ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກເຄື່ອນໄຫວຈີນ ມີຊື່ສຽງ ຖືກສານຕັດສິນ ຈໍາຄຸກ 4 ປີ (ວີດີໂອ)


ທ່ານ Xu Zhiyong ນັກວິຊາການກົດໝາຍ ແລະນັກເຄື່ອນໄຫວ ຜູ້ມີຊື່ສຽງຂອງຈີນ ຖືກສານຕັດສິນຈໍາຄຸກ 4 ປີ
ທ່ານ Xu Zhiyong ນັກວິຊາການກົດໝາຍ ແລະນັກເຄື່ອນໄຫວ ຜູ້ມີຊື່ສຽງຂອງຈີນ ຖືກສານຕັດສິນຈໍາຄຸກ 4 ປີ
ສານ​ແຫ່ງ​ນຶ່ງ​ຂອງ​ຈີນ ​ໄດ້​ຕັດສິນ​ໂທດຈໍາ​ຄຸກ​ສີ່​ປີ ​ນັກວິຊາການ​ດ້ານ​ກົດ ໝາຍ ​ແລະ​ນັກ​ເຄື່ອນ​ໄຫວເພື່ອສິດທິ​ ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ ຫຼັງຈາກ​ຜູ້ກ່ຽວ​ໄດ້ ຮຽກຮ້ອງ​ໃຫ້​ບັນດາ​ເຈົ້າໜ້າ​ທີ່​ຈີນ ​ເປີດ​ເຜີຍ​ຊັບ​ສິນ​ຂອງ​ພວກ​ເຂົາ​ເຈົ້າ ອັນ ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປຸກລະດົມ​ຕໍ່ ຕ້ານ​ການ​ສໍ້ລາດ​ບັງຫຼວງ.

ສານ​ລະດັບ​ກາງຂອງ​ນະຄອນຫລວງ​ປັກ​ກິ່ງ ​ໄດ້​ຕັດສິນ​ໂທດ ທ່ານ Xu Zhiyong ໃນ​ວັນ​ອາທິດ​ມື້​ນີ້ ຫຼັງຈາກ​ພົບ​ວ່າ​ທ່ານ​ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາ​ເຕົ້າ​ໂຮມ​ຝຸງ​ຊົນ ​ເພື່ອລົບກວນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສາທາລະນະ.

​ໃນ​ລະຫວ່າງ​ການ​ດໍາ​ເນີນ​ຄະດີ​ນຶ່ງ​ວັນ ​ເມື່ອ​ອາທິດ​ຜ່ານ​ມາ​ ທ່ານ Xu ​ບໍ່​ຍອມເວົ້າ​ຫຍັງ ​
ແລະ​ບໍ່​ໄດ້​ກ່າວ​ປ້ອງ​ກັນ​ຕົນ​ເອງແຕ່​ຢ່າງ​ໃດ.

ທ່ານ Xu ​ນັກວິຊາການ​ດ້ານ​ກົດໝາຍ ໄວ 40 ປີ ​ເປັນ​ຜູ້​ກໍ່​ຕັ້ງກຸ່ມຮາກ​ຫຍ້າທີ່​ຊື່ວ່າ ຂະບວນ
ການ​ພົນລະ​ເມືອງໃໝ່ ຊຶ່ງ​ສະໜັບ​ສະ​ໜຸນ​ປະຊາທິປະ​ໄຕ ​ແລະ​ຕົວ​ບົດ​ກົດໝາຍ ​ແລະ​ມີ​ເປົ້າ
ໝາຍ​ ​ເພື່ອກວດ​ລ້າງ​ພວກເຈົ້າໜ້າ​ທີ່ ທີ່​ສໍ້​ລາດ​ບັງຫຼວງ.

ສະມາຊິກ​ເຈັດ​ຄົນ ຂອງ​ກຸ່ມ ຂະ​ບວນການ​ພົນລະ​ເມືອງໃໝ່ ​ໄດ້​ຖືກ​ຫຼືບໍ່​ກໍ​ກໍາລັງ​ຖືກ​ດໍາເນີນ​
ຄະດີ​ໃນ​ເດືອນ​ນີ້. ສະມາຊິກ​ອີກ​ສາມ​ຄົນ ຖືກ​ດໍາ​ເນີນ​ຄະດີ​ໃນ​ເດືອນ​ທັນ​ວາຜ່ານ​ມາ ໂດຍ​
ທີ່​ຍັງ​ບໍ່​ມີ​ຄໍາ​ຕັດສິນ​ໂທດ​ເທື່ອ​ໃນ​ເວລາ​ນີ້.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ກ່າວ​ໂຈມ​ຕີ​ການກວດ​ລ້າງ​ກຸ່ມ​ຂະ​ບວນການ​ດັ່ງກ່າວ
ຊຶ່ງ​ເຮັດ​ໃຫ້​ຈີນ​ໂກດ​ແຄ້ນ​ຂຶ້ນມາ​ໃນ​ທັນທີ. ເມື່ອ​ວັນ​ອັງຄານຜ່ານ​ມາ ກະຊວງ​ຕ່າງປະ​ເທດ​
ຈີນ ​ເວົ້າ​ວ່າ ຕ່າງປະ​ເທດບໍ່ຄວນຈະແຊກ​ແຊງບັນຫາ​ພາຍ​ໃນ​ຂອງ​ຈີນ.

China Dissident Verdict
please wait

No media source currently available

0:00 0:00:36 0:00
XS
SM
MD
LG