ສະຫະລັດ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບຊະຕາກຳ ຂອງທ່ານ Chen Guang-
cheng ນັກເຄື່ອນໄຫວຕາບອດຈີນ ແຕ່ບໍ່ຍອມໃຫ້ຄວາມເຫັນໃດໆວ່າ ຜູ້ກ່ຽວຢູ່ໃສ ທ່າມ
ກາງທີ່ມີລາຍງານວ່າ ທ່ານໄດ້ຫຼົບໜີເຂົ້າໄປຢູ່ໃນສະຖານທູດສະຫະລັດທີ່ນະຄອນຫຼວງປັກ
ກິ່ງ.
ທ່ານນາງ Victoria Nuland ໂຄສົກກະຊວງການຕ່າງປະເທດສະຫະລັດບໍ່ຍອມໃຫ້ຄວາມ
ເຫັນໃດໆ ຕໍ່ຄຳຖາມຂອງພວກນັກຂ່າວໃນມື້ວານນີ້ ກ່ຽວກັບວ່າ ທ່ານ Chen ຢູ່ໃສ. ແຕ່
ທ່ານນາງເວົ້າວ່າ ສະຫະລັດ ກ່ອນໜ້ານີ້ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບທະນາຍ
ຄວາມ ພ້ອມທັງເປັນນັກເຄື່ອນໄຫວທ່ານນີ້ ທີ່ໄດ້ຖືກຈັບຫຼັງຈາກໄດ້ຈົດບັນທຶກການລະເມີດ
ນະໂຍບາຍທີ່ຈຳກັດຈຳນວນຄົນໃນຄອບຄົວນັ້ນ.
ທ່ານ Chen ໄດ້ຫາຍໂຕໄປຈາກບ້ານ Dongshigu ໃນແຂວງ Shandong ທາງພາກ
ຕາເວັນອອກຂອງຈີນ ໃນມື້ວັນອາທິດແລ້ວ ແຕ່ພວກເຈົ້າໜ້າທີ່ຍັງບໍ່ຮູ້ເລື່ອງ ຈົນຮອດວັນ
ພະຫັດຜ່ານມາ ຈຶ່ງຮູ້ວ່າຜູ້ກ່ຽວຫາຍໂຕໄປ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານ Chen
ໄດ້ໄປໃສແທ້ແຕ່ທ່ານ Hu Jia ໝູ່ເພື່ອນທີ່ເປັນນັກເຄື່ອນໄຫວດ້ວຍກັນ ກ່າວໃນມື້ວັນສຸກ
ວານນີ້ວ່າ ທ່ານເຊື່ອວ່າທ່ານ Chen ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສະຖານທູດ.
ພວກນັກການທູດຂອງສະຫະລັດທີ່ນັ້ນ ບໍ່ຍອມໃຫ້ຄວາມເຫັນໃດໆແລະໂຄສົກຄົນນຶ່ງຂອງ
ລັດຖະບານຈີນກ່າວວ່າ ທ່ານບໍ່ຮູ້ເລື່ອງຫຍັງເລີຍກ່ຽວກັບລາຍງານຂ່າວເຫຼົ່ານີ້.
ການເຄື່ອນໄຫວທີ່ວ່ານີ້ ມີຂຶ້ນບໍ່ເທົ່າໃດມື້ ກ່ອນທີ່ລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ແລະ ລັດຖະມົນຕີການເງິນທ່ານ Timothy Geithner ມີ
ກຳນົດເດີນທາງໄປຢ້ຽມຢາມກຸງປັກກິ່ງເພື່ອທຳການເຈລະຈາຫາລື.
ຮອງລັດຖະມົນຕີການຕ່າງປະເທດຈີນ ທ່ານ Cui Tiankai ກ່າວໃນລະຫວ່າງການຖະ
ແຫຼງຂ່າວທີ່ກຸງປັກກິ່ງໃນວັນເສົາມື້ນີ້ກ່ຽວກັບການເຈລະຈາຫາລືທີ່ຈະມີຂຶ້ນນັ້ນວ່າທ່ານບໍ່ຮູ້
ເລື່ອງຫຍັງເລີຍກ່ຽວກັບກໍລະນີຂອງທ່ານ Chen.
ທ່ານ Bob Fu ຫົວໜ້າກຸ່ມປົກປ້ອງສິດທິມະນຸດ ChinaAid ທີ່ມີສຳນັກງານຢູ່ສະຫະລັດ
ກ່າວໃນມື້ວານນີ້ວ່າ ທ່ານ Chen ມີຄວາມປອດໄພດີແລະພວມລີ້ຢູ່ສະຖານທີ່ແຫ່ງນຶ່ງໄກ
ຈາກບ້ານເກີດຂອງທ່ານ.
ທີ່ກຸງວໍຊິງຕັນ ທ່ານ Chris Smith ສະມາຊິກສະພາຕໍ່າສັງກັດພັກຣີພັບບລີກັນຈາກລັດ
ນິວເຈີຊີ ກ່າວຕໍ່ວີໂອເອວ່າ ທ່ານຮູ້ສຶກໂລ່ງໃຈທີ່ທ່ານ Chen ສາມາດຫຼົບໜີໄປໄດ້ ແຕ່
ທ່ານ Smith ກໍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຄວາມປອດໄພຂອງຄອບຄົວທ່ານ
Chen ແລະພວກສະໜັບສະໜຸນທ່ານຢູ່ໃນປະເທດຈີນ.
ພີ່ນ້ອງຄົນນຶ່ງ ຂອງທ່ານ Chen ກ່າວຕໍ່ວີໂອເອວ່າ ຕຳຫຼວດຈຳນວນຫຼວງຫຼາຍຊຶ່ງບາງ
ຄົນກໍມີອາວຸດ ໄດ້ໄປທີ່ເຮືອນຂອງທ່ານ Chen ຢູ່ບ້ານ Dongshigu.
ບັນດາກຸ່ມປົກປ້ອງສິດທິມະນຸດໄດ້ຮຽກຮ້ອງໃຫ້ຈີນໃຫ້ຮັກສາຄວາມປອດໄພໃຫ້ແກ່ຄອບ
ຄົວຂອງທ່ານ Chen.
ໃນຮູບວີດີໂອທີ່ນຳອອກເຜີຍແຜ່ທາງອິນເຕີແນັດໃນມື້ວານນີ້ທ່ານ Chen ໄດ້ໃຫ້ລາຍ
ລະອຽດກ່ຽວກັບການລ່ວງລະເມີດ ທີ່ມີການກ່າວຫາວ່າ ທ່ານແລະຄອບຄົວໄດ້ຮັບ ໃນ
ໄລຍະປີເຄິ່ງ ທີ່ຖືກກັກບໍລິເວນໃຫ້ຢູ່ໃນເຮືອນນັ້ນ. ທ່ານຍັງໄດ້ຮຽກຮ້ອງ ໃຫ້ນາຍົກລັດ
ຖະມົນຕີເຫວິນ ເຈ້ຍບາວ ສືບສວນເບິ່ງການລ່ວງລະເມີດສິດທິມະນຸດຢູ່ໃນປະເທດຈີນ
ນຳດ້ວຍ.