ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ຈີນປ່ອຍໝູ່ເພື່ອນ ຂອງນາຍ Ai Weiwei


ນັກແຕ້ມແລະນັກເຄື່ອນໄຫວ Ai Weiwei ກ່າວຕໍ່ພວກນັກຂ່າວ ທີ່ໄປລໍຖ້າຢູ່ນອກເຮືອນຂອງລາວໃນກຸງປັກກິ່ງ (24 ມິຖຸນາ 2011)

ນັກແຕ້ມແລະນັກເຄື່ອນໄຫວຈີນ ນາຍ Ai Weiwei ໃຫ້ການຢືນຢັນວ່າ ເພື່ອນຮ່ວມງານ
ຂອງລາວ 4 ຄົນໄດ້ຖືກປ່ອຍໃຫ້ເປັນອິດສະຫຼະໃນສັບປະດານີ້ ບໍ່ດົນລຸນຫຼັງທີ່ລາວໄດ້ຖືກ
ປະກັນໂຕອອກມາ.

ນາຍ Ai Weiwei ໄດ້ຖືກປ່ອຍໃນມື້ວັນພຸດແລ້ວຫຼັງຈາກໄດ້ຖືກຄຸມຂັງເປັນເວລາເກືອບ 3
ເດືອນ. ລາວແມ່ນນຶ່ງໃນບັນດານັກເຄື່ອນໄຫວທີ່ມີຊື່ສຽງທີ່ສຸດ ທີ່ໄດ້ຖືກຈັບ ໃນການປາບ
ປາມພວກຄັດຄ້ານລັດຖະບານຊຶ່ງເລີ່ມຂຶ້ນໃນເດືອນກຸມພາຜ່ານມາ.

ພວກໝູ່ເພື່ອນຂອງລາວເວົ້າວ່າ ນາຍ Ai Weiwei ນັກເຄື່ອນໄຫວອາຍຸ 54 ປີ ໃຫ້ການ
ຢືນຢັນກັບພວກເຂົາເຈົ້າໃນວັນເສົາມື້ນີ້ວ່າ ບຸກຄົນທັງ 4 ໄດ້ຖືກປ່ອຍໃນສັບປະດານີ້.

ເງື່ອນໄຂໃນການປະກັນໂຕຂອງນາຍ Ai Weiwei ໄດ້ຂັດຂວາງບໍ່ໃຫ້ລາວເດີນທາງອອກ
ໄປຈາກເຂດນະຄອນຫຼວງປັກກິ່ງຫຼືໂອ້ລົມກັບສື່ມວນຊົນ.

XS
SM
MD
LG