ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ເສຍຊີວິດ ຍ້ອນເຮືອຫລົ້ມ ທີ່ປະເທດຈີນ ເພີ້ມຂື້ນເປັນ ເກືອບ 400 ຄົນ ແລ້ວ


China Ship
please wait
Embed

No media source currently available

0:00 0:00:39 0:00

ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ເຮືອ​ນຳ​ທ່ຽວຫລົ້ມຢູ່​ແມ່​ນຳ້ຢັງ​ຊີ ​ໄດ້​
ເພີ້​ມຂື້ນ​ເປັນ 396 ຄົນ ​ໃນ​ວັນ​ເສົາ​ມື້​ນີ້ ​ໃນ​ຂະນະ​ທີ່​ບັນດາ​ທີມ
ກູ້​ໄພ​ໄດ້​ຊອກຄົ້ນ​ຫາ​ຢູ່ໃນ​ແຕ່​ລະ​ຫ້ອງ ຂອງ​ເຮືອທີ່​ໄດ້​ຍົກ​ຂື້ນ​
ມາ​ໃນ​ວັນ​ສຸກ​ວານ​ນີ້.

ມີພຽງ​ແຕ່ 14 ຄົນ ​ໄດ້​ຖືກຊ່ວຍຊີວິດ​ໄວ້ໄດ້ ນັບ​ແຕ່​ເຮືອດາວ
ຕາເວັນອອກ ຫລື Eastern Star ​ໄດ້​ຫລົ້ມ​ ຍ້ອນດິນ​ຟ້າ​ອາ
ກາດ​ປັ່ນ​ປ່ວນ ​ໃນ​ຕອນ​ແລງ​ວັນ​ຈັນ​ທີ່ ຜ່ານ​ມາ ​ແລະ​ບັນດາ​
ເຈົ້າ​ໜ້າ​ທີ່ກ່າວ​ວ່າ ບໍ່​ມີ​ໂອກາດເລີຍ ​ທີ່ຜູ້ໂດຍສານຄົນອື່ນໆ
456 ​ຄົນໃນ​ເຮືອ​ ລອດຊີວິດມາ​ໄດ້.

ການ​ກູ້​ໄພ​ໄດ້​ເປັນ​ທີ່​ສັບສົນ​ຍ້ອນມີລົມ​ແຮງ ​ແລະ​ຝົນຕົກໜັກພ້ອມ​ທັງ​ນຳ້ໄຫລ​ແຮງ​ທີ່ໄດ້
​ຍູ້​ໃຫ້​ເຮືອ​ທີ່ຫລົ້ມດັ່ງກ່າວ ​ໄຫລ​ລົງໄປ​ເກືອບສາມ​ກິ​ໂລ​ແມັດ​ຈາກ​ບ່ອນ​ທີ່ເກີດອຸປະຕິເຫດ
ຫລົ້​ມ.

ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ​ໄດ້​ປະສານ​ງານໃນການດຳເນີນ ພະຍາຍາມ​
ກູ້​ໄພ ຢູ່ທີ່​ບ່ອນ​ເກີ​ດ​ເຫດ.

​ເຮືອ​ທີ່​ມີ​ຄວາມ​ຍາວ 77 ແມັດ ​ໄດ້ປີ້ນຂວ້ຳ​ໃນຕອນ​ແລງວັນຈັນ ບໍ່​ເທົ່າ​ໃດ​ນາ​ທີຫລັງ​ຈາກ
ໄດ້ຖືກ ໃນອັນ​ທີ່ສື່​ມວນ​ຊົນ​ຈີນອະທິ​ບາຍວ່າ​ ເປັນລົມ​ຫົວກຸດຂະ ໜາດແຮງຫຼືທໍເນໂດ້.
ກັບຕັນ​ເຮືອ ​ແລະ​ຫົວໜ້າ​ວິ​ສະວະ​ກອນ ​ທີ່​ລອດ​ຊີວິດ​ມາ ໄດ້ຈກເຮືອ​ຫລົ້ມ ກຳລັງ​ຖືກ​
ສອບປາກຄຳໂດຍ​ຕຳຫລວດ.

ບັນດາ​ຍາດ​ຕິ​ພີ່ນ້ອງ​ຂອງ​ຜູ້​ໂດຍສານ ​ໄດ້​ຕັ້ງຄຳ​ຖາມ​ຂື້ນມາ​ວ່າ ເປັນທີ່​ສົມ​ຄວນ​ຫລືບໍ່ທີ່
ເຮືອທ່ອງທ່ຽວດັ່ງກ່າວຈະເດີນທາງ​ຕໍ່ ຫລັງ​ຈາກ​ໄດ້ຖືກ​ເຕືອນ​ກ່ຽວ​ກັບ​ສະ ພາບດິນ​ຟ້າ​
ອາກາດ​ທີ່ປັ່ນປ່ວນແລ້ວ.

XS
SM
MD
LG