ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຊ່ວຍສະຫະລັດ ເດີນທາງ ໄປເຈລະຈາເລື້ອງ ນາຍ Chen ກັບຈີນ


ນາບ Chen Guangcheng ຊາຍຕາບອດທີ່ທາງການຈີນຕ້ອງການຕົວ
ນາບ Chen Guangcheng ຊາຍຕາບອດທີ່ທາງການຈີນຕ້ອງການຕົວ

ວໍຊິງຕັນໄດ້ສົ່ງເຈົ້າໜ້າທີ່ທູດ​ອະວຸໂສທ່ານ​ນຶ່ງ​ໄປຍັງປັກກິ່ງ ​ໃນ​ຂະນະ​ທີ່ ສະຫະລັດ
ພະຍາຍາມຈະ​ລະງັບ​ວິ​ກິດ​ການທາງການທູດ ກ່ຽວກັບ ການຫລົບໜີ ອອກຈາກ
ການກັກບໍລິເວນ​ ຂອງນາຍ Chen Guangchen ຊາວຈີນຕາບອດ ທີ່ຄັດຄ້ານ​ລັດ
ຖະບານ ຊຶ່ງ​ເວລາ​ນີ້ ບໍ່ຮູ້​ຄັກ​ແນ່ວ່າ ຢູ່ໃນຄວາມຄຸ້ມຄອງຂອງ ສະຫະລັດຫຼືບໍ່.

ທ່ານ Kurt Campbell ລັດຖະມົນຕີຊ່ອຍກະຊວງການຕ່າງປະເທດສະຫະລັດໄດ້ໄປ
ຮອດກຸງປັກກິງ ໃນເຊົ້າຂອງວັນອາທິດວານນີ້ ຊຶ່ງຄາດວ່າ ທ່ານຈະທໍາການໂອ້ລົມກັບ
ທາງການຈີນ ກ່ຽວກັບເລື່ອງນາຍ Chen ນີ້.

ທາງ​ສະຫະລັດ​ນັ້ນ​ໄດ້​ສະ​ແດງຄວາມ​ເປັນ​ຫວ່ງ​ເປັນໄຍ ​ນໍາ​ຊະ​ຕາ​ກໍາ​ຂອງ​ນາຍ Chen
​ແຕ່​ກໍ​ໄດ້​ປະຕິ​ເສດທີ່​ຈະ​ອອກຄໍາ​ເຫັນ​ ກ່ຽວກັບວ່າຜູ້ກ່ຽວຢູ່​ໃສທ່າມກາງທີ່​ມີລາຍງານ
​ຂ່າວ ​ທີ່ຢືນຢັນ​ບໍ່​ໄດ້​ວ່າ ລາວ​ໄດ້ໂຕນ​ໜີ​ເຂົ້າ​ໄປ​ຍັງ​ສະຖານທູດອາ​ເມຣິກາ
​ໃນກຸງ ປັກກິງ.

ກຸ່ມອົງການ​ເພື່ອ​ສິດທິມະນຸດຈີນ​ ​ທີ່​ມີ​ສໍານັກງານ​ຢູ່​ທີ່ສະຫະລັດ ກ່າວ​ວ່າ ​ເວລາ​ນີ້
ນາຍ Chen ແມ່ນຢູ່​ພາຍ​ໃຕ້​ການຄຸ້ມຄອງ​ຂອງສະຫະລັດ​ ແລະ​ວ່າ ກໍາລັງ​ມີ​ການ​ໂອ້​ລົມ
​ສົນທະນາ​ ​ລະຫວ່າງ​ສະຫະລັດ​ກັບ​ຈີນ ກ່ຽວ​ກັບ​ເລື້ອງ​ນີ້.

ປະທານຂອງອົງການ ChinaAid ທ່ານ Bob Fu ​ໄດ້​ກ່າວ​ກັບ VOA ​ໃນ​ແລງວັນ​ອາທິດ
​ວານນີ້​ວ່າ ​ເຖິງ​ແມ່ນ​ວ່ານາຍ Chen ​ປອດ​ໄພດີ ​ແລະລີ້​ຊ່ອນ​ໂຕ​ຢູ່​ໃນ​ບ່ອນ​ທີ່ຫ່າງ​ໄກ​ຈາກ
ເຮືອນຂອງ​ລາວ​ກໍ​ຕາມ ​ແຕ່ທາງ​ອອກ​ທາງ​ດຽວ​ທີ່ຍັງ​ເຫລືອ​ຢູ່ ສໍາລັບ​ຜູ້ກ່ຽວ ກໍ​ອາດ
​ແມ່ນ​ການໜີ​ໄປ​ຢູ່​ສະຫະລັດ.

ອີງ​ຕາມ​ຂໍ້​ມູນຈາກ​ຄົນ​ໃກ້ຊິດກັບ​ນາຍ Chen ນັ້ນ ທ່ານ Fu ກ່າວວ່າ​ ໄດ້ມີຕໍາຫຼວດ
20 ກວ່າຄົນ ເຂົ້າ​ໄປຈັບກຸມອ້າຍແລະຫຼານຊາຍຂອງນາຍ Chen ໃນເຊົ້າວັນສຸກ
ຜ່ານ​ມາ ວັນດຽວກັນກັບທີ່ກ່າວ​ກັນ​ວ່າ ນາຍ Chen ​ໄດ້​ໜີ​ເຂົ້າ​ໄປ​ຂໍ​ການ​ຄຸ້ມ​ກັນ
​ຈາກ​ສະຫະລັດ​ນັ້ນ. ​ແຫຼ່ງຂ່າວ​ດັ່ງກ່າວ​ ຍັງ​ເວົ້າ​ອີກ​ວ່າ​ ພັນ​ລະ​ຍາ ລູກ​ສາວ​ແລະ​ແມ່​
ຂອງ​ນາຍ Chen ຍັງ​ຖືກ​ກັກ​ບໍລິ​ເວນ​ຢູ່​ໃນ​ບ້ານ​ພັກຢ່າງ​ໜາ​ແໜ້ນ​ຢູ່.

XS
SM
MD
LG