ກອງເຮືອລົບຂອງຈີນ ອອກເດີນທາງໃນວັນອາທິດວານນີ້ ເພື່ອໄປສົມທົບກັບກອງທັບເຮືອແລະກອງທັບອາກາດຣັດເຊຍ ຢູ່ທະເລຍີ່ປຸ່ນ ເພື່ອເຂົ້າຮ່ວມການຊ້ອມລົບທີ່ແນໃສ່ "ເພື່ອຄຸ້ມກັນຄວາມໝັ້ນຄົງໃນເຂດນ່ານນ້ຳຍຸດທະສາດ" ກະຊວງປ້ອງກັນປະເທດຈີນກ່າວ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ການຊ້ອມລົບ ທີ່ມີຊື່ວ່າ “Northern/Interaction-2023” ແມ່ນຂີດໝາຍໃນການເສີມຂະຫຍາຍການຮ່ວມມືທາງທະຫານລະຫວ່າງຈີນກັບຣັດເຊຍ ນັບແຕ່ ມົສກູໄດ້ທຳການຮຸກຮານຕໍ່ຢູເຄຣນແລະມີຂຶ້ນໃນຂະນະທີ່ປັກກິ່ງສືບປະຕິເສດຕໍ່ການຮຽກຮ້ອງຂອງສະຫະລັດ ໃຫ້ເລີ້ມການສື່ສານທາງທະຫານຄືນໃໝ່.
ກອງເຮືອຂອງຈີນ ທີ່ປະກອບດ້ວຍກຳປັ່ນລົບ 5 ລຳ ແລະເຮລີຄອບເຕີ້ປະຈຳກຳປັ່ນ 4 ລຳ ອອກເດີນທາງຈາກເມືອງທ່າຈິງດາວ ໃນພາກຕາເວັນອອກຂອງປະເທດເພື່ອໄປພົບກັບກອງກຳລັງຂອງຣັດເຊຍ ຢູ່ທີ່ “ຈຸດນັດໝາຍ” ກະຊວງປ້ອງກັນປະເທດຈີນກ່າວຢູ່ໃນບັນຊີ WeChat ໃນວັນອາທິດວານນີ້.
ໃນມື້ວັນເສົາ ກະຊວງດັ່ງກ່າວເວົ້າວ່າ ກອງທັບເຮືອ ແລະກອງທັບອາກາດຣັດເຊຍ ຈະເຂົ້າຮ່ວມໃນການຝຶກຊ້ອມ ຊຶ່ງຈະມີຂຶ້ນໃນທະເລຍີ່ປຸ່ນ.
ນີ້ແມ່ນເປັນເທື່ອທຳອິດ ທີ່ກຳລັງຂອງຣັດເຊຍ ຈາກທັງສອງເຫຼົ່າທັບ ເຂົ້າຮ່ວມການຊ້ອມລົບ ໜັງສືພິມ Global Times ຂອງທາງການຈີນ ໄດ້ອ້າງຄຳເວົ້າຂອງພວກນັກສັງເກດການທາງທະຫານທີ່ໄດ້ກ່າວ.