ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ລັດຖະນົມຕີການຄ້າຂອງຈີນ ມີກຳນົດໄປ ປາຣີ ເພື່ອການເຈລະຈາ ເລື້ອງລົດໄຟຟ້າ


ແຟ້ມພາບ - ລັດຖະມົນຕີການຄ້າຈີນ ທ່ານ ຫວັງ ເຫວີນຕາວ (Wang Wentao) ກ່າວຢູ່ທີ່ ກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງ ປັກກິ່ງ, ວັນທີ 6 ມີນາ 2024.
ແຟ້ມພາບ - ລັດຖະມົນຕີການຄ້າຈີນ ທ່ານ ຫວັງ ເຫວີນຕາວ (Wang Wentao) ກ່າວຢູ່ທີ່ ກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງ ປັກກິ່ງ, ວັນທີ 6 ມີນາ 2024.

ລັດ​ຖະ​ມົນ​ຕີ​ການ​ຄ້າ​ຈີນ ທ່ານ ຫວັງ ເຫວິນຕາວ (Wang Wentao) ມີ​ກຳ​ນົດ​ຢ້ຽມຢາມ ນະຄອງຫຼວ ປາຣີ ໃນ​ວັນ​ອາ​ທິດ​ວານນີ້ ເພື່ອຮ່ວມ​ການ​ເຈ​ລະ​ຈາ​ທີ່​ຄາດ​ວ່າ​ ຈະ​ກວມ​ເອົາ​ການ​ສົ່ງ​ອອກ​ລົດ​ໄຟ​ຟ້າ ລາຄາຖືກ ທີ່​ເຕີບ​ໂຕ​ໄວ​ຂອງ​ຈີນ​ເຂົ້າສູ່​ຕະ​ຫຼາດ​ຢູໂຣບ.

ແຫຼ່ງຂ່າວ 4 ແຫ່ງ ທີ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເດີນທາງຂອງທ່ານ ຫວັງ ບອກກັບອົງການຂ່າວ ຣອຍເຕີສ໌ ໃນທ້າຍເດືອນມີນາວ່າ ການສົນທະນາຈະສຸມໃສ່ການສືບສວນຂອງຄະນະກໍາມະການຢູໂຣບ ກ່ຽວກັບວ່າ ອຸດສາຫະກໍາລົດໄຟຟ້າຂອງຈີນ ໄດ້ຮັບຜົນປະໂຫຍດຈາກການໃຫ້ທຶນອຸດຫນູນຈາກລັດຖະບານ ທີ່ບໍ່ຍຸດຕິທໍາ ຫຼືບໍ່.

ຜູ້ຜະລິດລົດຍົນໃນຢູໂຣບ ໄດ້ພາກັນຕໍ່ສູ້ເພື່ອຜະລິດລົດໄຟຟ້າທີ່ລາຄາຖືກກວ່າແລະລົບລ້າງຄວາມເປັນຜູ້ນໍາຂອງຈີນ ໃນການພັດທະນາຮູບແບບຂອງລົດທີ່ລາຄາຖືກກວ່າ.

ຄະນະ​ກຳມະການຂອງສະຫະພາບ​ຢູໂຣບ, ​ເຊິ່ງເປັນ​ອົງການ​ບໍລິຫານ​ຂອງ​ກຸ່ມ​ທີ່​ຄາດ​ຄະ​ເນ​ວ່າ ​ສ່ວນ​ແບ່ງ​ລົດໄຟຟ້າຂອງ​ຈີນ ​ທີ່​ຂາຍ​ຢູ່​ໃນຢູໂຣບ ​ອາດສູງເຖິງ 15 ເປີເຊັນ ຂອງ​ຕະຫຼາດ​ໃນ​ປີ 2025, ກ່າວ​ວ່າ ລົດໄຟຟ້າຂອງ​ຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການໃຫ້ທຶນ​ອຸດ​ໜູນ​ຂອງລັດ​ຢ່າງ​ຫຼວງ​ຫຼາຍ ​ແລະ ຕົນກຳລັງ​ກວດສອບ​ເບິ່ງ​ວ່າ​ ຈະ​ກຳນົດອັດຕາ​ພາສີເພື່ອ​ລົງ​ໂທດ ​ຫຼື​ບໍ່.

ຈີນ​ໄດ້ໂຕ້ແຍ້ງຕໍ່ການກ່າວອ້າງທີ່ວ່າ ອຸດ​ສາ​ຫະ​ກຳລົດໄຟຟ້າຂອງ​ຕົນ​ ໄດ້​ຂະ​ຫຍາຍ​ຕົວ​ຍ້ອນ​ການ​ອຸດ​ໜູນ ແລະ​ໄດ້​ເອີ້ນ​ການ​ສືບ​ສວນ​ຂອງ ອີຢູ ວ່າ “ການກີດກັ້ນທາງການຄ້າ.” ນັກວິ​ເຄາະ​ກ່າວ​ວ່າ, ປັດ​ໄຈ​ຕ່າງໆ, ເຊິ່ງລວມທັງ​ການ​ຄອບ​ງຳ​ຂອງ​ຈີນ ​ໃນ​ຕ່ອງ​ໂສ້​ການ​ສະໜອງ​ໝໍ້ໄຟ, ການ​ປະດິດ​ສ້າງ​ ແລະ​ການ​ແຂ່ງຂັນ​ທີ່ຮ້ອນແຮງ​ຢູ່​ໃນ​ຕະຫຼາດ​ພາຍ​ໃນ​ທີ່​ແອ​ອັດ ​ໄດ້ເຮັດໃຫ້ລາຄາ​ຫຼຸດລົງເຊັ່ນກັນ.

ທ່ານ ຫວັງ ມີກໍານົດ ທີ່ຈະພົບກັບຜູ້ບໍລິຫານລະດັບສູງຂອງ ເຮໂນລທ໌ (Renault), ທ່ານ ລູກາ ເດ ມີໂອ (Luca de Meo), ເຊິ່ງຍັງເປັນຮັກສາການປະທານຂອງສະມາຄົມຜູ້ຜະລິດລົດຂອງຢູໂຣບ ຫຼື ACEA ອີກດ້ວຍ ໃນວັນອາທິດວານນີ້, ອີງຕາມການກ່າວຂອງບຸກຄົນທີ່ໄດ້ສະເໜີລາຍງານຫຍໍ້ໃນກອງປະຊຸມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG