ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຢູໂຣບ ຈະອະພິປາຍ ການຈັບກຸມນາຍ Ai


ນາຍ Ai Weiwei ນັກແຕ້ມຮູບແລະນັກວິຈານສັງຄົມ
ນາຍ Ai Weiwei ນັກແຕ້ມຮູບແລະນັກວິຈານສັງຄົມ

ບັນດາປະເທດທີ່ສຳຄັນໆ ຮວມທັງຄູ່ການຄ້າທີ່ໃຫຍ່ທີ່ສຸດ
ຂອງຈີນບາງປະເທດ ໄດ້ຮຽກຮ້ອງໃຫ້ປັກກິ່ງປ່ອຍ
ນາຍ Ai Weiwei ນັກແຕ້ມຮູບແລະນັກວິຈານສັງຄົມ.

ສະຫະລັດ, ອັງກິດ, ຝຣັ່ງ, ເຍຍລະມັນ ແລະ ອອສເຕ
ເລຍ,ຕ່າງກໍໄດ້ສະແດງຄວາມເປັນຫ່ວງຕໍ່ ນາຍ Ai ຜູ້
ທີ່ໄດ້ຖືກຈັບຢູ່ສະໜາມບິນກຸງປັກກິ່ງ ໃນຂະນະທີ່ລາວ
ກໍາລັງຈະຂຶ້ນເຮືອບິນໄປຮົງກົງ ໃນວັນອາທິດທີ່ແລ້ວນີ້.

ໃນຖະແຫຼງຂ່າວສະບັບນຶ່ງທີ່ອອກໃນວັນອັງຄານມື້ນີ້,
ເອກອັກຄະລາດຖະທູດຂອງສະຫະພາບຢູໂຣບປະຈໍາ
ປະເທດຈີນໄດ້ຮຽກຮ້ອງໃຫ້ລັດຖະບານຈີນລະເວັ້ນ
ຈາກການຄຸມຂັງໂດຍພະລະການ ບໍ່ວ່າຈະຢູ່ພາຍໃຕ້
ສະພາບການໃດ. ລັດຖະສະພາຢູໂຣບມີໝາຍກຳນົດ
ການທີ່ຈະເປີດການອະພິປາຍ ກ່ຽວກັບການຈັບກຸມ
ນາຍ Ai ໃນວັນພະຫັດຈະມານີ້.

ນາງ Lu Qing ພັນລະຍານາຍ Ai ໄດ້ບອກກັບພວກນັກຂ່າວໃນວັນອັງຄານວັນນີ້ວ່າ
ລາວຍັງບໍ່ທັນໄດ້ຮັບຄໍາອະທິບາຍໃດໆຈາກທາງເຈົ້າໜ້າທີ່ຈີນ ກ່ຽວກັບການຈັບກຸມນັກແຕ້ມ
ຊື່ດັງ ຜູ້ທີ່ມີບົດບາດສໍາຄັນໃນການອອກແບບສະໜາມກິລາຮູບຊົງຮັງນົກ ທີ່ເປັນສັນຍາລັກ
ໃນການແຂ່ງຂັນກິລາໂອລິມປິກຂອງຈີນນັ້ນ ແລະກໍເຄີຍໄປວາງສະແດງຮູບແຕ້ມຂອງລາວ ຢູ່ທີ່ຫ້ອງວາງສະແດງຮູບມີຊື່ສຽງ Tate Modern gallery ໃນກຸງລອນດອນນໍາ.

ຕໍາຫລວດໄດ້ບຸກເຂົ້າໄປກວດຄົ້ນເຮືອນແລະຫ້ອງ studio ຂອງນາຍ Aiແລະໄດ້ຢຶດເອົາ
ເຄື່ອງຄອມພິວເຕີແລະສິ່ງຂອງຕ່າງໆໄປ. ພວກຜູ້ຊ່ວຍຂອງລາວ ທີ່ຫ້ອງ studio ກໍໄດ້ຖືກ ຄວບຄຸມໂຕໄວ້ເປັນເວລາສັ້ນໆເພື່ອສອບປາກຄຳ.

XS
SM
MD
LG