ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຂໍ້ລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງຂອງຈີນ ​ພາ​ໃຫ້​ເກີດການແຂ່ງຂັນ ທາງອໍານາດຂະ​ໜາດໃຫຍ່ ໃນຂົງເຂດປາຊີຟິກ


ແຟ້ມຮູບ-ສະຖານີເສັ້ນທາງລົດໄຟ Ganlanba , ເຊິ່ງເປັນນື່ງໃນສະຖານີຕາມເສັ້ນທາງລົດໄຟ ລາວ-ຈີນ, ຢູ່ພາຍໃຕ້ການກໍ່ສ້າງໃນແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ວັນທີ 28 ກັນຍາ 2021, ພາບທີ່ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວ ຊິນຫົວ.
ແຟ້ມຮູບ-ສະຖານີເສັ້ນທາງລົດໄຟ Ganlanba , ເຊິ່ງເປັນນື່ງໃນສະຖານີຕາມເສັ້ນທາງລົດໄຟ ລາວ-ຈີນ, ຢູ່ພາຍໃຕ້ການກໍ່ສ້າງໃນແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ວັນທີ 28 ກັນຍາ 2021, ພາບທີ່ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວ ຊິນຫົວ.

ໃນຂະນະທີ່ຈີນ ຈັດການສະເຫຼີມສະຫຼອງຄົບຮອບ 10 ປີ ຂອງການລິເລີ່ມນຶ່ງແລວທາງນຶ່ງເສັ້ນທາງ ຫຼື ທີ່ຮູ້ໃນອີກຊື່ນຶ່ງວ່າ BRI, ຫຼາຍໆຄົນກຳລັງປະເມີນຜົນກະທົບໃນການຜັກດັນຂອງມັນ ເພື່ອຍົກລະດັບການເຊື່ອມຕໍ່ ແລະຂໍ້ຕົກລົງມູນຄ່າຫຼາຍຕື້ໂດລາ ສຳລັບໂຄງການພື້ນຖານໂຄງລ່າງຕ່າງໆ ຢູ່ໃນທົ່ວໂລກ. ໃນຂົງເຂດ​ປາ​ຊີ​ຟິກ, ໂຄງການ BRI ຂອງ​ປັກ​ກິ່ງ​ ໄດ້​ເລີ້ມ​ການ​ແຂ່ງ​ຂັນ​ທາງ ອໍານາດ​ທີ່​ຍິ່ງ​ໃຫຍ່​ກັບ​ສະ​ຫະ​ລັດ​ແລະບັນດາ​ປະ​ເທດ​ອື່ນໆ. ນັກວິ​ເຄາະ​ກ່າວ​ວ່າ ມາ​ຮອດ​ປັດຈຸ​ບັນ, ​ມີ​ຫຼາຍ​ກວ່າ 30 ​ໂຄງການ ທີ່​ຈີນ​ໄດ້​ເລີ່​ມດຳ​ເນີນງານຢູ່​ໃນ​ພາກ​ພື້ນ, ຜົນ​ໄດ້​ຮັບ​ແມ່ນ​ມີ​ການ​ປະ​ສົມປະສານກັນ, ໂດຍ​ບາງ​ໂຄງການແມ່ນ ໃຊ້​ເປັນ “ຕົວ​ຢ່າງ​ສຳ​ລັບ​ອວດ​ໂອ້” ແທນ​ທີ່​ຈະເປັນການສະໜັບສະໜູນ ຕໍ່​ການ​ພັດທະນາ ​ຫຼືຄວາມ​ຕ້ອງການ​ທາງດ້ານ​ເສດຖະກິດ​ຕໍ່ບັນດາປະ​ເທດຢູ່ໃນຂົງເຂດ​ປາຊີ​ຟິກ.

