ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ຈະຊ້ອມລົບ ກັບຣັດເຊຍ ໃນທະເລຈີນ ຕາເວັນອອກ


ກຳປັ່ນລົບ ຂອງກອງທັບເຮືອຈີນ
ກຳປັ່ນລົບ ຂອງກອງທັບເຮືອຈີນ
ຈີນກ່າວວ່າ ຕົນຈະທຳການຊ້ອມລົບທາງທະເລຮ່ວມກັບຣັດເຊຍ
ໃນທ້າຍເດືອນນີ້ຢູ່ໃນບໍລິເວນທະເລຈີນຕາເວັນອອກບ່ອນທີ່ປັກ
ກິ່ງພວມພົວພັນໃນບັນຫາຂັດແຍ້ງ ເລື່ອງເຂດນ້ຳແດນດິນ ກັບຍີ່
ປຸ່ນ.

ຖະແຫລງການສະບັບນຶ່ງຂອງກະຊວງປ້ອງກັນປະເທດຈີນກ່າວ
ວ່າ ການຊ້ອມລົບແບບທຳມະດາຈະເລີ້ມຂຶ້ນໃນທ້າຍເດືອນພຶດ
ສະພາ ຢູ່ນອກແຄມຝັ່ງທະເລຂອງນະຄອນຊຽງໄຮ້ ເໜືອຂຶ້ນໄປ ຈາກເຂດທີ່ມີການຂັດແຍ້ງກັນ.

ຈີນແລະຍີ່ປຸ່ນ ໄດ້ຜິດຂ້ອງຕ້ອງຖຽງກັນມາເປັນເວລາດົນນານ
ແລ້ວ ກ່ຽວກັບໝູ່ເກາະໝູ່ດອນທີ່ບໍ່ມີຄົນອາໄສຢູ່ຈຳນວນນຶ່ງ ທີ່ຫ້ອມລ້ອມໄປດ້ວຍ ຊັບພະ ຍາກອນທຳມະຊາດ ອັນກວ້າງໃຫຍ່ແລະຢູ່ໃນເສັ້ນທາງ ຍຸດທະສາດຂອງການເດີນເຮືອ.

ການຂັດແຍ້ງກັນ ໄດ້ທະວີຄວາມຮ້າຍແຮງຂຶ້ນ ໃນປີ 2012 ຫລັງຈາກຍີ່ປຸ່ນ ໄດ້ຊື້ ໝູ່ເກາະ ໝູ່ດອນຈຳນວນນຶ່ງ. ຈີນໄດ້ຕອບໂຕ້ຄືນ ດ້ວຍການລາດຕະເວນເພີ້ມຂຶ້ນ ໂດຍທຳການທ້າ ທາຍຕໍ່ການຄວບຄຸມຂອງໂຕກຽວ ຢູ່ໃນເຂດດັ່ງກ່າວ.

ນອກນັ້ນຈີນຍັງໄດ້ປະກາດເຂດປ້ອງກັນທາງອາກາດຂອງຕົນຢູ່ໃນທະເລຈີນຕາເວັນອອກ. ແຕ່ຍີ່ປຸ່ນແລະສະຫະລັດ ບໍ່ໄດ້ເອົາຫົວຊາຕໍ່ຄຳຮຽກຮ້ອງຂອງປັກກິ່ງທີ່ຢາກໃຫ້ເຮືອບິນຂອງ ຕ່າງປະເທດທັງໝົດ ລະບຸໂຕ ກ່ອນຈະບິນເຂົ້າໄປໃນເຂດດັ່ງກ່າວ.
XS
SM
MD
LG