ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີຣັດເຊຍ ຢ້ຽມຢາມ ປະເທດຈີນ


ທ່ານ Vladimir Putin ນາຍົກລັດຖະມົນຕີຣັດເຊຍ ຈັບມືກັບທ່ານ
ຫູຈິນເຖົາ ປະທານປະເທດຈີນ.
ວັນທີ 12 ຕຸລາ 2011.
ທ່ານ Vladimir Putin ນາຍົກລັດຖະມົນຕີຣັດເຊຍ ຈັບມືກັບທ່ານ ຫູຈິນເຖົາ ປະທານປະເທດຈີນ. ວັນທີ 12 ຕຸລາ 2011.





















ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ ​ໄດ້ໃຫ້​ການ​ຕ້ອນຮັບ​ທ່ານ Vladimir Putin
ນາຍົກລັດຖະມົນຕີຣັດ​ເຊຍ ​ໃນ​ຖານະ​ເປັນ​ເພື່ອນ​ມິດເກົ່າ​ຂອງ​ຈີນ​ໃນ​ວັນ​ພຸດ​ມື້​ນີ້​
ໂດຍ​ກ່າວ​ຕໍ່​ທ່ານ​ພູ​ຕິ​ນວ່າ ການ​ຢ້ຽມຢາມກຸງ​ປັກ​ກິ​ງ​ເປັນ​ເວລາ2 ມື້​ຂອງ​ທ່ານ​ໄດ້
ເຮັດ​ໃຫ້​ຄວາມ​ສໍາພັນ​ລະຫວ່າງສອງ​ປະ​ເທດ​ຄືບ​ໜ້າ​ຕໍ່​ໄປ.

ພວກຜູ້ນຳທັງສອງໄດ້ກ່າວຕະລົກມ່ວນຊື່ນຕໍ່ກັນ ກ່ອນທີ່ຈະທຳການປະຊຸມແບບ
ປິດລັບຢ່າງຈິງຈັງ. ທ່ານພູຕິນກ່າວຕໍ່ປະທານປະເທດຈີນວ່າ ທ່ານຫວັງວ່າຈະໄດ້
ມີການສົນທະນາຫາລືກັນກ່ຽວກັບບັນຫາທັງໝົດໃນຂອບເຂດທີ່ກວ້າງຂວາງໃນ
ຄວາມສຳພັນລະຫວ່າງຈີນກັບຣັດເຊຍ.

ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ທ່ານ​ພູ​ຕິນ ກ່າວ​ຕໍ່​ທ່ານ Wu Bangguo ຜູ້ນໍາ​ສະພາ​
ປະຊາຊົນ​ແຫ່ງ​ຊາດ​ຈີນ​ວ່າ ຄວາມ​ສໍາພັນ​ກັບ​ຈີນ​ໄດ້ມີ​ຜົນ​ຕໍ່ສະຫວັດດີ​ການ​ຂອງ​
ປະຊາຊົນຣັດ​ເຊຍ.

ໃນການ​ໂອ້​ລົມ​ສົນທະນາ​ກັນ​ໃນ​ວັນ​ອັງຄານ​ວານ​ນີ້ ລະຫວ່າງທ່ານ​ພູ​ຕິນ​ ແລະ
ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ນາຍົກລັດຖະມົນຕີຈີນ ສອງ​ປະ​ເທດ​ຕ່າງ​ໃຫ້​ຄໍາ​ໜັ້ນສັນ
ຍາ​ ທີ່​ຈະ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນໃນເລື້ອງການຕັ້ງລາຄາ​ທີ່​ຂັດຂວາງ​ຕໍ່​ຂໍ້​ຕົກ
ລົງ​ສໍາຄັນ​ທີ່ຣັດ​ເຊຍ​ຈະ​ຂາຍ​ແກ​ສທໍາມະ​ຊາດ​ໃຫ້​ຈີນ​ນັ້ນ.

XS
SM
MD
LG