Beijing will need to unleash even more stimulus.
The world's second-largest economy grew 4.7% in April-June, official data showed, its slowest since the first quarter of 2023 and missing a 5.1% forecast in a Reuters poll. It also slowed from the previous quarter's 5.3% expansion.
Of particular concern was the consumer sector, with retail sales growth grinding to an 18-month low as deflationary pressures forced businesses to slash prices on everything from cars to food to clothes.
"Overall, the disappointing GDP data shows that the road to hitting the 5% growth target remains challenging," said Lynn Song, chief economist for Greater China at ING.
"A negative wealth effect from falling property and stock prices, as well as low wage growth amid various industries' cost cutting is dragging consumption and causing a pivot from big ticket purchases toward the basic 'eat, drink and play' theme consumption," he added.
"Household consumption remains very week ... with employers slashing salaries and high youth unemployment, households will still be cautious going forward," Xing added.
Property investment fell 10.1% in the first half of 2024 from a year earlier, and home sales by floor area declined 19.0%.
ຟໍຣັມສະແດງຄວາມຄິດເຫັນ