ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວດ້ານສິດທິມະນຸດ ທີ່ມີຊື່ສຽງຂອງຈີນ ຖືກປ່ອຍໂຕຈາກຄຸກ


ນາຍ Hu Jia ນັກເຄື່ອນໄຫວດ້ານສິດທິມະນຸດຈີນທີມີຊື່ສຽງ ຖືກປ່ອຍຈາກຄຸກ ວັນທີ 26 ມິຖຸນາ 2011
ນາຍ Hu Jia ນັກເຄື່ອນໄຫວດ້ານສິດທິມະນຸດຈີນທີມີຊື່ສຽງ ຖືກປ່ອຍຈາກຄຸກ ວັນທີ 26 ມິຖຸນາ 2011

ພັນ​ລະ​ຍາ​ຂອງ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຈີນ​ທີ່ມີ​ຊື່​ສຽງຄົນ​ນຶ່ງກ່າວ​ວ່າ ສາມີ​ຂອງ​ນາງ​ໄດ້​ຖືກ​ປ່ອຍ​ໂຕ​ໃນ​ວັນ​ອາທິດ​ມື້​ນີ້​ຫລັງ​ຈາກ​ຮັບໃຊ້​ໂທດ​ໃນ​ຄຸກ​ເປັນ​ເວລາ​ດົນ​ກວ່າ 3 ປີ​ໃນ​ຂໍ້​
ຫາ​ຖານ​ຫາ​ທາງ​ໂຄ່ນ​ລົ້ມ​ລັດຖະບານ.ພັນ​ລະ​ຍາ​ຂອງ​ນາຍ Hu Jia ກ່າວ​ຢູ່​ໃນຂ່າວ Twitter ທາງ Internet ວ່າ​ນາຍ​ຫູ ປອດ​ໄພ​ແລະ​ມີ​ຄວາມ​ດີ​ອົກ​ດີ​ໃຈຫລາຍ​ທີ່ຖືກປ່ອຍ​ໂຕ.
ການ​ຕັດສິນໂທດ​ຈໍາ​ຄຸກ​ນາຍ​ຫູ ​ເປັນ​ເວລາ 3 ປີ​ເຄິ່ງກໍານົດຈະ​ໝົດ​ອາຍຸ​ລົງ​ໃນ​ວັນ​ອາທິດ​ມື້​ນີ້​.

ນາຍ​ຫູ​ຖືກ​ຈໍາ​ຄຸກ​ໃນ​ປີ 2008 ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ເດືອນ​ກ່ອນ​ເວລາການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ທີ່​ກຸງ​ປັກ​ກິ​ງ​ໄຂ​ຂຶ້ນ ຫລັງ​ຈາກ​ນາຍ​ຫູ​ໃຊ້ Internet ​ແລະ​ໃຫ້​ສໍາພາດ​ກັບ​ບັນດາ​ນັກ​ຂ່າວ​ເພື່ອ​ເວົ້າ​ເລື້ອງ​ການລະ​ເມີດ​ສິດທິ​ມະນຸດ​ຕ່າງໆ​ໃນ​ຈີນ​ນັ້ນ.

ການ​ປ່ອຍ​ໂຕ​ນາຍ​ຫູ ມີ​ຂຶ້ນ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ມື້​ຫລັງ​ຈາກ​ນາຍ Ai Weiwei ນັກ​ແຕ້ມ​ຮູບ​ທ່ີ​ມີ​ຊື່​ສຽງ​ຄົນ​ນຶ່ງ​ຂອງ​ຈີນ​ໄດ້​ຮັບ​ອະນຸຍາດ​ໃຫ້​ກັບ​ຄືນ​ບ້ານ​ເຮືອນ​ຂອງ​ກຸ່ຽວ​ໄດ້​ຫລັງ​ຈາກ​ຖືກ​ຕໍາຫລວດ​ກັກ​ໂຕ​ຜູ້ກ່ຽວມາ​ໄດ້​ເກືອບ 3 ​ເດືອນ.

ພວກ​ເພື່ອນ​ຝູງ​ຂອງ​ນາຍ Ai Weiwei ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ​ເພື່ອນ​ຮ່ວມ​ງານ​ຂອງ​
ນາຍ Weiwei ຕື່ມ​ອີກ 4 ຄົນ​ກໍ​ໄດ້​ຖືກ​ປ່ອຍ​ໂຕ​ໃນ​ສັບປະດາ​ຜ່ານ​ມາ​ເຊ່ນ​ກັນ.

ເງື່ອນ​ໄຂ​ໃນ​ການ​ປະກັນ​ໂຕ​ນາຍ Ai Weiwei ອອກ​ຈາກ​ການ​ຄຸມ​ຂັງ​ນັ້ນ​ແມ່ນ​ຫ້າມ​ບໍ່​ໃຫ້​
ຜູ້ກ່ຽວ​ເດີນທາງ​ອອກ​ຈາກ​ກຸ​ງປັກ​ກິ​ງ ຫລື​ກ່າວ​ຖ້ອຍຖະ​ແຫລ​ງ​ໃດໆ​ຕໍ່​ສື່​ມວນ​ຊົນ.

ການ​ຈັບ​ກຸມ​ນາຍ Ai Weiwei ​ໄດ້​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປາບ​ປາມ​ຢ່າງ​ກວ້າ​ງຂວາງ​ຕໍ່​ພວກ​ຕໍາ​ໜິຕິຕຽນລັດຖະບານ​ຈີນ ຊຶ່ງ​ໄດ້​ເລີ້ມ​ຂຶ້ນ​ມາ​ໃນ​ກາງ​ເດືອນ​ກຸມພາ​ຜ່ານ​ມາ.

XS
SM
MD
LG