ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກ່າວວ່າ ຈີນ ມີຄວາມສ່ຽງ ໃນການທີ່ຈະຕັດສິນໃຈຜິດພາດ ໃນການກົດດັນ ໄຕ້ຫວັນ


ແຟ້ມຮູບ-ທ່ານເດນຽວ ເຈ. ຄຣິດເຕັນບຣິງ ກ່າວປາໄສຢູ່ໃນນະຄອນຫຼວງຮ່າໂນ່ຍ, ເມືອ່ວັນທີ 23 ມັງກອນ 2018. ປັດຈຸບັນນີ້ ນັກການທູດຂັ້ນສູງຂອງສະຫະລັດ ຮັບຜິດຊອບຂົງເຂດເອເຊຍຕາເວັນອອກ.
ແຟ້ມຮູບ-ທ່ານເດນຽວ ເຈ. ຄຣິດເຕັນບຣິງ ກ່າວປາໄສຢູ່ໃນນະຄອນຫຼວງຮ່າໂນ່ຍ, ເມືອ່ວັນທີ 23 ມັງກອນ 2018. ປັດຈຸບັນນີ້ ນັກການທູດຂັ້ນສູງຂອງສະຫະລັດ ຮັບຜິດຊອບຂົງເຂດເອເຊຍຕາເວັນອອກ.

ທ່ານເດນຽວ ຄຣິດເຕັນບຣິງ (Danial Kritenbrink), ນັກການທູດຂັ້ນສູງຂອງສະຫະລັດ ຮັບຜິດຊອບຂົງເຂດເອເຊຍຕາເວັນອອກກ່າວວ່າ ຄວາມພະຍາຍາມຂອງຈີນໃນການບີບບັງຄັບ ແລະເປັນບ່ອນທໍາລາຍ ໄຕ້ຫວັນ ນັ້ນ ເປັນຄວາມສ່ຽງໃນການຕັດສິນໃຈທີ່ຜິດພາດ ພ້ອມກັນນັ້ນ ການໂຄສະນາຂອງພວກເຂົາທີ່ກົດດັນໄຕ້ຫວັນ, ເບິ່ງຄືວ່າຍັງຄົງດໍາເນີນຢູ່ຕໍ່ໄປ, ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີ.

ຈີນ, ເຊິ່ງອ້າງວ່າ ໄຕ້ຫວັນ ຄືສ່ວນນຶ່ງຂອງດິນແດນຕົນ ກໍໄດ້ດໍາເນີນເກມສົງຄາມ ແລະມີການຝຶກຊ້ອມທາງທະຫານຢູ່ອ້ອມຮອບບໍລິເວນເກາະດັ່ງກ່າວໃນເດືອນນີ້ ເພື່ອສະແດງໃຫ້ເຫັນເຖິງຄວາມບໍ່ພໍໃຈທີ່ ທ່ານນາງແນນຊີ ເພໂລຊີ ປະທານສະພາຕໍ່ຂອງສະຫະລັດເດີນທາງໄປຢ້ຽມຢາມເກາະດັ່ງກ່າວ.

ທ່ານ ຄຣິດເຕັນບຣິງ, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ຮັບຜິດຊອບວຽກງານດ້ານເອເຊຍຕາເວັນອອກ ແລະປາຊີຟິກ ກ່າວຢູ່ການປະຊຸມທາງໂທລະສັບໃນວັນພຸດວານນີ້ ຕາມເວລາໃນນະຄອນຫຼວງວໍຊິງຕັນວ່າ ຈີນ ໄດ້ໃຊ້ການເດີນທາງໄປຢ້ຽມຢາມ ໄຕ້ຫວັນ ຂອງທ່ານນາງແນນຊີ ເພໂລຊີ ມາເປັນຂໍ້ອ້າງ ເພື່ອທໍາລາຍສັນຕິພາບ ແລະປ່ຽນແປງສະຖານະພາບທີ່ເປັນຢູ່ໃນປັດຈຸບັນ.

