ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ ຈີນ ສັນ​ຍາ​ຈະ​ຂະ​ພາຍ​ການ​ຮ່ວມ​ມື ​ກັບ​ ເບ​ລາ​ຣຸ​ສ ພັນ​ທະ​ມິດ​ຂອງ ຣັດ​ເຊຍ


​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸ​ສ ທ່ານ ອາ​ເລັກ​ແຊນ​ເດີ ລູ​ກາ​ເຊັນ​ໂກ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ ນາຍ​ພົນ ຫຼີ ຊາງ​ຟູ ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ໃນ​ນະ​ຄອນຫຼວງ ມິນ​ສ໌, ເບ​ລາ​ຣຸ​ສ, 17 ສິງ​ຫາ 2023.
​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸ​ສ ທ່ານ ອາ​ເລັກ​ແຊນ​ເດີ ລູ​ກາ​ເຊັນ​ໂກ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ ນາຍ​ພົນ ຫຼີ ຊາງ​ຟູ ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ໃນ​ນະ​ຄອນຫຼວງ ມິນ​ສ໌, ເບ​ລາ​ຣຸ​ສ, 17 ສິງ​ຫາ 2023.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ ທ່ານ ຫຼີ ຊາງ​ຟູ ໄດ້​ໄປ​ຢ້ຽມ​ຢາມ ເບ​ລາ​ຣຸ​ສ ແລະ ໄດ້​ກ່າວ​ວ່າ ​ປະ​ເທດ​ຂອງ​ທ່ານ​ຈະ​ຂະ​ຫຍາຍ​ການ​ຮ່ວມ​ມືທາງທະ​ຫານ​ກັບ​ປະ​ເທດ​ເພື່ອ​ນ​ບ້ານ​ຂອງ ຣັດ​ເຊຍ, ບ່ອນ​ທີ່ ມົ​ສ​ກູ ໄດ້​ສົ່ງ​ອາ​ວຸດ​ນິວ​ເຄ​ລຍສະ​ໜາມ​ໄປ​ຕິດ​ຕັ້ງ​ນັ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ ຫຼີ ໄດ້​ພົບ​ປະ​ກັບ​ຜູ້​ມີ​ອຳ​ນາດ​ສູງ​ສຸດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເລັກ​ແຊນ​ເດີ ລູ​ກາ​ເຊັນ​ໂກ ໃນ​ນະ​ຄອນຫຼວງ ມິນ​ສ໌ ແລະ ໄດ້​ກ່າວ​ວ່າ “ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ ເບ​ລາ​ຣຸ​ສ ຂອງ​ຂ້າ​ພະ​ເຈົ້າ ແມ່ນ​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ​ທີ່​ສຳ​ຄັນ​ຢ່າງ​ຖືກ​ຕ້ອງ​ໃນ​ລະ​ດັບ​ຂອງ​ປະ​ມຸກ​ລັດ ແລະ ສືບ​ຕໍ່​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ທະ​ຫານ​ສອງ​ຝ່າຍ.”

ບໍ່​ມີ​ຝ່າຍ​ໃດ​ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ ສິ່ງ​ທີ່​ການ​ຮ່ວມ​ມື​ນັ້ນ​ຈະ​ນຳ​ມາ, ແຕ່​ສອງ​ປະ​ເທດ​ດັ່ງ​ກ່າວ ​ໄດ້​ຕົກ​ລົງ​ທີ່​ຈະ​ຈັດ​ການ​ຊ້ອມ​ລົບ​ຮ່ວມ​ກັນ ​ໃນ​ປີ​ໜ້າ. ທ່ານ ຫຼີ ໄດ້​ໄປ​ຢ້ຽມ​ຢາມ ຣັດ​ເຊຍ ບໍ່​ດົນ​ກ່ອນ​ເດີນ​ທາງ​ໄປ ເບ​ລາ​ຣຸ​ສ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG