ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານປັກກິ່ງ ຕັດສິນຈໍາຄຸກ ຜູ້ຄຸມຂັງ ຄົນຮ້ອງທຸກ ຢ່າງຜິດກົດໝາຍ


ແຜນທີ່ປະເທດຈີນ
ແຜນທີ່ປະເທດຈີນ
ສື່ມວນຊົນຂອງທາງການຈີນລາຍງານວ່າ ສານຂອງນະຄອນ
ປັກກິ່ງ ໄດ້ຕັດສິນຈໍາຄຸກຜູ້ຊາຍ 10 ຄົນ ທີ່ໄດ້ຄຸມຂັງປະຊາຊົນ
ທີ່ພະຍາຍາມ ຍື່ນຄຳຮ້ອງທຸກໄປຫາລັດຖະບານກາງນັ້ນ ຢ່າງ
ຜິດກົດໝາຍ.

ຢູ່ພາຍໃຕ້ລະບົບ “ຮ້ອງຮຽນ” ຂອງຈີນ ຜູ້ຄົນສາມາດຂໍຮ້ອງ
ໃຫ້ລັດຖະບານກາງທໍາການສືບສວນ ສອບສວນ ການກະທໍາ
ຜິດຂອງເຈົ້າໜ້າທີ່ທ້ອງຖິ່ນ ຢູ່ຫ້ອງການວ່າດ້ວຍການຮ້ອງທຸກ
ຢູ່ໃນນະຄອນຫລວງໄດ້.

ແຕ່ວ່າ ສານໃນເຂດ Chaoyang ຂອງນະຄອນຫລວງປັກກິ່ງ
ໃນເດືອນແລ້ວນີ້ ໄດ້ພົບວ່າ ພວກເຈົ້າໜ້າທີ່ທ້ອງຖິ່ນຢູ່ທີ່ເມືອງ
Changge ແຂວງ Henan ໃນພາກກາງຂອງຈີນໄດ້ຈ້າງຜູ້
ຊາຍຫລາຍຄົນ ສະກັດກັ້ນຜູ້ຮ້ອງທຸກ ບໍ່ໃຫ້ເຜີຍແຜ່ຄວາມບໍ່ພໍໃຈຂອງພວກເຂົາເຈົ້າ ຢູ່ ນະຄອນປັກກິ່ງ ໃນຄວາມພະຍາຍາມທີ່ຈະປົກປິດການກະທໍາຜິດຕ່າງໆໄວ້.

ຜູ້ຊາຍທັງ 10 ຄົນ ແມ່ນໄດ້ຖືກຕັດສິນຈໍາຄຸກນານເຖິງ 18 ເດືອນ ຍ້ອນໄດ້ຄຸມຂັງຄົນອື່ນ ຢ່າງຜິດກົດໝາຍ.

ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ພວກທໍາການຮ້ອງຮຽນ ມັກຈະຖືກບັງຄັບໃຫ້ກັບ ຄືນໄປເຮືອນ ຫລືບໍ່ກໍຖືກກັກຂັງໄວ້ຢ່າງຜິດກົດໝາຍ ຢູ່ໃນສະຖານທີ່ທີ່ເອີ້ນວ່າ “ຄຸກມືດ”.
XS
SM
MD
LG