ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໔ ມັງກອນ ໒໐໒໕

ມີ 2 ຄົນເສຍຊີວິດ ໃນການປາບປາມ ທີ່ວັດທິເບດ


ພະທິເບດ ທີ່ວັດ Kirti ໃກ້ໆເມືອງ Langmusi ໃນແຂວງສີສວນ
ພະທິເບດ ທີ່ວັດ Kirti ໃກ້ໆເມືອງ Langmusi ໃນແຂວງສີສວນ

ກຸ່ມປົກປ້ອງສິດທິມະນຸດທີ່ມີສຳນັກງານຢູ່ສະຫະລັດກ່າວ
ວ່າມີຊາວທິເບດ 2 ຄົນເສຍຊີວິດໃນການປາບປາມຢ່າງ
ຮຸນແຮງຂອງພວກເຈົ້າໜ້າທີ່ຈີນທີ່ວັດສາສະໜາພຸດແຫ່ງ
ນຶ່ງໃນພາກຕາເວັນຕົກສຽງໃຕ້ຂອງຈີນ.

ອົງການປຸກລະດົມນາໆຊາດ ເພື່ອທິເບດ ລາຍງານໃນມື້
ວັນສຸກວານນີ້ວ່າ ກຳລັງຕຳຫຼວດພິເສດຂອງຈີນ ໄດ້ບຸກ
ເຂົ້າໄປທີ່ວັດ Kirti ໃນແຂວງສີສວນ ໃນຄືນວັນພະຫັດ
ຜ່ານມາແລະໄດ້ຈັບເອົາພວກພະສົງ 300 ອົງໄປຍັງສະ
ຖານທີ່ແຫ່ງນຶ່ງ ທີ່ບໍ່ໄດ້ມີການເປີດເຜີຍໃຫ້ຊາບ.

ກຸ່ມດັ່ງກ່າວເວົ້າຕື່ມວ່າ ຕຳຫຼວດໄດ້ທຸບຕີພວກຊາວບ້ານ
ທິເບດ 2 ຄົນທີ່ມີອາຍຸໃນລະຫວ່າງ 60 ກວ່າປີທີ່ພະຍາ
ຍາມປົກປ້ອງຄຸ້ມຄອງພວກພະສົງນັ້ນຈົນເສຍຊີວິດ.

ບັນດາກຸ່ມຊາວທິເບດທີ່ລີ້ໄພຢູ່ໃນຕ່າງປະເທດກ່າວວ່າ
ກຳລັງຮັກສາຄວາມສະຫງົບຂອງຈີນໄດ້ປິດລ້ອມວັດແຫ່ງນີ້ແລະສັ່ງໃຫ້ທຳການສຳມະ
ນາພວກພະສົງທີ່ຢູ່ໃນວັດ ລຸນຫຼັງທີ່ພະໜຸ່ມນ້ອຍອົງນຶ່ງ ໄດ້ເອົາໄຟເຜົາໂຕເອງຈົນ
ເສຍຊີວິດໃນການປະທ້ວງ ຕໍ່ຕ້ານລັດຖະບານຈີນໃນເດືອນແລ້ວ

XS
SM
MD
LG