ເລື່ອງອະນາຄົດຂອງອັຟການີສຖານ ຖືວ່າເປັນຫົວຂໍ້ສຳຄັນລະດັບສູງ ໃນຂະນະບັນດາຜູ້ນໍາຈີນ ຣັດເຊຍແລະປະເທດໃນເຂດເອເຊຍກາງເລິ່ມກອງປະຊຸມສຸດຍອດປະຈໍາປີທີ່ກຸງປັກກິ່ງໃນວັນພຸດມື້ນີ້.
ກ່ອນກອງປະຊຸມສອງມື້ ຂອງອົງການການຮ່ວມມືນະຄອນຊຽງໄຮ້ ທີ່ເອີ້ນ ຫຍໍ້ວ່າ SCO ນັ້ນ ທ່ານ ຫູ ຈິນເຖົາ ປະທານປະເທດຈີນກ່າວວ່າ ທ່ານ ຫຼິງເຫັນວ່າ ກຸ່ມຈັດຕັ້ງແຫ່ງຂົງເຂດດັ່ງກ່າວນີ້ເອົາບົດບາດທີ່ເລິກເຊິ່ງຫຼາຍ ຂຶ້ນຢູ່ໃນອັຟການີສຖານ ຂະນະທີ່ທະຫານຕ່າງປະເທດ ຫຼຸດການປະຕິບັດ ງານທາງທະຫານລົງໄປນັບມື້ນັ້ນ.
ໃນການໃຫ້ສໍາພາດຕໍ່ສື່ມວນຊົນຂອງທາງການຈີນນັ້ນ ປະທານຫູ ເວົ້າວ່າ ກຸ່ມສະມາຊິກຫົກປະເທດຄວນຈະດຳເນີນງານຢ່າງໃກ້ຊິດຮ່ວມກັນຫຼາຍຂຶ້ນ ເພື່ອປົກປັກຮັກສາສັນຕິພາບ ແລະສະຖຽນລະພາບ ຢູ່ໃນຂົງເຂດເອົາໄວ້. ແຕ່ທ່ານຫູ ບໍ່ໄດ້ເອີ່ຍຢ່າງເຈາະຈົງກ່ຽວກັບວ່າກຸ່ມປະເທດດັ່ງກ່າວຈະເອົາ ບົດບາດທີ່ໃຫຍ່ຂຶ້ນກວ່າເກົ່າ ໃນອັຟການີສຖານນັ້ນຢ່າງໃດ.
ໃນວັນພຸດມື້ນີ້ ທ່ານ ຮາມິດ ກາຊາຍ ປະທານາທິບໍດີອັຟການີສຖານ ໄດ້ ສະແດງຄວາມຍິນດີ ຕໍ່ການເຂົ້າປະກອບສ່ວນທີ່ໃຫຍ່ຂຶ້ນກວ່າເກົ່າຂອງຈີນ ຢູ່ໃນປະເທດຂອງທ່ານ. ໃນການຖະແຫຼງ ຕໍ່ບັນດານັກສຶກສາມະຫາວິທະ ຍາໄລຈຸນຶ່ງ ທີ່ກຸງປັກກິ່ງນັ້ນ ທ່ານກາຊາຍ ເວົ້າວ່າ ໃນບໍ່ຊ້ານີ້ທ່ານວາງແຜນການທີ່ຈະເຊັນຂໍ້ຕົກລົງການເປັນພາຄີດ້ານຍຸທະສາດສະບັບນຶ່ງກັບຈີນ.
ຄາດກັນວ່າອັຟການີສຖານຈະໄດ້ຮັບສະຖານະພາບເປັນຜູ້ສັງເກດການ ຢູ່ໃນກຸ່ມປະເທດດັ່ງກ່າວ ທີ່ບັນດາປະເທດສະມາຊິກຢ້ານກົວວ່າ ການຂາດສະຖຽນລະພາບຢູ່ໃນອັຟການິສຖານ ຈະແຜ່ລາມໄປທົ່ວຂົງເຂດ ຂະນະທີ່ ການຖອນກໍາລັງທະຫານຂອງຕ່າງປະເທດພວມດຳເນີນໄປຢູ່ນີ້. ປະທານ ຫູ ແລະ ທ່ານຮາມິດ ກາຊາຍ ປະທານາທິບໍດີອັຟການີສຖານຈະທໍາການເຈລະຈາກັນສອງຕໍ່ສອງຢູ່ຂ້າງນອກຂອງກອງປະຊຸມສຸດຍອດ.
ອົງການການຮ່ວມມືນະຄອນຊຽງໄຮ້ຫຼື SCO ໄດ້ຈັດຕັ້ງຂຶ້ນ ໃນປີ 2001 ເພື່ອສະກັດກັ້ນອິດທິພົນທາງທະຫານຂອງກຸ່ມພັນທະມິດຕາເວັນຕົກເນໂຕ້ ແຕ່ກຸ່ມດັ່ງກ່າວຊຶ່ງມັກຈະແຕກແຍກກັນຢູ່ເລື້ອຍໆນັ້ນ ກໍໄດ້ເສີມຂະຫຍາຍເປົ້າໝາຍຂອງຕົນ ເພື່ອລວມເອົາການຮ່ວມມືທາງເສດຖະກິດ ໃຫ້ກວ້າງ ຂວາງອອກໄປອີກນັບແຕ່ນັ້ນມາ.
ນອກຈາກຈີນ ແລະຣັດເຊຍ ແລ້ວ ກຸ່ມປະເທດດັ່ງກ່າວນັ້ນ ກໍມີໂຮມທັງ Kazakhstan, Kyrgystan, Tajistan ແລະ Uzbekistan ຊຶ່ງສີ່ປະເທດເອເຊຍກາງທີ່ກ່າວມານີ້ ເປັນອະດີດສາທາລະນະລັດໂຊຫວຽດ