ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນແລະຣັດເຊຍ ໃກ້ຈະ ຕົກລົງກັນໄດ້ແລ້ວ ກ່ຽວກັບ ການຊື້ຂາຍ ເຮືອບິນລົບ


ຫຸ່ນຈຳລອງ ເຮືອບິນລົບ SU-35 ຂອງຣັດເຊຍ ທີ່ຈີນຈະຊື້ (8 ມີນາ 2012)
ຫຸ່ນຈຳລອງ ເຮືອບິນລົບ SU-35 ຂອງຣັດເຊຍ ທີ່ຈີນຈະຊື້ (8 ມີນາ 2012)

ລາຍ​ງານ​ສື່​ມວນ​ຊົນຣັດ​ເຊຍ​ກ່າວ​ວ່າ ຈີນ​ໃກ້​ຈະ​ບັນລຸ​ຂໍ້​ຕົກລົງຊື້​ຂາຍ​ອາວຸດ​ທີ່​ສໍາຄັນ​ກັບ​ກຸງ​ມົສກູແລ້ວ ​ໂດຍຈະເສີມ​ຂະຫຍາຍກໍາລັງທາງ​ອາກາ​ດຂອງ​ຕົນ​ດ້ວຍ​ການ​ຊື້​ເຮືອບິນ​ລົບ​ອາຍ​ພົ່ນ​ຮຸ້ນໃໝ່ 48 ລໍາ ຈາກຣັດ​ເຊຍ​ນັ້ນ.

ໜັງສືພິມ​ລາຍ​ວັນ Kommersant ອ້າງ​ຄໍາ​ເວົ້າ​ຂອງ​ບັນດາ​ເຈົ້າ​ໜ້າທີ່​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ທີ່​ກ່າວວ່າ ເງື່ອນ​ໄຂ​ທາງ​ດ້ານ​ການ​ເງິນ​ສຳ​ຫຼັບ ຂໍ້​ຕົກລົງ​ຊື້ຂາຍມູນຄ່າ 4 ຕື້​ໂດ​ລາ​ນັ້ນ​ແມ່ນ​ໄດ້ບັນລຸກັນ​ແລ້ວ. ຖ້າ​ຫາກ​ມີ​ການ​ລົງ​ນາມ​ກັນ ຂໍ້​ຕົກລົງ​ຊື້​ຂາຍສະບັບນີ້ກໍນັບ​ວ່າ​ຈະ​ເປັນ​ຂໍ້​ຕົກລົງຊື້ຂາຍ​ອາວຸດລາຍ​ໃຫຍ່​ທີ່​ສຸດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຮອບ​ນຶ່ງທົດ​ສະ​ວັດ​.

ແຕ່​ໜັງສືພິມ​ສະບັບ​ນີ້ກ່າວ​ວ່າ ຂໍ້​ຕົກລົງ​ດັ່ງ​ກ່າວຍັງ​ຄ້າງຄາ​ກັນ​ຢູ່ ຍ້ອນການຢືນ​ຢັດ​ຂອງ​ກຸງ​ມົສກູທີ່​ຫ້າມ​ບໍ່​ໃຫ້ກຸງ​ປັກ​ກິ່ງທໍາ​ການປອມ​ແປງຮຽນ​ແບບໃນ​ເຮືອບິນ​ທີ່​ຊື້​ໄປ​ຈາກຣັດ​ເຊຍ​ເພື່ອ​ສາມາດ​ຂາຍ​ໃຫ້​ປະ​ເທດ​ອື່ນໆ​ ໄດ້​ໃນ​ລາຄາ​ທີ່​ຖືກ​ກວ່າ​ນັ້ນ. ​ໃນ​ອະດີດ​ຜ່ານ​ມາ​ ຈີນ​ເຄີຍ​ໃຊ້​ເຕັກ​ໂນ​ໂລ​ຈີ​ຂອງ​ຕ່າງປະ​ເທດ​ເພື່ອ​ພັດທະນາ​ເຮືອບິນ​ລົບ​ຂອງ​ຕົນ​ເອງ.

XS
SM
MD
LG