"BRI ໃນຂົງເຂດປາຊີຟິກ ແມ່ນເຄື່ອງມືທາງດ້ານການເມືອງ ຫຼາຍກວ່າກົນໄກການພັດທະນາທີ່ແທ້ຈິງ," ທ່ານມີຮາຍ ໂຊຣາ (Mihai Sora), ນັກຄົ້ນຄວ້າໃນໂຄງການຫມູ່ເກາະປາຊີຟິກ ຢູ່ທີ່ສະຖາບັນໂລວີ (Lowy) ໃນອອສເຕຣເລຍ, ກ່າວຕໍ່ VOA ໃນລະຫວ່າງການສໍາພາດ. ທ່ານກ່າວວ່າ "ໃນອອສເຕຣເລຍ, ບັນດາຜູ້ສະແດງຄວາມຄິດເຫັນຈໍານວນຫຼາຍມອງວ່າ ໂຄງການ BRI ເປັນທະຫານກອງໜ້າຂອງລັດຖະບານຈີນ ເພື່ອສ້າງອິດທິພົນຢູ່ໃນຂົງເຂດປາຊີຟິກ."

ໃນ​ໄລຍະ​ຈັດ​ກອງ​ປະຊຸມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງຄັ້ງທີສາມ ​ເພື່ອ​ການ​ຮ່ວມ​ມື​ສາກົນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່ ​ຈີນ ​ໃນ​ເດືອນ​ນີ້, ຄາດ​ວ່າ ​ຈະ​ມີຫຼາຍກວ່າ 130 ປະ​ເທດ​ເຂົ້າ​ຮ່ວມ, ອົງການສື່​ມວນ​ຊົນ​ຂອງ​ລັດຖະບານ​ຈີນ​ໄດ້​ພິມ​ເຜີຍ​ແຜ່​ບົດ​ລາຍ​ງານກ່ຽວກັບເລື້ອງລາວ ທີ່​ເນັ້ນ​ໜັກ​ເຖິງ​ຜົນສຳ​ເລັດ​ຂອງ BRI ຢູ່ໃນຂົງເຂດປາຊີຟິກ.

ໃນເດືອນແລ້ວນີ້, ໃນສອງບົດຄວາມທີ່ແຕກຕ່າງກັນ, ໜັງສືພິມ Global Times ທີ່ດໍາເນີນງານໂດຍລັດຖະບານຈີນ, ໄດ້ເນັ້ນໃຫ້ເຫັນເຖິງວິທີທີ່ "ວິໄສທັດຂອງ BRI ກາຍມາເປັນຄວາມເປັນຈິງ" ຢູ່ໃນບັນດາປະເທດຫມູ່ເກາະປາຊີຟິກ ໂດຍ​ໃຫ້​ຂໍ້ສັງເກດວ່າ ຈີນກໍາລັງສະຫນອງການບໍລິການທາງການແພດ ແລະການຝຶກອົບຮົມວິຊາຊີບໃຫ້ແກ່ບຸກຄະລາກອນທາງການແພດທ້ອງຖິ່ນໃນໝູ່​ເກາະໂຊໂລມອນ ​ແລະ​ວິທີ​ທີ່ ​ປັກ​ກິ່ງ ​ໄດ້​ຊ່ວຍ​ປະ​ເທດ​ແຫ່ງນີ້ ​ໃນ​ການ​ສ້າງ​ສະໜາມກິລາ​ ສຳລັບ​ງານ​ກິລາ​ປາຊີ​ຟິກເກມ ທີ່ກໍາລັງ​ຈະ​ມາ​ເຖິງນີ້.

BRI, many are assessing the impact of its global push to promote connectivity and billions of dollars in deals for infrastructure projects. In the Pacific, Beijing’s BRI has set off a race of great power competition with the United States and other countries. Analysts say so far, of the more than 30 projects in the region that China has launched, the results have been mixed, with some serving as “showpieces” instead of contributing to Pacific countries’ development or economic needs.

“The BRI in the Pacific is more of a political instrument than a genuine development mechanism,” Mihai Sora, a research fellow in the Pacific Islands program at Lowy Institute in Australia, told VOA in an interview. “In Australia, a lot of commentators view BRI projects as a vanguard for the Chinese government to build influence in the Pacific.”

In the run up to the third Belt and Road Forum for International Cooperation that’ll take place in China this month, with more than 130 countries reportedly expected to attend, Chinese state media have published a series of reports highlighting the BRI’s success stories in the Pacific.

Last month, in two separate articles, China’s state-run tabloid, the Global Times, highlighted how “the BRI vision is becoming a reality” in the Pacific Islands noting how China is providing medical services and professional training to local healthcare personnel in the Solomon Islands and how Beijing has helped the country to build a sports stadium for the upcoming Pacific Games.

XS
SM
MD
LG