“ການເຄື່ອນໄຫວຕ່າງໆເຫຼົ່ານີ້ແມ່ນສ່ວນນຶ່ງຂອງການໂຄສະນາກົດດັນທີ່ເພີ້ມທະວີຄວາມຮຸນແຮງຂຶ້ນຂອງ ສປ ຈີນ ເພື່ອຂັດຂວາງ ໄຕ້ຫວັນ, ເຊິ່ງຄາດວ່າ ຍັງຄົງສະແດງອອກໃນອີກຫຼາຍໆອາທິດໃນຕໍ່ໜ້ານີ້ ຢ່າງຕໍ່ເນື່ອງ,” ທ່ານກ່າວໂດຍອ້າງຊື່ຢ່າງເປັນທາງການຂອງຈີນ, ສາທາລະນະລັດ ປະຊາຊົນຈີນ.

“ເປົ້າໝາຍຂອງການໂຄສະນາເຜີຍແຜ່ໃນຄັ້ງນີ້ແມ່ນເປັນທີ່ແຈ່ມແຈ້ງວ່າ ເພື່ອເປັນການບີບບັງຄັບ ແລະຂົ່ມຂູ່ ໄຕ້ຫວັນ, ພ້ອມທັງເປັນບ່ອນທໍາລາຍ ຄວາມມານະອົດທົນຂອງ ໄຕ້ຫວັນ.”

ທ່ານ ຄຣິດເຕັນບຣິງ ກ່າວເສີມວ່າ ສະຫະລັດ ໄດ້ມີການສະແດງເຈດຈໍານົງກັບຈີນຢ່າງແຈ່ມແຈ້ງວ່າ ການເຂົ້າໄປຊ່ວຍໄຕ້ຫວັນຂອງສະຫະລັດນັ້ນ ແມ່ນບໍ່ມີການປ່ຽນແປງ, ລວມທັງຄວາມມຸ້ງໝັ້ນຂອງສະຫະລັດຕໍ່ນະໂຍບາຍ “ຈີນດຽວ” ຂອງພວກເຂົາ ແລະບໍ່ສະໜັບສະໜຸນການມີອິດສະຫຼະພາບຢ່າງເປັນທາງການຂອງໄຕ້ຫວັນ.

“ໃນລະຫວ່າງທີ່ນະໂຍບາຍຂອງພວກເຮົາບໍ່ໄດ້ມີການປ່ຽນແປງ, ສິ່ງທີ່ປ່ຽນແປງແມ່ນການບີບບັງຄັບທີ່ເພີ້ມຂຶ້ນຂອງປັກກິ່ງ. ຄໍາເວົ້າ ແລະການກະທໍາຕ່າງໆຂອງ ສປ ຈີນ ແມ່ນໄດ້ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ ຮຸນແຮງຍິ່ງຂຶ້ນ. ພວກເຂົາມີຄວາມສ່ຽງໃນການຕັດສິນໃຈທີ່ຜິດພາດ ແລະເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະສະຖຽນລະພາບຢູ່ໃນຊ່ອງແຄບໄຕ້ຫວັນ.”

ທ່ານກ່າວວ່າ ສະຫະລັດໄດ້ຖ່າຍທອດໃຫ້ແກ່ຈີນ ໄດ້ຮັບຮູ້ໃນທຸກໆການສົນທະນາວ່າ ຕົນບໍ່ໄດ້ພະຍາຍາມ ແລະຈະບໍ່ກໍ່ໃຫ້ເກີດວິກິດການໃດໆເລີຍ.

ໃນແນວທາງການສົນທະນາສື່ສານກັບປັກກິ່ງ ແມ່ນຍັງຄົງເປີດກວ້າງ, ແລະສະຫະລັດ ຈະຍັງຄົງດໍາເນີນການຂົນສົ່ງທາງເຮືອຜ່ານຊ່ອງແຄບໄຕ້ຫວັນຕາມປົກກະຕິ, ທ່ານ ຄຣິດເຕັນບຣິງ ກ່າວເພີ້ມເຕີມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG