ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະຣັດເຊຍ ຮຽກຮ້ອງໃຫ້ສະພາຄວາມ ໝັ້ນຄົງຂອງສະຫະປະຊາຊາດຍົກເລີກ ການລົງໂທດດ້ານເສດຖະກິດຕໍ່ເກົາຫຼີເໜືອ


ສະພາຄວາມໝັ້ນຄົງສະຫະປະຊາຊາດ ລົງມັດຕິໃໝ່ ເພື່ອກົດດັນເກົາຫຼີເໜືອ ໃຫ້ກັບຄືນມາເຈລະຈາກ່ຽວກັບໂຄງການລູກສອນໄຟ ຂີ​ປະ​ນາ​ວຸດຢູ່ອົງ​ການສະຫະປະຊາຊາດ, ວັນທີ 5 ສິງຫາ 2017
ສະພາຄວາມໝັ້ນຄົງສະຫະປະຊາຊາດ ລົງມັດຕິໃໝ່ ເພື່ອກົດດັນເກົາຫຼີເໜືອ ໃຫ້ກັບຄືນມາເຈລະຈາກ່ຽວກັບໂຄງການລູກສອນໄຟ ຂີ​ປະ​ນາ​ວຸດຢູ່ອົງ​ການສະຫະປະຊາຊາດ, ວັນທີ 5 ສິງຫາ 2017

ຈີນ ແລະຣັດເຊຍຕຽມພ້ອມທີ່ຈະນຳສະເໜີການລົງມະຕິຮ່ວມກັນຕໍ່ສະພາຄວາມໝັ້ນ
ຄົງຂອງອົງການສະຫະປະຊາຊາດຮຽກຮ້ອງໃຫ້ສິ້ນສຸດການລົງໂທດ ທາງເສດຖະກິດ
ຫລາຍຢ່າງຕໍ່ເກົາຫຼີເໜືອ.

ຮວມຢູ່ໃນການລົງໂທດນັ້ນ ທັງສອງປະເທດຢາກໃຫ້ຍົກເລີກການຫ້າມຄົນເກົາຫຼີເໜືອ
ເຮັດວຽກຢູ່ຕ່າງປະເທດ ແລະສົ່ງລາຍໄດ້ຂອງເຂົາເຈົ້າໄປໃຫ້ປະເທດ, ການອອກສົ່ງອາ
ຫານທະເລ ແລະແຜ່ນແພຕ່າງໆ ແລະໃຫ້ຍົກເລີກຂີດຈຳກັດໃນການນໍ້າມັນທີ່ກັ່ນແລ້ວ.

ຮ່າງມະຕິທີ່ໄດ້ມາຕ່າງຫາກໂດຍອົງການຂ່າວເອພີ ແລະຣອຍເຕີ ແມ່ນ ແຄຳຮຽກຮ້ອງ
ໃຫ້ສະພາຄວາມໝັ້ນຄົງທີ່ມີ 15 ປະເທດເປັນສະມາຊິກນັ້ນ ຍົກເລີກການລົງໂທດດັ່ງ
ກ່າວ “ໂດຍມີເຈດຈຳນົງເພື່ອຊ່ວຍສົ່ງເສີມຊີວິດການ ເປັນຢູ່ຂອງປະຊາຊົນພົນລະເຮືອນ”
ຂອງເກົາຫຼີເໜືອ.

ອົງການສະຫະປະຊາຊາດວາງມາດຕະການລົງໂທດເກົາຫຼີເໜືອເທື່ອທຳອິດໃນປີ 2006
ຍ້ອນໂຄງການນິວເຄລຍ ແລະບັນດາໂຄງການລູກສອນໄຟຂີປະນາວຸດ ຂອງເກົາຫລີ
ເໜືອຊຶ່ງໄດ້ເພີ້ມທະວີຄວາມເຂັ້ມແຂງຂຶ້ນກວ່າເກົ່າໃນ ແຕ່ລະເທື່ອທີ່ພຽງຢາງໄດ້ດຳເນີນ
ການທົດລອງໂດຍເປັນການໃນການທ້າທາຍຕໍ່ປະຊາ ຄົມນາໆຊາດ ແລະແມ່ນກະທັ້ງວ່າ
ສະພາບເສດຖະກິດຂອງປະເທດນັ້ນຈະຊຸດໂຊມລົງນັບມື້ກໍຕາມ.

ຮ່າງມະຕິດັ່ງກ່າວເວົ້າວ່າ ການລົບລ້າງມາດຕະການລົງໂທດແມ່ນ “ເນັ້ນໃຫ້ເຫັນຄວາມ
ຈຳເປັນໃນການເຄົາລົບຄວາມເປັນຫ່ວງດ້ານຄວາມໝັ້ນຄົງ ທີ່ຖືກ ຕ້ອງຊອບ

ທຳຂອງ ສປປ ເກົາຫຼີເໜືອ ແລະຄໍ້າປະກັນຊີວິດການເປັນຢູ່ທີ່ດີ, ກຽດສັກສີ ແລະສິດທິ
ຂອງປະຊາຊົນເກົາຫຼີເໜືອ ຫລື DPRK.”

ມະຕິດັ່ງກ່າວໄດ້ຂະຫຍາຍມະຕິທີ່ໄດ້ສົ່ງແຈກຢາຍອອກໂດຍຈີນ ແລະຣັດເຊຍ ໃນປີ
2019 ທີ່ບໍ່ເຄີຍໄດ້ຖືກນຳມາສະເໜີຍ້ອນມີການຄັດຄ້ານຈາກສະຫະລັດ ແລະບັນດາ
ປະເທດຕາເວັນຕົກອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG