ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໓ ກຸມພາ ໒໐໒໕

ດີປຊີກຄ໌ ສຕາດຣ໌ອັພ ຈີນເລີ້ມເປີດໂຕ AI ຕົ້ນທຶນຕໍ່າ ຮຸ້ນເທັກໂນໂລຈີ ຫຼຸດລົງທົ່ວໂລກ


ດີປຊີກຄ໌ AI ຂອງຈີນທີ່ຫາກໍ່ເປີດໂຕສົ່ງຜົນກະທົບຕໍ່ຕະຫຼາດລັກຊັບ
ດີປຊີກຄ໌ AI ຂອງຈີນທີ່ຫາກໍ່ເປີດໂຕສົ່ງຜົນກະທົບຕໍ່ຕະຫຼາດລັກຊັບ

ນັກລົງທຶນຕ່າງກໍ່ຂາຍຮຸ້ນເທັກໂນໂລຈີຫຼາຍບໍລິສັດທົ່ວໂລກ ໃນວັນຈັນຜ່ານມາ. ເນື່ອງຈາກເປັນຫ່ວງວ່າ ບໍລິສັດປັນຍາປະດິດຈີນສາມາດໃຫ້ບໍລິການຕົ້ນທຶນຕໍ່າແລະອາດສາມາດສົ່ງຜົນກະທົບຕໍ່ຜູ້ນໍາຕະຫຼາດເຊັ່ນ ເອນວີເດຍ ( Nvidia ) ໄດ້. ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ.

ດີປຊີກຄ໌ ( DeepSeek ) ຊຶ່ງເປັນບໍລິສັດ ເລີ້ມຕົ້ນ ຫຼື ສຕາດຣ໌ອັພຂອງຈີນ ເປີດໃຫ້ບໍລິການຜູ້ຊ່ວຍປັນຍາປະດິດລ້າ ໆ ຫຼື AI ຟຣີ ເມື່ອອາທິດທີ່ຜ່ານມາດ້ວຍຕົ້ນທຶນຕໍ່າກ່ວາບໍລິສັດໃຫຍ່ ໆ ໃນປັດຈຸບັນ.

ນອກຈາກນັ້ນ ໃນວັນຈັນຜ່ານມາຈຳນວນໂປຣແກຣມຂອງ ດີປຊີກຄ໌ ຖືກດາວໂຫຼດໃນ ແອັປສຕໍຣ໌ ຂອງ ແອັປໂປລ ແຊງໜ້າ ແຊັດຈີພີທີ (ChatGPT) ຂອງ ສະຫະລັດໄປແລ້ວ.

ດັດຊະນີ Nasdaq Tech ຂອງຮຸ້ນເທັກໂນໂລຈີ ຫຼຸດລົງຫຼາຍກວ່າ 3% ລະຫວ່າງການ ຊື້-ຂາຍ ໃນວັນຈັນຜ່ານມາ. ໂດຍ ເອນວີເດຍ ລາຄາຫຼຸດລົງກວ່າ 17% ແລະ ມູນຄ່າການຕະຫຼາດຂອງຮຸ້ນເອນວີເດຍແມ່ນຕິດລົບໄປປະມານ 6 ແສນລ້ານໂດລາ.

ການຫຼຸດລົງຂອງມູນຄ່າການຕະຫຼາດຂອງເອນວີເດຍ ຖືວ່າຫຼາຍທີ່ສຸດສຳລັບຫຼັກຊັບຂອງບໍລິສັດໃນການ ຊື້-ຂາຍ ພາຍໃນມື້ດຽວ ໃນຕະຫຼາດຫຼັກຊັບຂອງສະຫະລັດ. ຮຸ້ນຂອງບໍລິສັດເທັກໂນໂລຈີອື່ນ ໆ ກໍ່ຫຼຸດລົງຫຼາຍເຊັ່ນກັນ.

ບໍລິສັດ ບຣອດຄອມ ຜູ້ຜະລິດຊິບຄອມພິວເຕີ ຫຼຸດລົງກ່ວາ 18%, ໄມໂຄຣຊອຟ ທີ່ຢູ່ເບື້ອງຫຼັງຂອງ ແຊັດຈີພີທີ ຫຼຸດລົງ 2.3% ແລະ ອັລຟາເບດ ບໍລິສັດແມ່ ຂອງ ກູໂກລ ຫຼຸດລົງ 3.4% ແລະ ທີ່ປະເທດຍີ່ປຸ່ນ ຮຸ້ນຂອງ ຊອຟແບ້ງກຣຸປ ຫຼຸດລົງ 8.3%. ສ່ວນ ເອເອສເອມເອລ ທີ່ຢູໂຣບຫຼຸດລົງ 7%.

ໃນຊ່ວງ 18 ເດືອນທີ່ຜ່ານມາ ຮຸ້ນຈີນທີ່ກ່ຽວຂ້ອງກັບທຸລະກິດ AI ລາຄາເພີ້ມສູງຂຶ້ນຢ່າງຈະແຈ້ງຈົນອາດເຂົ້າຂ່າຍລາຄາແພງເກີນໄປ ຊຶ່ງເປັນປັດໄຈພື້ນຖານແລະສ່ວນສຳຄັນ ໃນການຊຸກຍູ້ໃຫ້ຕະຫຼາດຫຼັກຊັບໂດຍລວມເຕີບໂຕ.

