ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວຈີນຕາບອດ ຫຼົບໜີ ການກັກບໍລິເວນ

Shia Muslim boys flagellate themselves during a Muharram procession ahead of Ashura in Amroha, in the northern Indian state of Uttar Pradesh. Ashura, which falls on the 10th day of the Islamic month of Muharram, commemorates the death of Imam Hussein, grandson of Prophet Mohammad, who was killed in the 7th century battle of Kerbala.

ພວກ​ສະໜັບສະໜຸນ​ ທ່ານ Chen Guangchen ທະນາ​ຍຄວາມ​ຕາບອດ​ທີ່​ຄັດຄ້ານ​ລັດ
ຖະບານຈີນ ກ່າວ​ວ່າ ທ່ານ​ໄດ້​ຫຼົບໜີ​ໄປ​ຈາກ​ເຮືອນທີ່​ທ່ານ​ໄດ້​ຖືກ​ກັກບໍລິ​ເວນ​ໃຫ້​ພັກ​ເຊົາຢູ່​
ທີ່ນັ້ນມາ​ໄດ້​ນຶ່ງ​ປີ​ເຄິ່ງ​ແລ້ວນັ້ນ.

ທ່ານ Chen ທີ່​ໄດ້​ປຸກລະດົມ​ຕໍ່ຕ້ານ​ການບີບ​ບັງຄັບ​ໃຫ້​ຮີດ​ລູກ​ອອກ ພາຍ​ໃຕ້ນະ​ໂຍບາຍ​
ມີ​ລູກ​ໄດ້​ຄົນ​ດຽວ​ຂອງ​ຈີນ​ນັ້ນ ​ໄດ້​ຖືກ​ກັກ​ບໍລິ​ເວນ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ຖືກ​ປ່ອຍ​ ຈາກ​ການ
ຈຳ​ຄຸກ​ເປັນ​ເວລາ 4 ປີ ​ໃນ​ເດືອນ​ກັນຍາ​ປີ 2010.

ທ່ານ Bob Fu ປະທານ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ChinaAid ທີ່​ມີ​ສຳນັກງານຢູ່​ສະຫະ
ລັດ ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ທ່ານ Chen ມີ​ຄວາມ​ປອດ​ໄພ​ດີ​ແລະ​ໄດ້ຖືກ​ຍ້າຍ​ໄປ​ຍັງ​ສະ
ຖານ​ທີ່​ແຫ່ງ​ນຶ່ງທີ່​ຕັ້ງຢູ່​ໄກ​ຈາກ​ເຮືອນ​ຂອງ​ທ່ານ​ໃນ​ບ້ານ Linyi ແຂວງ Shandong.

ທ່ານ Fu ເວົ້າວ່າ ທ່ານ Chen ສາມາດ​ເດີນທາງ​ອອກ​ຈາກ​ເຮືອນ​ຂອງ​ທ່ານ ​ໃນ​ວັນ​ທີ
22 ​ເມສາ​ຜ່ານ​ມານີ້ ແລະ​ ພວກ​ໝູ່​ເພື່ອນ​ຂອງ​ທ່ານ​ ໄດ້​ຄຸ້ມ​ຄອງ​ທ່ານ ​ໄປ​ຍັງ​ສະຖານ​ທີ່​
ແຫ່ງ​ໃໝ່​ດ້ວຍ​ຄວາມ​ປອດ​ໄພ. ທ່ານ Fu ​ກ່າວ​ວ່າ ພັນ​ລະ​ຍາ​ຂອງທ່ານ Chen ພ້ອມ​
ດ້ວຍ​ລູກ​ສາວ​ແລະ​ມານດາ​ຂອງ​ທ່ານ ຍັງ​ຢູ່​ທີ່​ເຮືອນ​ຫຼັງ​ເກົ່າ​ຂອງຄອບຄົວ ຊຶ່ງ​ໄດ້​ຖືກ​ອ້ອມ​
ໄວ້​ໂດຍ​ພວກ​ເຈົ້າໜ້າ​ທີ່​ທ້ອງຖິ່ນ ​ຫຼັງຈາກເຂົາ​ເຈົ້າພົບ​ເຫັນ​ວ່າ ທ່ານ​ໄດ້​ຫຼົບໜີ​ໄປ​ໃນ​ມື້ວັນ​
ພະຫັດ​ຜ່ານ​ມາ.

XS
SM
MD
LG