ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນແລະຣັດເຊຍ ທໍາການຊ້ອມລົບ ທາງທະເລຮ່ວມກັນ


ການຊ້ອມລົບທາງທະເລ ລະຫວ່າງຈີນກັບຣັດເຊຍ
ການຊ້ອມລົບທາງທະເລ ລະຫວ່າງຈີນກັບຣັດເຊຍ

ຈີນ​ແລະຣັດ​ເຊຍ​ໄດ້​ເປີດ​ສາກ​ທໍາ​ການ​ຊ້ອມ​ລົບ​ທາງທະ​ເລ​ຮ່ວມ​ກັນ ​ໃນ​ວັນ​ອາທິດມື້ນີ້ ​ໃນບໍລິ​ເວນ​ທະ​ເລ​ເຫລືອງ ຫລື Yellow Sea ຢູ່​ລະຫວ່າງ​ຝັ່ງ​ຕາເວັນ​ອອກ​ຂອງ​ຈີນ​ແຜ່ນດິນ​ໃຫຍ່ ​ແລະ​ແຫລ​ມ​ເກົາຫລີ.

ກໍ່າ​ປັ່ນ​ສິບ​ຫົກ​ລໍາ​ ​ແລະ​ເຮືອ​ດໍາ​ນໍ້າ​ສອງ​ລໍາ​ຂອງ​ຈີນ ພ້ອມ​ດ້ວຍ ​ກໍ່າ​ປັ່ນ​ລົບ ສີ່​ລໍາ​ຂອງຣັດ​ເຊຍ ຈະ​ປະກອບສ່ວນ​ໃນ​ການ​ຊ້ອມ​ລົບ ​ເປັນ​ເວລາ​ຫົກ​ວັນ​ດັ່ງກ່າວ.

ການ​ຊ້ອມ​ລົບ​ຄັ້ງ​ນີ້ ຈະ​ມີ​ໂຮມ​ທັງ ການ​ປ້ອງ​ກັນ​ນ່ານຟ້າເໜືອເຂດ​ເດີນ​ເຮືອ ການ​ໃຊ້​ຍຸດທະວິທີ​ຕໍ່ຕ້ານ​ເຮືອ​ດໍາ​ນໍ້າ ຄົ້ນ​ຫາ​ແລະ​ກູ້​ໄພ ​ແລະການ​ກູ້​ກໍ່າ​ປັ່ນ ທີ່ຖືກ​ປຸ້ນ​ຈີ້ຈໍາລອງ ​ແລະ​ຊ້ອມ​ວິທີການ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ.

ຈີນ​ແລະຣັດ​ເຊຍ ຊຶ່ງ​ເຄີຍ​ເປັນ​ສັດຕູ​ກັນໃນ​ປາງ​ສົງຄາມ​ເຢັນນັ້ນ ​ໄດ້​ທໍາ​ການ​ຊ້ອມ​ລົບຮ່ວມ​ກັນ ​ແບບສອງ​ຝ່າຍ​ແລະ​ຫລາຍ​ຝ່າຍ ມາ​ແລ້ວ 4 ຄັ້ງ ນັບ​ຕັ້ງ​ແຕ່​ປີ 2005 ມາ.

ນອກ​ນີ້​ແລ້ວ ທັງ​ສອງ​ປະ​ເທດຍັງ​ປະກອບສ່ວນ​ຢູ່​ໃນ​ກາ​ນ​ເຈລະຈາ​ຫົກ​ຝ່າຍ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ ທີ່​ໂຮມ​ທັງ​ເກົາຫລີ​ໃຕ້ ​ແລະ ​ເກົາຫລີ​ເໜືອ ພ້ອມ​ກັບ​ຍີ່ປຸ່ນ ​ແລະ​ສະຫະລັດ.

XS
SM
MD
LG