ມາກຄ໌ ແອນເດຣສ໌ເຊນ ນັກລົງທືນຄົນດັງໃນວົງການເທັກໂນໂລຈີສະຫະລັດກ່າວຜ່ານສື່ສັງຄົມອ໋ອນລາຍນ໌ ເອກສ໌ ວ່າ ໂປຣແກຣມ ດິພຊີກຄ໌-ອາຣວັນ ( DeepSeek-R1) ຂອງ ບໍລິສັດ ດີປຊີກຄ໌ ທີ່ເປີດໂຕໄປເມື່ອອາທິດແລ້ວນີ້ “ ເປັນນຶ່ງໃນການທຳລາຍກຳແພງທີ່ສຸດຍອດ ແລະຕື່ນເຕັ້ນທີ່ສຸດທີ່ຂ້ອຍເຄີຍເຫັນມາ.”

ເຂົາປຽບທຽບວ່າ ດີປຊີກຄ໌-ອາຣວັນ ຄື “ ສປຸຕນິກ ໂມເມນຕ໌” ຂອງວົງການປັນຍາປະດິດຊຶ່ງສະທ້ອນເຖິງການປ່ຽນແປງທີ່ໃຫ້ຄວາມຮູ້ສຶກຄືກັບຕອນສະຫະພາບໂຊວຽດສົ່ງດາວທຽມ ສປຸຕນິກຂຶ້ນສູ່ທ້ອງຟ້າ ແລະເປັນຈຸດເລີ້ມຕົ້ນຂອງການແຂ່ງຂັນກັນທາງອະວາກາດ ໃນທ້າຍທົດສະຫວັດທີ 1950.

ຢ່າງໃດກໍ່ຕາມ ແດນນຽນລ໌ ມໍຣ໌ແກນ ຜູ້ບໍລິຫານກອງທືນແຫ່ງບໍລິສັດ ຊິໂນວັສ ທຣັດສ໌ ຊຶ່ງຖືຮຸ້ນ ເອວິເດຍ 1 ລ້ານຮຸ້ນກ່າວວ່າການຂາຍທີ່ເກີດຂື້ນໃນວັນທີ່ຜ່ານມາເປັນປະຕິກິລິຍາທີ່ຮຸນແຮງເກີນຄວາມເປັນຈິງ.

ລາວກ່າວວ່າ ທຸລະກິດຂອງ ດິພຊິກຄ໌ຄື ການໃຊ້ AI ໃນໂທລະສັບ ສມາທ໌ໂຟນ ຫຼື ຄອມພິວເຕີ ແບບແຊດຈີພີທີ ແຕ່ “ ມູນຄ່າແທ້ຈິງຂອງ AI ຄືການຜະລິດ ຊິປ ໃຫ້ກັບສູນຂໍ້ມູນດາຕ້າ ໂດຍບໍລິສັດຢ່າງເຊັ່ນ ເອນວິເດຍ,ແອດວ້ານສ໌ ໄມໂຄຣດີໄວສ໌ ( Advanced Micro Devices ) ແລະ ບຣອດຄອມ.

“ໂດຍລວມຂ້ອຍຄາດວ່າການຂາຍຮຸ້ນໃນວັນຈັນຜ່ານມາເປັນໂອກາດຂອງການຊື້ເພີ້ມຮຸ້ນເທັກໂນໂລຈີທີ່ມີຄຸນນະພາບເມື່ອລາຄາຫຼຸດລົງ” ມໍຣ໌ແກນກ່າວ.

ອ່ານຂ່າວເປັນພາສາອັງກິດ.

Chinese researchers backed by a Hangzhou-based hedge fund recently released a new version of a large language model (LLM) called DeepSeek R1 that rivals the capabilities of the most advanced U.S.-built products but reportedly does so with fewer computing resources and at much lower cost.

High Flyer, the hedge fund that backs DeepSeek, said that the model nearly matches the performance of LLMs built by U.S. firms like OpenAI, Google and Meta, but does so using only about 2,000 older generation computer chips manufactured by U.S.-based industry leader Nvidia while costing only about $6 million worth of computing power to train.

By comparison, Meta’s AI system, Llama, uses about 16,000 chips, and reportedly costs Meta vastly more money to train.

The apparent advance in Chinese AI capabilities comes after years of efforts by the U.S. government to restrict China’s access to advanced semiconductors and the equipment used to manufacture them. Over the past two years, under President Joe Biden, the U.S. put multiple export control measures in place with the specific aim of throttling China’s progress on AI development.

DeepSeek appears to have innovated its way to some of its success, developing new and more efficient algorithms that allow the chips in the system to communicate with each other more effectively, thereby improving performance.

At least some of what DeepSeek R1’s developers did to improve its performance is visible to observers outside the company, because the model is open source, meaning that the algorithms it uses to answer queries are public.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG